ໃນຕອນບ່າຍຂອງວັນທີ 21 ມີນາ 2022, ທີ່ກະຊວງແຜນການ ແລະ ການລົງທຶນ, ໄດ້ເປີດກອງປະຊຸມພົບປະ ລະຫວ່າງ ສອງ ກະຊວງ ແຜນການ ແລະ ການລົງທຶນ ຂອງ ສປປ ລາວ ແລະ ສສ ຫວຽດນາມຂື້ນ ຕາງໜ້າໃຫ້ຄະນະຜູ້ແທນຝ່າຍລາວ ໂດຍ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ຝ່າຍຫວຽດນາມ ໂດຍ ທ່ານ ຫງວຽນ ຈີ້ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ, ມີບັນດາທ່ານ ຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຫົວໜ້າສະຖາບັນ ແລະ ວິຊາການ ຂອງສອງປະເທດ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອສຶບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ທີ່ມີມູນເຊື້ອເພື່ອຮ່ວມກັນສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງ ສອງກະຊວງ ແຜນການ ແລະ ການລົງທຶນ ຂອງ ສປປ ລາວ ແລະ ກະຊວງແຜນການ ແລະ ການລົງທຶນ ສສ. ຫວຽດນາມ, ທີ່ໄດ້ເຊັນກັນ ໃນວັນທີ 28 ມິຖຸນາ 2021, ຢູ່ນະຄອນຫຼວງຮ່າໂນ້ຍ ແລະ ທິດທາງຮ່ວມມື ລະຫວ່າງ ສອງກະຊວງ ໃນໄລຍະປີ 2022-2023,ເຊິ່ງ ທ່ານ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ສປປ ລາວ ໄດ້ແຈ້ງຕໍ່ກອງປະຊຸມວ່າ: ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໄດ້ດໍາເນີນໄປທ່າມກາງສະພາບການຂອງໂລກ ມີການຜັນແປຢ່າງສັບສົນຫຼາຍດ້ານທາງດ້ານການເມືອງ, ເສດຖະກິດ, ສັງຄົມ, ການປ່ຽນແປງດິນຟ້າອາກາດ ແລະ ການແຜ່ລະບາດຂອງເຊື້ອພະຍາດຕ່າງໆ ໂດຍສະເພາະ ພະຍາດໂຄວິດ-19, ປະກອບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ພາຍໃນປະເທດ. ເຖິງຢ່າງໃດກໍ່ຕາມ, ພາຍໃຕ້ການນຳພາ-ຊີ້ນຳ ຢ່າງໃກ້ສິດຂອງພັກ ແລະ ລັດຖະບານ, ການພັດທະນາໃນໄລຍະຜ່ານມາ ສາມາດຍາດໄດ້ຜົນສຳເລັດສຳຄັນຫຼາຍດ້ານ ໂດຍສະເພາະ ປະເທດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດຂອງປະເທດບໍ່ຕົກເຂົ້າໃນສະພາບວິກິດການ ແລະ ຍັງສາມາດສືບຕໍ່ຂະຫຍາຍຕົວໄດ້ໃນລະດັບ 3,5% ໃນປີ 2021 ແລະ ສິ່ງທີພົ້ນເດັ່ນແມ່ນ ລັດຖະບານໄດ້ປະກາດ 2 ວາລະແຫ່ງຊາດຄື: ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຊິ່ງເປັນການຕັດສິນໃຈຢ່າງບຸກທະລຸຂອງພັກ ແລະ ລັດຖະບານໃນການແກ້ໄຂບັນຫາທີເປັນລັກສະນະຍຸດທະສາດ ເພື່ອສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມທີໝັ້້ນທ່ຽງ ແລະໜັກແໜ້ນພ້ອມ ພ້ອມນັ້ນທັງ 2 ຝ່າຍໄດ້ຮ່ວມຈັດຕັ້ງຜັນຂະຫຍາຍແຜນການຮ່ວມມື ຂອງ 2 ຝ່າຍເປັນຕົ້ນ: ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງສອງກະຊວງແຜນການ ແລະການລົງທຶນ ລາວ ແລະຫວຽດນາມ ທີ່ໄດ້ເຊັນກັນ ຄັ້ງວັນທີ 28 ມິຖຸນາ 2021 ຢູ່ນະຄອນຫຼວງຮ່າໂນ້ຍ, ເຮັດໃຫ້ສາມາດບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ,ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງປະເທດ ເວົ້າລວມ, ສອງກະຊວງແຜນການ ແລະ ການລົງທຶນເວົ້າສະເພາະ ໂດຍສະແດງອອກເປັນຕົ້ນ: ສອງຝ່າຍ ໄດ້ເປັນເສນາທິການ ໃຫ້ແກ່ສອງພັກ ສອງລັດ ໃນວຽກງານການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ; ໄດ້ຊຸກຍູ້, ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດໂຄງການຊ່ວຍ ເຫຼືອລ້າຂອງລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານລາວ ພ້ອມທັງ ບັນດາໂຄງການລົງທຶນຂອງເອກະຊົນຈາກ ຫວຽດນາມຢູ່ລາວ ແລະ ວິສາຫະກິດຂອງລາວ ຢູ່ຫວຽດນາມ; ໄດ້ຕິດຕາມ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນຢ່າງທັນການໃນການຟື້ນຟູຜົນເສຍຫາຍຈາກໄພທໍາມະຊາດ ແລະ ປ້ອງກັນສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19; ພິເສດ ຊ່ຽວຊານຂອງ ກຜທ ຫວຽດນາມ ໄດ້ປະກອບຄໍາຄິດຄໍາເຫັນທີເປັນປະໂຫຍດໃຫ້ແກ່ຝ່າຍລາວໃນການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.
ກອງປະຊຸມໄດ້ຕົກລົງຮ່ວມກັນ ເພຶ່ອຈັດຕັ້ງປະຕິບັດແຜນສືບຕໍ່ການຮ່ວມມືກັນລະຫວ່າງ 2 ກະຊວງໃຫ້ບັນລຸໝາກຜົນຢ່າງຈົບງາມ ເພື່ອພ້ອມກັນສ້າງຜົນງານໃນໂອກາດແຫ່ງການສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບລາວ-ຫວຽດນາມ 2022 ໂດຍມີເນື້ອໃນສຳຄັນດັ່ງນີ້:
- ສືບຕໍ່ເພີ່ມທະວີການຮ່ວມມືຮອບດ້ານ ລະຫວ່າງສອງກະຊວງແຜນການ ແລະ ການລົງທຶນ ລາວ-ຫວຽດນາມ ໃນຂົງເຂດແຜນການ ແລະການລົງທຶນ; ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການຊຸກຍູ້ການພົວພັນຮ່ວມມືຂອງສອງປະເທດ; ແລະ ສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນຂອງວິສາຫະກິດ ຢູ່ແຕ່ລະປະເທດ ພ້ອມທັງເປັນໃຈກາງໃນການປະສານງານເພື່ອກະຕຸກຊຸກຍູ້ໃຫ້ບັນດາວິສາຫະກິດທີ່ໄດ້ມີສັນຍາ ຫຼື ຂໍ້ຕົກລົງຮ່ວມກັນ ໃຫ້ໄດ້ຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້ ແລະແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆຂອງບັນດາໂຄງການລົງທຶນ ທີ່ໄດ້ຮັບອະນຸຍາດໃນແຕ່ລະໄລຍະ ໃຫ້ຫຼຸດລົງ;
- ກະຊວງແຜນການ ແລະ ການລົງທຶນຫວຽດນາມ ສືບຕໍ່ຊ່ວຍກະຊວງແຜນການແລະການລົງທຶນລາວ ໃນການກໍ່ສ້າງ, ບຳລຸງສ້າງດ້ານວິຊາສະເພາະ ໃຫ້ແກ່ພະນັກງານຂະແໜງແຜນການ ແລະການລົງທຶນ ຂອງລາວໃນແຕ່ລະໄລຍະ; ໂດຍສະເພາະແມ່ນ ການຝຶກອົບຮົມ ການລົງທຶນເອກະຊົນ ແລະ ເຂດເສດຖະກິດພິເສດ; ວິທີການຄຸ້ມຄອງ ແລະ ຈັດສັນທຶນຂອງໂຄງການລົງທຶນ ຂອງລັດ ແລະ ໂຄງການຊ່ວຍເຫລືອ ຈາກຕ່າງປະເທດ; ວຽກງານສະຖິຕິດ້ານຄຸ້ມຄອງບໍລິຫານ ແລະ ການຝຶກພາສາຫວຽດນາມ ຢູ່ ສະຖານີວິທະຍຸ (VOV);
- ພິຈາລະນາກອບການຮ່ວມມືໃນວຽກງານການຄົ້ນຄ້ວາລະຫວ່າງ ສະຖາບັນຄົ້ນຄວ້າຂອງ 2 ກະຊວງ ໂດຍຝ່າຍລາວ ແມ່ນສະຖາບັນຄົ້ນຄວ້າວິໄຈການພັດທະນາ (Viện nghien cứu phat triển/Development Research Institute) ແລະ ຝ່າຍຫວຽດນາມ ແມ່ນ 2 ສະຖາບັນຄື ສະຖາບັນຄົ້ນຄວ້າຄຸ້ມຄອງບໍລິຫານເສດຖະກິດສູນກາງ (Viện Nghien cứu quản ly kinh tế Trung ương/Central Institute for Economic Management) ແລະ ສະຖາບັນຍຸດທະສາດການພັດທະນາ (Viện Chiến lược phat triển/Institute for Development Strategy)
- ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ສືບຕໍ່ເປັນຂົວຕໍ່ໃນການຂົນຂວຍ ແລະ ໂຄສະນາເຜີຍແຜ່ ເພື່ອດຶງດູດເອົານັກລົງທຶນ ຈາກ ສສ ຫວຽດນາມ ທີມີຄຸນນະພາບໃຫ້ນັບມື້ນັບເພີ່ມຂື້ນ.
- ສະຫະກົມສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ສສ. ຫວຽດນາມ ສືບຕໍ່ໃຫ້ການຊ່ວຍເຫຼືອ ໃນການຝຶກອົບຮົມດ້ານສະຖິຕິໃຫ້ພະນັກງານສະຖິຕິຂອງລາວ.
- ສືບຕໍ່ສ້າງເງື່ອນໄຂໃຫ້ມີການພົບປະແລກປ່ຽນລະຫວ່າງ ຄະນະນຳຂອງ 2 ກະຊວງ ແລະ ບັນດາກົມກອງຕ່າງໆ.
- ກະຊວງແຜນການ ແລະການລົງທຶນຫວຽດນາມ ສືບຕໍ່ຊ່ວຍສະໜັບສະໜູນການຫັນເປັນທັນສະໄໝ ຂອງຂະແໜງແຜນການ ແລະການລົງທຶນ ລາວ ດ້ວຍການປັບປຸງ ຫຼື ພັດທະນາໂປແກມຄຸ້ມຄອງວຽກງານວິຊາສະເພາະແບບທັນສະໄໝ ທີ່ນໍາໃຊ້ຢູ່ໃນກະຊວງແຜນການ ແລະການລົງທຶນຫວຽດນາມ ໃຫ້ສາມາດນໍາໃຊ້ຢູ່ໃນກະຊວງແຜນການ ແລະການລົງທຶນລາວ ໃນປີ 2022;
ຜົນສຳເລັດ ຂອງກອງປະຊຸມ ໃນຄັ້ງນີ້ ເປັນການປະກອບສ່ວນ ທີ່ສຳຄັນ ໃນການເພີ່ມພູນ ຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ ແລະຫວຽດນາມ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ;