ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງການຊ່ວຍເຫຼືອທາງການ ເພື່ອການພັດທະນາ ໃນ ສປປ ລາວ ໄດ້ສໍາເລັດຢ່າງຈົບງາມ

Apr 4, 2024 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 3 ເມສາ 2024 ກະຊວງແຜນການ ແລະ ການລົງທຶນ ແລະ ສະຖານທູດ ແຫ່ງ ຣາຊະອານາຈັກລຸກຊໍາບວກ ປະຈໍາ ສປປ ລາວ ໄດ້ປະກາດປິດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງການຊ່ວຍເຫຼືອທາງການ ເພື່ອການພັດທະນາ ໃນ ສປປ ລາວ ຢ່າງເປັນທາງການ. ເພື່ອປະເມີນຜົນສໍາເລັດ ແລະ ຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ໂທມາສ ລາມາຣ໌, ອຸປະທູດລຸກຊໍາບວກ ປະຈໍາ ສປປ ລາວ ໂດຍມີຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການຕ່າງປະເທດ ເຂົ້າຮ່ວມ.

ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງການຊ່ວຍເຫຼືອທາງການ ເພື່ອການພັດທະນາ ໃນ ສປປ ລາວ ຫຼື ໂຄງການ ລາວ/033 ເປັນໂຄງການທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານ ແຫ່ງ ຣາຊະອານາຈັກລຸກຊໍາບວກ ໂດຍຜ່ານອົງການ LuxDev ແລະ ຈັດຕັງປະຕິບັດຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການຕ່າງປະເທດ. ຈຸດປະສົງຂອງໂຄງການ ແມ່ນເພື່ອສ້າງຄວາມອາດສາມາດ ໃຫ້ແກ່ອົງກອນລັດຂອງ ສປປ ລາວ ໃນການປະສານງານ ແລະ ຄຸ້ມຄອງການຊ່ວຍເຫຼືອທາງການ ເພື່ອການພັດທະນາຢ່າງມີປະສິດທິຜົນ. ໂຄງການດັ່ງກ່າວ ເປັນການສືບຕໍ່ຈາກຜົນສໍາເລັດຂອງໂຄງການ ລາວ/028.

ທ່ານ ນາງ ພອນວັນ ອຸທະວົງ, ​ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ “ໂຄງການ ລາວ/033 ໄດ້ມີບົດບາດສໍາຄັນ ໃນການເພີ່ມຄວາມອາດສາມາດຂອງ ສປປ ລາວ ໃນການຮັບປະກັນໃຫ້ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ຊກພ) ມີຜົນປະໂຫຍດຕໍ່ການບັນລຸເປົ້້າໝາຍບູລິມະສິດຂອງການພັດທະນາປະເທດ ໃຫ້ຫຼາຍທີ່ສຸດ. ສະນັ້ນ, ​ລັດຖະບານ ສປປ ລາວ ຈື່ງສະເໜີໃຫ້ ລັດຖະບານລຸກຊໍາບວກພິຈາລະນາສືບຕໍ່ໃຫ້ການສະໜັບສະໜູນໃຫ້ແກ່ ກະຊວງແຜນການ ແລະ ການລົງທຶນ ເນື່ອງຈາກວ່າ ທຶນ ຊກພ ຈະເປັນແຫຼ່ງທຶນສໍາຄັນຕໍ່ການພັດທະນາ ສປປ ລາວ ໃນອະນາຄົດ. ພວກເຮົາຂໍສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນທີ່ມີຄຸນຄ່າ ຂອງລັດຖະບານລຸກຊໍາບວກ”.

ທ່ານ ໂທມາສ ລາມາຣ໌, ອຸປະທູດລຸກຊໍາບວກ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ພວກເຮົາມີຄວາມພາກພູມໃຈ ທີ່ໄດ້ຮ່ວມມືກັບກະຊວງແຜນການ ແລະ ການລົງທຶນ ໃນການຈັດຕັ້ງປະຕິບັດໂຄງການດັງກ່າວ ຊຶ່ງມີຄວາມສອດຄ່ອງສູງກັບນະໂຍບາຍຂອງທັງສອງຝ່າຍ ໃນການສົ່ງເສີມການປົກຄອງແບບທົ່ວເຖິງ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ການຮັບປະກັນປະສິດທິຜົນຂອງການຊ່ວຍເຫຼືອ.  ໂຄງການໄດ້ປະກອບສ່ວນເຂົ້າໃນການຮັບປະກັນ ການນໍາໃຊ້ທຶນຊ່ວຍເຫຼືອຢ່າງມີປະສິດທິຜົນ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ເປົ້້າໝາຍພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.”ໜຶ່ງໃນຜົນສໍາເລັດຂອງໂຄງການ ຄືການປະກາດນໍາໃຊ້ລະບົບຖານຂໍ້ມູນ ຊກພ (ODAMIS), ຊຶ່ງເຮັດໃຫ້ອົງການລັດ ສາມາດຕິຕາມ ບັນທຶກ ແລະ ຄຸ້ມຄອງໂຄງການ ຊກພ ພ້ອມທັງສາມາດເຂົ້າເຖິງຂໍ້ມູນ ແລະ ແບ່ງປັນຂໍ້ມູນຢ່າງສະດວກ ແລະ ງ່າຍດາຍ. ນອກຈາກນີ້, ໂຄງການຍັງໄດ້ສະໜັບສະໜູນການຝຶກອົບຮົມ, ການສ້າງຍຸດທະສາດການລະດົມທຶນ ຊກພ, ບົດແນະນໍາ ສໍາລັບກະຊວງ ຂະແໜງການ, ບົດແນະນໍາການຄຸ້ມຄອງ ແລະ ນໍາໃຊ້ທຶນສົມທົບຂອງລັດຖະບານ ປະກອບເຂົ້າໃນການຈັດຕັ້ງປະຕິບັດໂຄງການ ຊກພ ແລະ ນິຕິກໍາອື່ນໆຕິດພັນກັບການຄຸ້ມຄອງ ໂຄງການ ຊກພ.

ການປິດໂຄງການ ເປັນນິມິດໝາຍໜຶ່ງທີ່ສໍາຄັນ ສໍາລັບລັດຖະບານ ສປປ ລາວ ໃນການຄຸ້ມຄອງ ຊກພ ແລະ ກ້າວໄປສູ່ ການຫຼຸດພົ້ນອອກຈາກ ສະຖານະປະເທດດ້ອຍພັດທະນາ. ກະຊວງແຜນການ ແລະ ການລົງທຶນ ໄດ້ເຊື້ອເຊີນໃຫ້ທຸກພາກສ່ວນກ່ຽວຂ້ອງ ມີສ່ວນຮ່ວມໃນການເພີ່ມຄວາມເຂັ້ມແຂງໃນການຄຸ້ມຄອງ ຊກພ ໃນ ສປປ ລາວ.