ກະຊວງ ແຜນການ ແລະການລົງທຶນ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024.

Mar 22, 2024 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 21 ມີນາ 2024 ທີ່ກະຊວງ ແຜນການ ແລະການລົງທຶນ ໄດ້ເປີດກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ໃຫ້ກຽດເປັນປະທານ ຂອງ ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີທ່ານ ພອນສະຫວັນ ໄຊຊະນະ ກໍາມະການຄະນະພັກ, ຫົວໜ້າກົມໂຄສະນາກໍ່ສ້າງພັກ-ພະນັກງານ, ຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍກໍາມະການປະຈໍາພັກ, ກໍາມະການຄະນະບໍລິຫານງານພັກ, ມີບັນດາສະຫາຍເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ ຄະນະໜ່ວຍພັກຕະຫຼອດຮອດສະມາຊິກພັກສົມບູນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ ໄດ້ຍົກໃຫ້ເຫັນດ້ານດີ,​ ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໜຶ່ງປີຜ່ານມາ, ໄດ້ພ້ອມກັນປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບທິດທາງໜ້າທີ່ ວຽກງານກໍ່ສ້າງພັກ-ພະນັກງານ ແລະວຽກງານປັບປຸງກົງຈັກການຈັດຕັ້ງ ທີ່ຈະສູ້ຊົນປະຕິບັດໃນປີ 2024 ຕໍ່ໜ້າ ແລະ ໄດ້ຮັບຟັງການ ເຜີຍແຜ່, ເຊື່ອມຊຶມເອກະສານສໍາຄັນ ຄື: ເຜີຍແຜ່ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 28/ຄຈສພ, ລົງວັນທີ 08 ກຸມພາ 2024 ການຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວປະເທດ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 13/ຄຈສພ, ລົງວັນທີ 11/01/2024 ກ່ຽວກັບການປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເລືອກເຟັ້ນ ແຕ່ງຕັ້ງ, ສັບປ່ຽນໜ້າທີ່ຂອງພະນັກງານນໍາພາ-ຄຸ້ມຄອງ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 14/ຄຈສພ, ລົງວັນທີ 11/01/2024 ກ່ຽວກັບການປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຕີລາຄາພະນັກງານ, ເຜີຍແຜ່ບັນດາເນື້ອໃນທີ່ສໍາຄັນຂອງກອງປະຊຸມວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ປະຈໍາປີທົ່ວປະເທດ 2023 ແລະ ທິດທາາງໜ້າທີ່ ປີ 2024, ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024.

ໃນໂອກາດດັ່ງກ່າວ ທ່ານ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ເນັ້ນຕື່ມບາງຈຸດ ກ່ຽວກັບທິດທາງລວມ ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງດ້ເນັ້ນໃຫ້ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ມີຄວາມໜັກແໜ້ນ, ເຂັ້ມແຂງ, ຍົກສູງຄຸນທາດການເມືອງ, ມີຄວາມສັດຊື່ບໍລິສຸດ, ຮັກສາໄດ້ຈັນຍາບັນ-ຈັນຍາທໍາ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້, ການປະພຶດ, ການລະເມີດກົດ ໝາຍ, ລຶບລ້າງແນວຄິດພະຍາດອາດຍາສິດ, ແນວຄິດທີ່ແຕະຕ້ອງຄວາມສາມັກຄີພາຍໃນ ກະຊວງແຜນການ ແລະ ການລົງທຶນ, ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງຂະແໜງແຜນການ ແລະ ການລົງທຶນ ແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນທາງດ້ານບຸກຄະລາກອນ ເພື່ອຮອງຮັບໜ້າທີ່ການເມືອງໃນໄລຍະໃໝ່, ການປະຕິບັດແຜນກຳນົດພະນັກງານ ແມ່ນພາກສ່ວນໜຶ່ງທີ່ມີຄວາມສຳຄັນແຖວໜ້າໃນວຽກງານພະນັກງານ ຊຶ່ງເປັນຂອດທີ່ຂາດບໍ່ໄດ້ສໍາລັບການບໍາລຸງສ້າງ, ເລືອກເຟັ້ນ ແລະ ຈັດວາງພະນັກງານ ແບບວິທະຍາສາດ ແລະ ມີຄວາມເປັນເຈົ້າການ, ເອົາໃຈໃສ່ປັບປຸງບູລະນະມາດຕະຖານພະນັກງານນຳພາ-ຄຸ້ມຄອງແຕ່ລະປະເພດໃຫ້ລະອຽດ, ສ່ອງແສງຢ່າງຈະແຈ້ງເຖິງເປົ້າ ໝາຍຕອບສະໜອງການເລັ່ງທວງ ຂອງສະພາບການໃນໄລຍະໃໝ່, ເປັນເຈົ້າການສ້າງ, ປັບປຸງລະບອບ, ລະບຽບການ ທີ່ເປັນລະບົບຮັດກຸມ ເພື່ອສ້າງສະພາບແວດລ້ອມອັນດີໃຫ້ພະນັກງານ ປັບປຸງຕົນເອງ ແລະ ເສີມຂະຫຍາຍການປະດິດສ້າງ, ຮັບປະກັນປົກປ້ອງພະນັກງານທີ່ກ້າຄິດ, ກ້າເຮັດ, ກ້າບຸກທະລຸ ເພື່ອຜົນປະໂຫຍດລວມ; ຖືສໍາຄັນການປະເມີນຜົນຕໍ່ພະນັກງານ ແລະ ຍັງໄດ້ເນັ້ນໜັກຕື່ມວ່າ ຈົ່ງພ້ອມກັນຕັດສິນໃຈ, ອົດທົນພະຍາຍາມ ຜ່ານຜ່າອຸປະສັກນາໆປະການ ແລະ ມີຄວາມເປັນເອກະພາບສູງ ຕໍ່ການຈັດຕັ້ງປະຕິບັດວຽກງານຈັດຕັ້ງ ຢູ່ຂົງເຂດຂະແໜງແຜນການ ແລະ ການລົງທຶນ ຂອງພວກເຮົາ, ເຮັດແນວໃດເພື່ອບໍ່ໃຫ້ມີປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນໃນວຽກງານພະນັກງານ; ເພື່ອສ້າງຄວາມເຊື່ອໝັ້ນ, ໄວ້ວາງໃຈຈາກພາຍໃນ ແລະພາຍນອກ.