ໃນວັນທີ 6 ມີນາ 2023, ທີ່ໂຮງແຮມຄຣາວພາຊຣາ ນະຄອນຫຼວງວຽງຈັນ, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບສະຖາບັນເຕີບໂຕສີຂຽວສາກົນ (GGGI) ໄດ້ຈັດກອງປະຊຸມຈັດຕັ້ງປະຕິບັນໂຄງການໂຄງການສົ່ງເສີມ ແລະ ສ້າງຂີດຄວາມສາມາດດ້ານດັດຊະນີການເຕີບໂຕສີຂຽວເພື່ອເຊື່ອມສານເຂົ້າໃນການວາງແຜນ ແລະ ການລົງທຶນຂອງ ສປປ ລາວ ໂດຍການເປັນປະທານຂອງທ່ານ ທ່ານນາງ ສີສະຫວັນ ດີດາລາວົງ ຮອງຫົວໜ້າສະຖາບັນຄົ້ນ ຄ້ວາວິໄຈການພັດທະນາ, ກະຊວງແຜນການ ແລະ ການລົງທຶນ, ພ້ອມດ້ວຍບັນດາທ່ານຜູ້ຕາງໜ້າຈາກບັນດາກະຊວງ, ພະແນກຈາກພາກສ່ວນທີ່ກ້ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນມາ ທໍ ຊ່ຽວຊານຈາກ ສະຖາບັນການເຕີບໂຕສີຂຽວສາກົນ ສປປ ລາວ ໄດ້ກ່າວວ່າຈຸດປະສົງຂອງໂຄງການແມ່ນ ເພື່ອສາ້ງຂີດຄວາມສາມາດ ແລະ ຄວາມຮູ້ດ້ານດັດຊະນີການເຕີບໂຕສີຂຽວໃຫ້ແກ່ພະນັກງານຂອງກະຊວງແຜນການ ແລະ ການລົງທຶນ ແລະ ບັນດາກະຊວງອື່ນໆ ເພື່ອໃຫ້ສາມາດທົບທວນເບິ່ງບັນດາຕົວຊີ້ວັດການເຕີບໂຕສີຂຽວຂອງ ສປປ ລາວ ທີ່ມີຢູ່ແລ້ວ, ລະບຸບັນດາຕົວຊີ້ວັດທີ່ຍັງບໍ່ທັນມີ, ສ້າງເປັນດັດຊະນີການເຕີບໂຕສີຂຽວ, ແລະ ທີ່ສຳຄັນເພື່ອໃຫ້ສາມາດປະເມີນຄວາມຄືບຫນ້າ ການຈັດຕັ້ງປະຕິບັດ ຍຸດທະສາດການເຕີບໂຕສີຂຽວຂອງ ສປປ ລາວ. ດັ່ງນັ້ນກອງປະຊຸມໃນຄັ້ງນີ້ເພື່ອປືກສາຫາລືໃນດ້ານວິຊາການກັບບັນດາກະຊວງຕ່າງໆກ່ຽວກັບດັດສະນີເຕີບໂຕສີຂຽວທີ່ມີຄວາມສຳຄັນ ແລະ ກ່ຽວຂ້ອງໃນການພັດທະນາດັດສະນີ້ເຕີບໂຕສີຂຽວໂດຍເນັ້ນໃສການກະກຽມຄວາມພ້ອມຂອງຜູ້ເຂົ້າຮ່ວມຕໍ່ການປະຊຸມໃນຄັ້ງຕໍ່ໄປ ນຳສະເໜີວິທີການຄິດໄລ່ທາງດ້ານດັດສະນີ້ການເຕີບໂຕສີຂຽວເພື່ອນຳສະເໜີຜົນໄດ້ຮັບເບື່ອງຕົ້ນກ່ຽວກັບດັດສະນີເຕີບໂຕສີຂຽວປືກສາຫາລືກ່ຽວກັບສີທາທາຍ ແລະ ໂອກາດໃນການຫັນປ່ຽນການເຕີບ