ກອງປະຊຸມສະຫຼຸບວຽກງານແຜນການ ແລະ ການລົງທຶນ ທົ່ວປະເທດປະຈຳປີ 2022 ແລະ ທິດທາງ ປະຈຳປີ 2023

by | Jan 20, 2023 | ການເຄື່ອນໄຫວ, ຂ່າວເດັ່ນ | 0 comments

 

ກອງປະຊຸມສະຫຼຸບວຽກງານ ແຜນການ ແລະ ການລົງທຶນ ທົ່ວປະເທດ ປະຈຳປີ 2022 ແລະ ທິດທາງປີ 2023 ໄດ້ໄຂຂຶ້ນໃນວັນທີ 17 ມັງກອນ 2023, ທີ່ ຫໍປະຊຸມແຫ່ງຊາດ ໃນ​ທ່າມກາງບັນຍາກາດ​ທີ່​ທົ່ວພັກ, ທົ່ວລັດ ແລະ ​ທົ່ວ​ປວງ​ຊົນລາວທັງຊາດ ເວົ້າລວມ ຂະແໜງແຜນການ ແລະ ການລົງທຶນ ເວົ້າສະເພາະ ພວມຕັ້ງໜ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດຂອງລັດຖະບານ ຢ່າງເປັນຂະບວນຟົດຟື້ນ, ທັງຢູ່ໃນໄລຍະເວລາທີ່ສະພາບການ ຂອງໂລກ ແລະ ພາກພື້ນ ສືບຕໍ່ຜັນແປຢ່າງສັບສົນໃນທຸກດ້ານ. ໂດຍໃຫ້ກຽດເປັນປະທານຂອງ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ມີບັນດາບັນດາທ່ານ ຄະນະນໍາກະຊວງ, ລັດຖະມົນຕີ, ຮອງລັດຖະມົນຕີ, ຮອງປະທານອົງການທຽບເທົ່າ, ເຈົ້າແຂວງ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ທົ່ວປະເທດ ພ້ອມດວ້ຍ ພະນັກງານຫຼັກແຫຼ່ງຂອງ ຂະແໜງ ແຜນການ ແລະ ການລົງທຶນ ເຂົ້າຮ່ວມທັງໝົດ.

ຈຸດປະສົງ ຂອງກອງປະຊຸມວຽກງານແຜນການ ແລະ ການລົງທຶນ ປະຈຳປີ 2022 ເພຶ່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023; ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ກ່ຽວກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ (2021-2023) ທີ່ຕິດພັນ ກັບຂະແໜງແຜນການ ແລະ ການລົງທຶນ; ຮັບຟັງການເຜີຍແຜ່ (ຮ່າງ) ດໍາລັດຂອງທ່ານນາຍົກ ລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2023 ແລະ (ຮ່າງ) ບົດແນະນໍາຂອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນການລົງທຶນຂອງລັດ ປະຈໍາປີ 2023 ແລະ ອື່ນໆ ນັບທັງການປະກອບຄໍາເຫັນຂອງບັນດາກົມ ແລະທຽບເທົ່າກົມ ພາຍໃນກະຊວງ ແລະບັນດາຂະແໜງການ ແລະ ທ້ອງຖິ່ນຈໍານວນໜຶ່ງ ທີ່ຕິດພັນກັບວຽກງານແຜນການ ແລະ ການລົງທຶນ. ພ້ອມນີ້ຍັງຈະໄດ້ຕີລາຄາຄືນເຖິງດ້ານດີທີ່ພົ້ນເດັ່ນທີ່ຈະຕ້ອງໄດ້ເສີມຂະຫຍາຍ, ດ້ານອ່ອນ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດຕົວຈິງເພຶ່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດຂອງລັດຖະບານໃຫ້ມີໝາກຜົນດີກວ່າເກົ່າ ທັງຮັບປະກັນຄວາມສອດຄອງ ແລະ ກົມກຽວ ພາຍໃຕ້ຄໍາຂວັນ “ສືບຕໍ່ຫັນປ່ຽນຢ່າງແຂງແຮງວຽກງານແຜນການ, ການລົງທຶນໃນເງື່ອນໄຂໃໝ່” ແນ່ໃສ່ບັນລຸເປົ້າໝາຍ ແລະ ຄາດໝາຍຊູ້ຊົ້ນທີ່ວ່າໄວ້.

ສໍາລັບການຈັດຕັ້ງປະຕິບັດໃນວຽກງານແຜນການ ແລະ ການລົງທຶນ ໃນປີ 2022 ສາມາດເຫັນໄດ້ຜົນສໍາເລັດຫຼາຍດ້ານ ເຊັ່ນ: 1. ວຽກງານດ້ານສະຖິຕິ: ການຜະລິດຂໍ້ມູນສະຖິຕິທາງການໄດ້ຮັບການປັບປຸງດີຂຶ້ນ ສາມາດຮັບໃຊ້ການສະ ຫລຸບຕີລາຄາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທ່ວງທັນກັບສະພາບການຫລາຍຂຶ້ນກວ່າເກົ່າ ເປັນຕົ້ນ: ການຄາດຄະເນຕົວເລກລວມຍອດຜະລິດຕະພັນພາຍໃນປະຈໍາງວດ, ຕົວເລກລວມຍອດຜະລິດ ຕະພັນພາຍໃນປະຈຳປີດ້ານການໃຊ້ຈ່າຍ, ດັດຊະນີລາຄາ-ອັດຕາເງິນເຟີ້ຂອງສປປລາວ, ການສະໜອງຕົວເລກສະຖິຕິດ້ານເສດຖະກິດ, ສັງຄົມ (ພົນລະເມືອງ ແລະ ຄວາມທຸກຍາກ) ແລະອື່ນໆ. 2. ວຽກງານການວາງແຜນ ແລະ ການລົງທຶນຂອງລັດ ແລະປະເມີຜົນໂຄງການລົງທຶນຂອງລັດ: ໄດ້ສ້າງ ແລະ ເຜີຍແຜ່ແນະນໍາ ບັນດານິຕິກໍາ ກ່ຽວກັບການສ້າງ ແລະ ຄຸ້ມຄອງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ; ພ້ອມທັງປັບປຸງລະບົບຖານຂໍ້ມູນ ເພື່ອຮັບໃຊ້ການສ້າງ ແລະ ຕິດຕາມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ; ໄດ້ຄົ້ນຄວ້າກໍານົດຫຼັກການ, ເງື່ອນໄຂ ແລະ ຂັ້ນຕອນໃນການດັດແກ້ມູນຄ່າໂຄງການລົງທຶນຂອງລັດທີ່ຕິດພັນກັບການເໝັງຕີງຂອງລາຄາວັດສະດຸກໍ່ສ້າງໃນທ້ອງຕະຫຼາດທີ່ເພີ່ມຂຶ້ນ; ໄດ້ຄົ້ນຄວ້ານໍາສະເໜີລັດຖະບານເພື່ອອອກນະໂຍບາຍແກ້ໄຂໜີ້ສິນໂຄງການລົງທຶນຂອງລັດດ້ວຍຮູບແບບຕ່າງໆ ເປັນຕົ້ນ: ດ້ວຍຮູບແບບອວ່າຍໜີ້ 3 ແຈ ແລະ ອອກພັນທະບັດຊໍາລະໂດຍກົງໃຫ້ໂຄງການ ເພື່ອສ້າງສະພາບຄ່ອງ ແລະ ຊຸກຍູ້ໃຫ້ຜູ້ປະກອບການສາມາດດໍາເນີນທຸລະກິດໄດ້ຢ່າງຄ່ອງຕົວ ເຮັດໃຫ້ໜີ້ສິນລົງທຶນຂອງລັດຢູ່ໃນລະດັບທີ່ສາມາດຄຸ້ມຄອງໄດ້. ສຳລັບການປະເມີນ ໄດ້ປະເມີນ ແລະ ລາຍງານຕໍ່ກອງປະຊຸມຮັບຮອງຜົນການປະເມີນ ທັງໝົດ ຈໍານວນ 522 ໂຄງການ; ​ໃນນັ້ນ,​​ ສາມາດ​ອອກ​ໃບຢັ້ງຢືນ​ໄດ້ 447ໂຄງການ, ບໍ່ສາມາດອອກໃບຢັ້ງຢືນໄດ້ ຈຳນວນ 75 ໂຄງການເຊິ່ງໄດ້ແຈ້ງຕອບໃຫ້ພາກສ່ວນທີ່ສະເໜີໂຄງການມາປະເມີນແລ້ວ. ໄດ້ມີການດັດປັບມູນຄ່າລວມຂອງໂຄງການໃຫ້ສອດຄ່ອງກັບລະບຽບການກ່ຽວ ຂ້ອງຈາກປະມານ 4,795 ຕື້ກີບ ມາເປັນປະມານ 4,727 ຕື້ກີບ (ໃນປີ 2022). 3. ວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ເຂດເສດຖະກິດພິເສດ: ວຽກງານບໍລິການປະຕູດຽວ, ກົນໄກການອອກອະນຸຍາດລົງທຶນໄດ້ຮັບການປັບປຸງໃຫ້ມີຄວາມສະດວກວ່ອງໄວຂື້ນທັງຂັ້ນສູນກາງ ແລະ ທ້ອງຖິ່ນ ດ້ວຍການຕັດຂອດຂັ້ນການອະນຸມັດການລົງທຶນ ແລະ ການດໍາເນີນທຸລະກິດໃຫ້ສັ້ນລົງ, ຕັດຂອດກອງປະຊຸມ ຄລທ.ສ ແລະ ຄລທ.ຂ ນັບແຕ່ເດືອນສິງຫາ 2022 ເປັນຕົ້ນມາ; ຄົ້ນຄ້ວາປັບປຸງ ແລະສ້າງນິຕິກຳ ໃຫ້ສອດຄ່ອງກັບຄວາມເປັນຈິງ; ໄດ້ມອບຄວາມຮັບຜິດຊອບການອະນຸມັດການລົງທຶນໃຫ້ຂັ້ນທ້ອງຖິ່ນຫຼາຍຂື້ນ; ແລະ ຍັງເປັນໃຈກາງໃນການຊຸກຍູ້ການຈັດຕັ້ງປະຕິບັດໂຄງການຂຸດຄົ້້ນແຮ່ທາດແບບທົດລອງຕິດພັນກັບວາລະແຫ່ງ ຊາດ ເຊິ່ງສ້າງລາຍຮັບໃຫ້ງົບປະມານໄດ້ໃນລະດັບໜື່ງ. ສຳລັບການສົ່ງເສີມການລົງທຶນ ແລະ ຄຸ້ມຄອງເຂດເສດຖະກິດພິເສດ  ໄດ້ເປັນເຈົ້້າການຄົ້ນຄວ້າ ແລະ ລາຍງານລັດຖະບານພິຈາລະນາອະນຸມັດ ບັນດາໂຄງການລົງທຶນສໍາປະທານ ແລະ ກິດຈະການໃນບັນຊີຄວບຄຸມ ຈຳນວນໜຶ່ງ ເຊິ່ງສາມາດດຶງດູດການລົງທຶນໄດ້ເຖິງ 37 ພັນຕື້ກີບ ຫລື ເທົ່າກັບ 2,39 ຕື້ໂດລາສະຫະລັດ. ສຳລັບເຂດເສດຖະກິດພິເສດ ສາມາດດຶງດູດການລົງທຶນໂດຍມີທຶນຈົດທະບຽນ 167 ລ້ານກວ່າໂດລາສະຫະລັດ ແລະຄາດຄະເນມູນຄ່າການລົງທຶນທັງໝົດ 236 ລ້ານໂດລາສະຫະລັດແລະປະຕິບັດພັນທະເຂົ້າໃຫ້ງົບປະມານຂອງລັດ 192 ຕື້ກວ່າກີບ, ສ້າງວຽກເຮັດງານທໍາ ໄດ້ທັງໝົດ 62.450 ຄົນ ໃນນີ້ ແຮງງານລາວ 32.058 ຄົນ, 4. ວຽກງານການຮ່ວມມືກັບສາກົນ ແລະ ເພື່ອນມິດ: ໄດ້ຈັດຕັ້ງປະຕິບັດການລະດົມທຶນ ຊກພ ໂດຍຜ່ານກົນໄກ ການຮ່ວມມືໂດຍກົງສອງຝ່າຍ ແລະ ຫຼາຍຝ່າຍ, ກອງປະຊຸມໂຕະມົນປະຈຳປີ 2022 ແລະ ກອງປະຊຸມໂຕະມົນໃຫຍ່ທຸກໆ 5 ປີ ແລະ ບັນດາກົນໄກ ອື່ນໆ, ເຊິ່ງສາມາດອະນຸມັດໂຄງການໃໝ່ 51 ໂຄງການ, ມີມູນຄ່າ 647,28 ລ້ານໂດລາສະຫະລັດ ຫຼື ທຽບເທົ່າ 6.699,41 ຕື້ກີບ; ໄດ້ຮັບການສະໜັບສະໜູນເພີ່ມຈາກການມາຢ້ຽມຢາມ ສປປລາວ ຂອງສົມ​​ເດັດ ພຣະຣາຊາ ອັງຣີ ​ແຫ່ງຣາຊາ​ອານາຈັກລຸກ​ຊຳ​ບວກ ຈໍານວນ 2 ໂຄງການ ມູນຄ່າການຊ່ວຍເຫຼືອປະມານ 102 ລ້ານເອີໂຣ; ເຢຍລະມັນໄດ້ປະກາດເພີ່ມການຊ່ວຍເຫຼືອແກ່ ສປປ ລາວ ຈຳນວນ 38 ລ້ານ ເອີໂຣ; ວຽກຮ່ວມມືລາວ-ຈີນ: ເປັນເສນາທິການໃນການກະກຽມເອກະສານຮ່ວມມືໃນການຢ້ຽມຢາມຂອງການນໍາຂັ້ນສູງ ລະຫວ່າງ ສປປ ລາວ ແລະ ສປ ຈີນ ເຊັ່ນ: ກອງປະຊຸມລັດຖະມົນຕີຕ່າງປະເທດ ກ່ຽວກັບການຮ່ວມມືແມ່ ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຄັ້ງທີ 7,  ການຢ້ຽມຢາມທາງລັດຖະກິດ ສປຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນນີ້ ສອງຝ່າຍໄດ້ຮ່ວມລົງນາມໃນເອກະສານຮ່ວມມື ທັງໝົດ 20 ກວ່າສະບັບ. ນອກຈາກນີ້ ຍັງໄດ້ເອົາໃຈໃສ່ຄຸ້ມຄອງ, ຕິດຕາມ, ຊຸກຍູ້  ແລະສະຫຼຸບຕີລາຄາການ ຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຈາກ ສປ ຈີນ ມີທັງໝົດ 28 ໂຄງການ ເປັນມູນຄ່າ 3.985 ຕື້ຢວນ; ແລະ ວຽກຮ່ວມມືລາວ-ຫວຽດນາມ: ໄດ້ຈັດຕັ້ງຜັນຂະຫຍາຍເນື້ອໃນເອກະສານກອງປະຊຸມປະຈໍາປີຄັ້ງທີ 44 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານແຫ່ງ ສປປລາວ ແລະ ສສ ຫວຽດນາມ; ພ້ອມທັງຊຸກຍູ້, ຕິດຕາມການຜັນຂະຫຍາຍບັນດາເນື້ອໃນຖະແຫຼງການຮ່ວມ ແລະ ຂໍ້ຕົກລົງຂອງສອງນາຍົກ, ຜັນຂະຫຍາຍເນື້ອໃນຍຸດທະສາດການຮ່ວມມືໄລຍະ 10 ປີ ແລະ ສັນຍາຮ່ວມລະຫວ່າງສອງປະເທດ; ໄດ້ຕິດຕາມ ກວດກາຮ່ວມກັນບັນດາໂຄງການຮ່ວມມື-ລົງທຶນ ຈຳນວນໜື່ງ.  5. ວຽກງານການຄົ້ນຄວ້າ​ນະໂຍບາຍການພັດທະນາ ແລະ ຝຶກອົບຮົມ; ວຽກງານກວດກາ; ວຽກງານປັບປຸງກົງຈັກ ແລະພະນັກງານ ແລະວຽກງານຫ້ອງການ ແລະການເປັນເສນາທິການ:  ຕິດຕາມ ແລະ ສະຫລຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນໃນຂັ້ນສູນກາງ ແລະ ທ້ອງຖິ່ນ. ພ້ອມທັງຕີລາຄາຄວາມຄືບໜ້າ ແລະ ສິ່ງທ້າທ້າຍຂອງບັນດາຕົວຊີ້ວັດທີ່ນອນໃນເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ IX;  ວຽກງານກວດກາ: ໄດ້ດໍາເນີນໄປເປັນປົກກະຕິ ໃນການລົງຕິດຕາມກວດກາ ສະພາບການປະຕິບັດໜ້າທີ່ວຽກງານ ຂອງບັນດາກົມພາຍໃນກະຊວງ ແລະ ບັນດາພະແນກແຜນການ ແລະ ການລົງທຶນແຂວງ; ໄດ້ລົງຕິດຕາມກວດກາໂຄງການລົງທຶນຂອງລັດຮ່ວມກັບບັນດາກົມຕ່າງໆຕາມພາລະບົດບາດ; ວຽກງານກົງຈັກ ແລະພະນັກງານ: ໄດ້ປັບປຸງກົງຈັກໃຫ້ມີຄວາມກະທັດຮັດຂື້ນ ເຮັດຈັກຊ່ວຍວຽກ ຫຼຸດລົງ ຈາກ 162 ຂະແໜງມາເປັນ 119 ຂະແໜງ; ສໍາເລັດການຄົ້ນຄວ້າການສະເໜີແຕ່ງຕັ້ງ, ຍົກຍ້າຍ, ຊັບຊ້ອນ, ຍົກລະດັບ ແລະ ຮັບເອົາພະນັກງານ, ສົ່ງພະນັກງານລົງໄປກໍ່ສ້າງຮາກຖານຢູ່ທ້ອງຖິ່ນຈໍານວນໜື່ງ; ສຳເລັດສ້າງແຜນພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງ ແລະອື່ນໆ; ວຽກງານຫ້ອງການ: ໄດ້ປັບປຸງຂອດການຄຸ້ມຄອງເອກະສານຂາອອກ-ຂາເຂົ້າ, ການປະສານງານ, ການສ່ອງແສງ ຢ່າງແຂງແຮງ, ຈັດຕັ້ງປະຕິບັດດໍາລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ສຳເລັດໃນເບື້ອງຕົ້ນ; ປັບປຸງຕຶກອາຄານໃໝ່, ຫ້ອງອາຫານ ແລະ ຕິດຕັ້ງລະບົບນໍ້າສະອາດຢູ່ບັນດາຕຶກກະຊວງ; ສຳຫຼວດການພັດທະນາໂປຣແກມໃນການນໍາໃຊ້ລະບົບໄອທີ່ຮ່ວມກັບຊ່ຽວຊານຫວຽດນາມ ແລະອື່ນໆ.

ຄຽງຄູ່ກັບຜົນສຳເລັດ ທີ່ກ່າວມາຂ້າງເທິງ ຍັງມີບາງຂໍ້ຄົງຄ້າງທີ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂຄື:

  1. ການຕອບສະຫນອງຂໍ້ມູນດ້ານການວາງແຜນ, ການລົງທຶນ, ທີ່ດິນ ແລະ ອື່ນໆ ຍັງບໍ່ທັນສົມຄູ່ກັບຄວາມຕ້ອງການໃນເງື່ອນໄຂໃຫມ່; ວິທີການເກັບກຳ, ເນື້ອໃນ, ເຄື່ອງມືການເກັບກຳ, ການລາຍງານຂໍ້ມູນຍັງບໍ່ທັນສາມາດລວມສູນ, ເປັນເອກະພາບ ແລະ ທັນເວລາ;
  2. ວຽກງານການຄົ້ນຄວ້າດ້ານນະໂຍບາຍການພັດທະນາ ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງ ການຕົວຈິງ ໃນການແກ້ໄຂສະພາບຄວາມຫຍຸ້ງຍາກຂອງການພັດທະນາເສດຖະກິດ-ສັງຄົມໃນໄລຍະປັດຈຸ ບັນ ທັງດ້ານປະລິມານ ແລະ ຄຸນນະພາບ; ຫຼາຍໆຫົວຂໍ້ຄົ້ນຄວ້າທີ່ເປັນບູລິມະສິດ ຍັງບໍ່ທັນໄດ້ຄົ້ນຄວ້າລົງເລິກ ແລະ ມີບົດລາຍງານແນະນໍາທາງດ້ານນະໂຍບາຍແລະມາດຕະການແກ້ໄຂ ໄດ້ທັນການ;
  3. ການຜັນຂະຫຍາຍບັນດານະໂຍບາຍ, ທິດນໍາໃນແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະຍັງມີຄວາມຊັກຊ້າ ແລະ ບໍ່ທັນໄປຕາມທິດຈຸດສຸມ ເປັນຕົ້ນ ໃນການກໍານົດເປັນແຜນລະອຽດ, ເປັນໂຄງການທີ່ຕິດພັນກັບບັນດາຄາດໝາຍ, ຕົວຊີ້ບອກນັ້ນຍັງບໍ່ທັນສອດຄ່ອງກັນ;​
  4. ການຄຸ້ມຄອງໂຄງການລົງທຶນຂອງລັດ ຂອງບາງຂະແໜງການ ແລະ ທ້ອງຖິ່ນ ຍັງປະຕິບັດບໍ່ໄດ້ດີເທົ່າທີ່ຄວນ ໂດຍສະເພາະການຕິດຕາມການຄຸ້ມຄອງໂຄງການລົງທຶນຂອງລັດ ຢູ່ຂັ້ນທ້ອງຖິ່ນ, ຍັງບໍ່ທັນສາມາດເກັບກໍາຂໍ້ມູນການປະມູນໂຄງການ, ການຢັ້ງຢືນການຈັດຕັ້ງປະຕິບັດໂຄງການ ແລະ ອື່ນໆ. ການຄົ້ນ ຄວ້ານະໂຍບາຍສໍາລັບການຕໍ່ສັນຍາ, ການດັດແກ້ມູນຄ່າໂຄງການທີ່ຕິດພັນກັບການເໜັງຕີງຂອງລາຄາວັດສະດຸກໍ່ສ້າງໃນທ້ອງຕະຫຼາດຍັງຢູ່ໃນຂັ້ນຕອນການຄົ້ນຄວ້າ ເນື່ອງຈາກບັນຫາດັ່ງກ່າວເປັນບັນຫາກວມລວມ ແລະ ຕິດພັນກັບຫຼາຍຂະແໜງການ ແລະ ທ້ອງຖິ່ນ ຕ້ອງໄດ້ປຶກສາາຫລືກັບພາກສ່ວນກ່ຽວຂ້ອງ ແລະ ລາຍງານຂໍທິດຊີ້ນໍາຈາກລັດຖະບານຕື່ມ.
  5. ເຖິງຈະມີລະບົບການບໍລິການການລົງທຶນປະຕູດຽວແລ້ວກໍ່ຕາມ ແຕ່ການພິຈາລະນາອະນຸມັດຕົວຈິງ ຍັງຜ່ານຫຼາຍຂັ້ນຕອນ ແລະ ໃຊ້ເວລາຫຼາຍ ໂດຍສະເພາະ ໃນຂອດການຂໍຄໍາເຫັນກັບຂະແໜງ ແລະ ທ້ອງ ຖິ່ນສ່ວນຫຼາຍ ຍັງບໍ່ສາມາດດຳເນີນໄດ້ຕາມກຳນົດເວລາ;
  6. ການນຳໃຊ້ນະໂຍບາຍສົ່ງເສີມການລົງທຶນ ເພື່ອເປັນເຄື່ອງມືໃນການສົ່ງເສີມການພັດທະນາ ຍັງບໍ່ທັນມີປະສິດທິພາບ ແລະ ບໍ່ມີຈຸດສຸມ, ຍັງບໍ່ທັນໄດ້ກໍານົດຂະແໜງການຍ່ອຍ ແລະ ກິດຈະການທີ່ຕ້ອງການສົ່ງເສີມ ຕາມແຜນຍຸດທະສາດຂອງຂະແໜງການໃນແຕ່ລະໄລຍະອອກເປັນນິຕິກໍາ ແລະ ມີລະບຽບການໃນການປະຕິບັດ ລວມທັງບັນຫາການຊົດເຊີຍເນື້ອທີ່ດິນຍັງປະຕິບັດໄດ້ຊັກຊ້າ;
  7. ຂອດການຄຸ້ມຄອງໃນບາງເຂດເສດຖະກິດພິເສດ ຍັງເຮັດບໍ່ທັນໄດ້ດີ, ຍ້ອນຜູ້ພັດທະນາຈໍານວນໜື່ງຍັງບໍ່ມີທຶນຮອນພຽງພໍ ເຮັດໃຫ້ການພັດທະນາພື້ນຖານໂຄງລ່າງມີຄວາມຊັກຊ້າ ແລະ ການອໍານວຍຄວາມສະດວກ ໃນການບໍລິການປະຕຸດຽວຂອງພາກລັດ ຍັງເຮັດບໍ່ທັນໄດ້ດີ ເພື່ອອະນຸຍາດຕ່າງໆຢູ່ກັບທີ່, ຍັງບໍ່ທັນເປັນລະບົບຄົບຊຸດບາງຂະແໜງການ ແມ່ນສາມາດເຮັດໄດ້ຢູ່ກັບທີ່ ແລະ ບາງຂະແໜງການແມ່ນຕ້ອງໄດ້ເຮັດກົນໄກປະສານງານທີ່ມີຫຼາຍຂັ້ນຕອນ;
  8. ວຽກງານການຊ່ວຍເຫຼືອທາງການເພື່ອການພັດທະນາ: ການຈັດຕັ້ງປະຕິບັດບາງໂຄງການບໍ່ໄປ ຕາມຂອບເວລາທີ່ກຳນົດໄວ້, ມີການຕໍ່ອາຍຸການປະຕິບັດໂຄງການ ແລະ ການເບີກຈ່າຍເງິນໂຄງການບໍ່ໄດ້ຕາມແຜນ ການລາຍງານຊັກຊ້າ ແລະ ບາງຄັ້ງຂໍ້ມູນຍັງບໍ່ແທດຕົວຈິງ; ການສັງລວມຄວາມຕ້ອງການທຶນສົມທົບຂອງລັດຖະບານຍັງມີຄວາມຫຍຸ້ງຍາກໃນການປະສານເອົາຂໍ້ມູນນໍາບັນດາກະຊວງ ຂະແໜງການ ແລະ ທ້ອງຖິ່ນ; ການຫັນເປັນທັນສະໄຫມໂດຍຫັນມານຳໃຊ້ລະບົບຖານຂໍ້ມຸນ ໂອດາມິດ ຍັງມີຄວາມຊັກຊ້າ ແລະບໍ່ທົ່ວເຖິງ; ການເບີກຈ່າຍ ແລະ ການຄາດຄະເນແຜນເບີກຈ່າຍເງິນຕົວຈິງໃນແຕ່ລະໄລຍະຂອງໂຄງການ ຍັງບໍ່ທັນເຮັດໄດ້ ເປັນຕົ້ນ ໂຄງການທີ່ບໍ່ຜ່ານລະບົບການເບີກຈ່າຍຂອງຄັງເງິນແຫ່ງຊາດ.
  9. ການຜັນຂະຫຍາຍຂໍ້ຕົກລົງຂອງການນໍາຂັ້ນ​ສູງ, ຂອບການຮ່ວມມືຍັງຜັນຂະຫຍາຍ​ຊັກ​ຊ້າ, ມີ​ປະສິດທິ​ຜົນບໍ່ທັນສູງ; ກົນໄກການຮ່ວມມືລະຫວ່າງພາກສ່ວນຕ່າງໆຍັງບໍ່ທັນກົມກຽວ ແລະ ເປັນເອກະພາບກັນ ເປັນຕົ້ນ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ບັນດາແຂວງດ້ວຍກັນ ເຮັດໃຫ້ການຜັນຂະຫຍາຍຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ບໍ່ສໍາເລັດຕາມແຜນການທີ່ຕົກລົງກັນຂອງສອງລັດຖະບານ;
  10. ກົນໄກຂໍການຊ່ວຍເຫຼືອຈາກ ສປຈີນ ຜ່ານມາມີຫຼາຍຂັ້ນຕອນ ແລະ ບໍ່ທັນມີບົດແນະນໍາທີ່ລະອຽດ, ບໍ່ຂື້ນແຜນທຶນສົມທົບຈາກຝ່າຍລາວໃສ່ ໂຄງການຊ່ວຍເຫຼືອລ້າໄດ້ຢ່າງພຽງພໍ ພ້ອມທັງບໍ່ມີງົບປະ ມານສໍາລັບການຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດໂຄງການ; ການປະສານງານລະຫວ່າງ ຫຄລຈ ແລະ ກະ ຊວງ ແລະ ທ້ອງຖິ່ນ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ.
  11. ຂອດການປັບປຸງກົງຈັກຂັ້ນເມືອງ, ການກໍານົດຕໍາແໜ່ງງານ ແລະ ການປັບປຸງສັບຊ້ອນບຸກຄະ ລາກອນຍັງຊັກຊ້າ ເຊິ່ງຕ້ອງໄດ້ເພີ່ມຂອດປະສານສົມທົບ ແລະ ເພີ່ມຄວາມເປັນເຈົ້າການຫຼາຍຂື້ນ;
  1. ແບບແຜນເຮັດວຽກ, ກົນໄກປະສານງານ ລະຫວ່າງ ຫ້ອງການ ກັບ ບັນດາກົມກອງ ແລະ ກັບທ້ອງຖິ່ນເຖິງວ່າໄດ້ຮັບການປັບປຸງໃຫ້ດີຂື້ນແຕ່ບາງຄັ້ງກໍ່ຍັງບໍ່ທັນຄ່ອງຕົວເທົ່າທີ່ຄວນ; ການຊຸກຍູ້, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດທິດຊີ້ນຳຂອງຄະນະນໍາແຕ່ລະຂັ້ນຍັງຊັກຊ້າ ບໍ່ທັນກັບກໍານົດເວລາ.
  2. ເຖິງວ່າຈະມີເຄື່ອງມືທີ່ໄດ້ມາດຕະຖານສາກົນແຕ່ການຮັບຮອງໂຄງການຍັງມີຄວາມຊັກຊ້າ; ກົນໄກການຄົ້ນຄວ້າຮັບຮອງຜົນການປະເມີນ ແລະ ການຄຸ້ມຄອງປະເມີນໂຄງການ 3 ໄລຍະ ພາຍຫຼັງທີ່ໂຄງ ການໄດ້ບັນຈຸເຂົ້າແຜນ ເຫັນວ່າ ຫຼາຍແຂວງຍັງບໍ່​ທັນປະຕິ​ບັດໄປຕາມຂັ້ນຕອນທີ່ກົດໝາຍກໍານົດ​ໄວ້;
  3. ວຽກງານການກວດກາຍັງພົບຫຼາຍບັນຫາທີ່ເປັນຂໍ້ຄົງຄ້າງຄື: ສະພາບການລົງຕິດຕາມບັນດາໂຄງການແລະປະສານສົມທົບກັບທ້ອງຖິ່ນ ຍັງບໍ່ໄປຕາມແຜນ ແລະ ຊັກຊ້າ; ຍັງພົບຫຼາຍບັນຫາທີ່ຄ້າງຄາເຊັ່ນ: ໂຄງການໃໝ່ໃນປີ 2022 ຫຼາຍໂຄງການບໍ່ທັນໄດ້ເຊັນສັນຍາຮັບເໝົາກໍ່ສ້າງ ແລະຍັງບໍ່ທັນໄດ້ປະຕິບັດໜ້າວຽກເນື່ອງລາຄາວັດສະດຸກໍ່ສ້າງເໜັງຕິງເພີ່ມຂຶ້ນເຮັດໃຫ້ບໍລິສັດຍື່ນຊອງປະມູນເກີນມູນຄ່າສະພາຮັບຮອງ;

ສຳລັບທິດ ທິດທາງແຜນການປີ 2023  ເພື່ອສາມາດປະຕິບັດໜ້າວຽກຈຸດສຸມໃນປີ ແມ່ນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ພ້ອມທັງເປັນປີທີ່ຕ້ອງໄດ້ມີການປະເມີນກາງສະໄໝການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9, ເຊິ່ງສະພາບການຂອງພາກພື້ນ-ຂອງໂລກຍັງສືບຕໍ່ປ່ຽນແປງຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ສະນັ້ນ ເພື່ອປະຕິບັດຄໍາຂວັນຂອງຂະແໜງແຜນການ ແລະ ການລົງທຶນ ຕ້ອງເອົາໃຈໃສ່ປະຕິບັດບັນດາທິດທາງລວມ ດັ່ງນີ້:

  • ສຸມໃສ່ປະຕີບັດມະຕິກົມການເມືອງສູນກາງພັກ, ຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ ແລະ 5 ວຽກຈຸດສຸມຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກເສດຖະກິດ-ການເງິນ ໃຫ້ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້ ເພື່ອເລັ່ງຟື້ນຟູເສດຖະກິດ ແລະ ສ້າງສະເຖຍລະພາບເສດຖະກິດມະຫາພາກ ແລະ ແກ້ໄຂສະພາບຄວາມທຸກຍາກຂອງປະຊາຊົນ.
  • ເພີ່ມທະວີການປັບປຸງ ແລະ ສ້າງຖານຂໍ້ມູນສະຖິຕິຢ່າງຮອບດ້ານ ແລະ ຄົບຊຸດ ເພື່ອສະໜັບສະໜູນການຄົ້ນຄວ້າ, ການວາງແຜນ, ການພິຈາລະນາ ແລະ ການຕິດຕາມການລົງທຶນຂອງລັດ ແລະ ເອກະຊົນ ແລະ ການຕິດຕາມປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບວາລະແຫ່ງຊາດ ຢ່າງເປັນວິທະຍາສາດ ແລະ ເປັນມືອາຊີບ.
  • ເປັນໃຈກາງໃນການຊຸກຍູ້ການຜະລິດ ແລະບໍລິການທີ່ເປັນຂະແໜງການເສດຖະກິດປາຍແຫຼມ ແລະ ເປັນທ່າແຮງຂອງແຕ່ລະທ້ອງຖິ່ນ ໃຫ້ຂະຫຍາຍຕົວ ເພື່ອສ້າງເງື່ອນໄຂໃນການຫັນປ່ຽນໂຄງປະກອບເສດຖະກິດຕາມພາກສ່ວນ, ຂະແໜງການ ແລະ ເຂດແຄວ້ນ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ມີຄຸນະພາບສູງຂຶ້ນ.
  • ຫັນປ່ຽນລະບົບ ແລະ ກົນໄກການເຮັດວຽກ, ການປະສານງານ ແລະຕິດຕາມປະເມີນຜົນໃນແຕ່ລະວຽກງານ ພາຍໃນຂະແໜງການ, ລະຫວ່າງຂະແໜງການຕ່າງໆ ແລະ ລະຫວ່າງຂັ້້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີປະສິດທີຜົນ ແລະ ເປັນທັນສະໄໝ.
  • ເອົາໃຈໃສ່ການສ້າງ ແລະ ພັດທະນາບຸກຄະລາກອນຂອງຂະແໜງການແຜນການ ແລະ ການລົງທຶນ ທັງຂັ້້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄຸນນະພາບສູງຂຶ້ນ ແລະ ກາຍເປັນເສນາທິການທີ່ເຂັ້ມແຂງ ໃນການຊຸກຍູ້ວຽກງານຂອງຂະແໜງການແຜນການ ແລະ ການລົງທຶນ ທີ່ແທ້ຈິງ.

ກອງປະຊຸມຮຽກຮ້ອງໃຫ້ ບັນດາຂະແໜງການ ທັງຂັ້ນສຸງກາງ ແລະ ທ້ອງຖິ່ນ ສຸມທຸກເຮື່ອແຮງສະຕິປັນຍາເພື່ອສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍອື່ນໆທີ່ໄດ້ກໍານົດໄວ້ໃນແຜນພັດທະນາເສດຖະ          ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດຂອງລັດຖະບານ ແລະ ມະຕິ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2023 ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.