ວັນທີ 08 ເມສາ 2025, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລືລະດັບຊາດ ກ່ຽວກັບສັນຍາການສະໜອງທຶນຂອງ ອົງການສະຫະປະຊາຊາດ ຂື້ນ, ທີ່ ໂຮງແຮມດັບເບີ້ນທຣີ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ບັກໂຮເດັຍ ເບີຄະນ໋ອຟ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ມີບັນດາທ່ານເອກອັກຄະລັດຖະທູດ, ຜູ້ຕາງຫນ້າອົງການຈັດຕັ້ງສາກົນ ແລະຄູ່ຮ່ວມພັດທະນາ, ບັນດາທ່ານຫົວຫນ້າ/ຮອງຫົວຫນ້າຫ້ອງການ, ບັນດາທ່ານຫົວຫນ້າ, ທ່ານຮອງຫົວຫນ້າກົມ, ຜູ້ຕາງຫນ້າຈາກກະຊວງຂະແຫນງການ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ພາກເອກະຊົນ ເຂົ້້າຮ່ວມ. ເຊິ່ງຈຸດປະສົງໃນກອງປະຊຸມຄັ້ງນີ້ ແມ່ນເພື່ອ: (1) ຮັບປະກັນຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄໍາ ຫມັ້ນສັນຍາໃນການສະຫນອງທຶນ ໃຫ້ແກ່ພາກສ່ວນກ່ຽວຂ້ອງ; (2). ປຶກສາຫາລື ກ່ຽວກັບບັນດາບູລິມະສິດ ຕົ້ນຕໍຂອງ ລັດຖະບານ ສປປ ລາວ; ແລະ (3). ນໍາສະເຫນີຂໍ້ມູນຫຼ້າສຸດ ກ່ຽວກັບທ່າອ່ຽງການພັດທະນາ ລວມ ທັງ ສະເຫນີບັນດາແຜນງານຮ່ວມທີ່ ອົງການສະຫະປະຊາຊາດ ຈະສະໜອງທຶນ



