ໃນວັນທີ 28 ກັນຍາ 2022, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ຫ້ອງການປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມລະດັບສູງ ຄັ້ງທີ 3 ກ່ຽວກັບຍຸດທະສາດການເງິນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ຊາລາ ເຊເກເນັດ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ແລະ ຂະແໜງການກ່ຽວຂ້ອງຈາກພາກລັດຄື: ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ແລະ ບັນດາກະຊວງອື່ນໆ, ພ້ອມທັງຕາງໜ້າຈາກ ສະຖານທູດ, ຄູ່ຮ່ວມພັດທະນາ, ພາກເອກະຊົນ, ເຄືອຂ່າຍ INGO ແລະ ເຄືອຂ່າຍອົງການສະຫະປະຊາຊາດ.
ຈຸດປະສົງກອງປະຊຸມແມ່ນເພື່ອປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນເປັນຄັ້ງສຸດທ້າຍຕໍ່ກັບຮ່າງຍຸດທະສາດການເງິນດັ່ງກ່າວ ກ່ອນທີ່ຈະປັບປຸງເປັນສະບັບສົມບູນ ແລະ ນຳສະເໜີໃຫ້ຂັ້ນເທິງພິຈາລະນາຮັບຮອງໃນລຳດັບຕໍ່ໄປ. ພາຍຫຼັງທີ່ໄດ້ຄົ້ນຄວ້າຢ່າງລະອຽດ ແລະ ປຶກສາຫາລືຫຼາຍຄັ້ງກັບບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມໂດຍທັງໝົດ 10 ກະຊວງ-ອົງການທຽບເທົ່າ ແລະ 20 ກົມກອງ ແລະ ໜ່ວຍງານກ່ຽວຂ້ອງ ໃນການກໍານົດຍຸດທະສາດການເງິນເປັນເວລາເກືອບ 2 ປີຜ່ານມາ, ກອງປະຊຸມດັ່ງກ່າວໄດ້ນໍາສະເໜີນະໂຍບາຍ, ມາດຕະການຈັດຕັ້ງປະຕິບັດ ແລະ ກົນໄກການຈັດຕັ້ງປະຕິຍຸດທະສາດດ້ານການເງິນເຊີ່ງແນໃສ່ແກ້ໄຂສິ່ງທ້າທາຍ ແລະ ຂໍ້ຈຳກັດດ້ານການເງິນຂອງ ສປປ ລາວ ແລະ ເພີ່ມທະວີແຫຼ່ງທຶນທີ່ຈໍາເປັນເພື່ອສະໜັບສະໜູນການບັນລຸບູລິມະສິດການພັດທະນາແຫ່ງຊາດທີ່ໄດ້ກໍານົດໄວ້ໃນແຜນການ 5 ປີ ຄັ້ງທີ IX.
ທ່ານ ນາງ ພອນວັນ ອຸທະວົງ ໃນນາມເປັນປະທານຮ່ວມກອງປະຊຸມ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ໂດຍເນັ້ນໃຫ້ເຫັນ ວ່າ: “ຮ່າງຍຸດທະສາດການເງິນມີຄວາມສອດຄ່ອງກັບທິດທາງລວມຂອງລັດຖະບານເພື່ອສະໜັບສະໜຸນການເຕີບໂຕທີ່ມີຄຸນນະພາບ, ມີຈຸດສຸມ, ສີຂຽວ ແລະ ຍືນຍົງ ແລະ ສະແດງຄວາມຊົມເຊີຍຕໍ່ການຮ່ວມມືລະຫວ່າງພາກສ່ວນທີ່ກ່ຽວຂ້ອງ, ອົງການສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມພັດທະນາ ໃນການຊອກວິທີເພີ່ມທະວີແຫຼ່ງທຶນເພື່ອບັນລຸບູລິມະສິດ ແຜນການ 5 ປີ ຄັ້ງທີ IX, ລວມທັງການກໍານົດມາດຕະການເພື່ອສະໜັບສະໜູນການຫັນສູ່ທິດທາງການລົງທຶນແບບຍືນຍົງໃຫ້ຫຼາຍຂຶ້ນ ໃຫ້ມີຄວາມສອດຄ່ອງກັບແຜນພັດທະນາແຫ່ງຊາດ ເປັນສິ່ງທີ່ສຳຄັນ ໂດຍສະເພາະໃນທ່າມກາງສະພາບແຫຼ່ງທຶນທີ່ຈຳກັດ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຄວາມຕ້ອງການພັດທະນາໃນລະດັບສູງ ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຄຽງຄູ່ກັບການກະກຽມຄວາມພ້ອມໃນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນອະນາຄົດ”.
ກອງປະຊຸມດັ່ງກ່າວຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບແຜນວຽກ ແລະ ການສະໜັບສະໜູນດ້ານການເງິນ ແລະ ດ້ານວິຊາການທີ່ຈຳເປັນເພື່ອສາມາດຈັດຕັ້ງປະຕິບັດ 54 ນະໂຍບາຍ ແລະ ມາດຕະການທີ່ໄດ້ກໍານົດຢູ່ໃນ ຍຸດທະສາດການເງິນດັ່ງກ່າວ ໃນໄລຍະປີ 2023 ຫາ 2025 ແລະ ການກະກຽມກອງປະຊຸມໂຕະມົນທີ່ຄາດວ່າຈັດຂຶ້ນໃນເດືອນ ພະຈິກ 2022 ເພື່ອເຮັດໃຫ້ການຮ່ວມມື ແລະ ການສະໜັບສະໜູນການຈັດຕັ້ງປະຕິບັດຍຸດທະສາດການເງິນສະບັບນີ້ໃຫ້ມີຜົນສໍາເລັດ ແລະ ເປັນຮູບປະທຳຫລາຍຂຶ້ນ.
ທ່ານ ນາງ ຊາລາ ເຊເກເນັດ ໄດ້ເນັ້ນເຖິງຄວາມຈຳເປັນໃນການລົງທຶນດ້ານທຶນມະນຸດ ແລະ ການເຕີບໂຕສີຂຽວ, ໂດຍກ່າວວ່າຍັງມີສິ່ງທ້າທາຍອີກສອງຢ່າງ ທີ່ ສປປ ລາວ ຕ້ອງໄດ້ແກ້ໄຂຢ່າງຮີບດ່ວນ ຄື: ໜຶ່ງ ແມ່ນການລົງທຶນໃສ່ຂົງເຂດຊັບສິນມະນຸດ ແລະ ສອງ ແມ່ນໄພຂົ່ມຂອງສາມວິກິດການລະດັບໂລກ ເຊັ່ນ ການປ່ຽນແປງຂອງດິນຟ້າອາກາດ, ການສູນເສຍທາງທໍາມະຊາດ ແລະ ມົນລະພິດ.” ນອກນັ້ນ, ຍັງໄດ້ກ່າວຕື່ມວ່າ: “ການຕັດສິນໃຈທີ່ໜັກແໜ້ນໃນການແກ້ໄຂດັ່ງກ່າວນີ້ ອາດຈໍາກັດຜົນຕອບແທນດ້ານເສດຖະກິດໃນໄລຍະສັ້ນ ແຕ່ຈະເຮັດໃຫ້ມີການເຕີບໂຕທີ່ຍືນຍົງໃນໄລຍະຍາວ ເພື່ອຜົນປະໂຫຍດຂອງຮຸ້ນຄົນຕໍ່ໄປໃນອະນາຄົດ.”
ການສ້າງຍຸດທະສາດການເງິນ ໄດ້ຮັບການສະໜັບສະໜູນດ້ານວິຊາການຢ່າງກວ້າງຂວາງ ດ້ວຍການປະສານງານຈາກພາກລັດຖະບານ ແລະ ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ໂດຍຜ່ານແຜນງານຮ່ວມມືວ່າດ້ວຍການເພີ່ມປະສິດທິພາບດ້ານການເງິນ ຂອງອົງການສະຫະປະຊາຊາດ ທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນ SDG ແລະ ຈັດຕັ້ງປະຕິບັດຮ່ວມກັນໂດຍອົງການ UNDP, UNCDF ແລະ UNFPA, ແລະ ການປະກອບສ່ວນເພີ່ມເຕີມດ້ານວິຊາການຈາກອົງການ UNDESA, UNEP, UNICEF, UNODC ແລະ WHO ພ້ອມທັງ ທະນາຄານໂລກ, ອົງການ GGGI, ອົດສະຕາລີ, ຍີ່ປຸ່ນ, EU, ADB ແລະ JICA.