ໃນວັນທີ 21 ພະຈິກ 2022, ທີ່ກະຊວງແຜນການ ແລະ ການລົງທຶນ, ໄດເປີດກອງປະຊຸມປືກສາຫາລືກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 9 ເດືອນ, ທິດທາງ 3 ເດືອນທ້າຍປີ 2022 ແລະ ທິກທາງແຜນການ ປີ 2023 ແລະ 2 ວາລະແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີບັນດາທານຮອງລັດຖະມົນຕີ, ຮອງປະທານສະຫະພັນແມ່ຍິງ, ບັນດາທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມຈາກບັນດາຂະແໜງການ ແລະ ກົມອ້ອມຂ້າງກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ❶ ເພື່ອປຶກສາຫາລືຄວາມເປັນເອກະພາບກັນ ກ່ຽວກັບໄລຍະເວລາການລາຍງານການສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 9 ເດືອນ ໂດຍອີງໃສ່ກົດໝາຍການລົງທຶນຂອງລັດ ທີ່ມີການສະຫຼຸບເປັນໄຕມາດ. ❷ຄວາມເປັນເອກະພາບ ບັນດາຕົວເລກຄາດໝາຍຕົ້ນຕໍ ຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 9 ເດືອນ, ວຽກງານຈຸດສຸມ 3 ເດືອນທັ້າຍປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ແລະ 2 ວາລະແຫ່ງຊາດ ❸ ການຄາດຄະເນໝົດປີ ການຈັດຕັັ້ງປະຕິບັດບັນດາຄາດໝາຍຕ່າງໆ ຕາມມະຕິສະພາແຫ່ງຊາດ ເລກທີ 41 ວ່າມີຄາດໝາຍໃດແດ່ທີ່ຄາດວ່າຈະສາມາດບັນລຸໄດ້ ແລະ ບໍ່ສາມາດບັນລຸໄດ້ ພ້ອມບັນດາສາເຫດທີ່ບໍ່ສາມາດບັນລຸ ❹ ຢືນຢັນຄືນກ່ຽວກັບທິດທາງແຜນປີ 2023 ໂດຍສະເພາະຄາດໝາຍມະຫາພາກ ເປັນຕົ້ນ: ອັດຕາແລກປ່ຽນ, ອັດຕາເງິນເຟີ້ ເພື່ອໃຫ້ມີຄວາມເປັນເອກະພາບກັນ ກ່ອນຈະລາຍງານ ກອງປະຊຸມສະໄໝມັນຄັ້ງທີ່ 4 ຂອງສະພາແຫ່ງຊາດ ຊຸດທີ IV ທີ່ຈະຈັດຂຶ້ນໃນຕົ້ນເດືອນທັນວາ ປີ 2022 ທີ່ຈະມາເຖິງນີ້.