ກອງປະຊມຸສຳມະນາ ໂຄງການທົດລອງຫ້ອງການສີຂຽວໃນພະນັກງານພາຍໃນ ກະຊວງແຜນການ ແລະ ການລົງທຶນ

by | Feb 1, 2023 | ການເຄື່ອນໄຫວ, ຂ່າວເດັ່ນ | 0 comments

 

 

 

 

 

 

 

 

 

 

ໃນວັນທີ 24 ມັງກອນ 2023, ທີໂຮງແຮມຄຣາວພາຊາ ກົມແຜນການ ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ສະຖາບັນເຕີບໂຕສີຂຽວ GGGI ໂດຍການເປັນປະທານຂອງທ່ານ ອຸລາ ສົມຈັນມະວົງ ຮອງຫົວໜ້າກົມແຜນການ ກະຊວງແຜນການ ແລະ ການລົງທຶນ, ມີບັນດາກົມອ້ອມຂ້າງກະຊວງແຜນການ ແລະ ການລົງທຶນ ແລະ ຜູ້ຕາງໜ້າຈາກອົງການເຕີບໂຕສີຂຽວ  GGGI ເຂົ້າຮ່ວມ.

        ຈຸດປະສົ່ງໃນການຈັດກອງປະຊຸມສຳມະນາຄັ້ງນີ້ເພື່ອເປັນການປູກຈິດສຳນຶກກ່ຽວກັບຫ້ອງການສີຂຽວສຳລັບລັດຖະກອນພາຍໃນກະຊວງແຜນການ ແລະ ການລົງທຶນ ເຊິງເປັນສ່ວນໜື່ງຂອງແຜນການ ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃນການປູກຈິດສະນຶກຕໍ່ກັບການລິເລີ້ມຫ້ອງການສີຂຽວ ແລະ ອົງປະກອບຕ່າງໆເປັນສິ່ງທີສຳຄັນທີສຸດໃນການພັດທະນາການເຕີບໂຕສີຂຽວສະຖາບັນການເຕີບໂຕສີຂຽວກົມແຜນການ ແລະ ການລົງທຶນ ແມ່ນຈະໄດ້ຈັດຕັ້ງປະຕິບັດລິເລີມຫ້ອງການສີຂຽວເປັນໜື່ງໃນກິດຈະກຳຫຼັກພາຍໃຕ້ໂຄງການສົ່ງເສີມລົງທຶນຂອງດັດສະນີ້ ການເຕີບໂຕເຊິງ GGGI ໄດ້ສ້າງຄູ່ມື ຫ້ອງການສີຂຽວຂື້ນເພື່ອໃຫ້ຄໍາເນາະນໍາຕໍ່ການປະຕິບັດຫ້ອງການທີ່ມີຄວາມຢືນຢົງຕໍ່ສະພາບແວດລ້ອມ ແລະ ຫຼຸດຜ່ອນຜົນກະທົບທາງລົບ ຈາກກິດຈະວັດປະຈຳວັນເຊັ່ນ: ການນຳໃຊ້ພະລັງງານນໍ້າ, ສິ່ງເສດເຫຼືອ ແລະ ເຄື່ອງໃຊ້ຫ້ອງການ ແລະ ອື່ນໆ. ໃນກອງປະຊຸມຍັງໄດ້ນໍາສະເໜີກ່ຽວກັບຜົນໄດ້ຮັບຂອງການປະເມີນການຈັດການຂີ້ເຫຍື້ອພາຍໃນກະຊວງແຜນການ ແລະ ການລົງທຶນ ການສ້າງຄວາມສາມາດໃນລັດຖະກອນຕໍ່ກັບການຈັດການຂີ້ເຫຍື້ອພາຍໃນກະຊວງແຜນການ ແລະ ການລົງທຶນ.