ກອງປະຊຸມສະຫຼຸບວຽກງານໄອຍະການປະຊາຊົນ ແລະ ອະໄພຍະໂທດ ທົ່ວປະເທດ ປະຈໍາປີ 2020

by | Apr 1, 2021 | ການເຄື່ອນໄຫວ | 0 comments

ໃນວັນທີ 10 ມີນາ 2021, ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ  ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການອະໄພຍະໂທດລະດັບຊາດ, ມີຜູ້ແທນຂອງຄະນະກຳມະການອະໄພຍະໂທດລະດັບກະຊວງ, ແຂວງ, ນະຄອນຫຼວງວຽງຈັນ, ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ຄໍາສານ ສຸວົງ  ຮອງປະທານຄະນະກຳມະການອະໄພຍະໂທດລະດັບຊາດກ່າວວ່າ: ປະຕິບັດນະໂຍບາຍມະນຸດສະທໍາຂອງພັກ ແລະ ລັດຖະບານ, ສິດຂອງປະທານປະເທດທີ່ໄດ້ກຳນົດໄວ້ໃນໜວດທີ  VI ມາດຕາ 67 ຂໍ້ 12 ຂອງລັດຖະທຳມະນູນແຫ່ງ ສປປ ລາວ ສະບັບເລກທີ 63, ລົງວັນທີ 8 ທັນວາ 2015. ໃນປີ 2020, ຄະນະກຳມະການອະໄພຍະໂທດລະດັບຊາດ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງໄດ້ພິຈາລະນາອະໄພຍະໂທດຫຼຸດຜ່ອນໂທດ, ອະໄພຍະໂທດປ່ອຍຕົວກ່ອນກຳນົດໃຫ້ບັນດານັກໂທດທີ່ກ້າວໜ້າ ແລະ ເຂົ້າເກນພິຈາລະນາ  ຕາມການສະເໜີຂອງຄ້າຍຄຸມຂັງ, ຄ້າຍດັດສ້າງທີ່ຂື້ນກັບກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ. ກອງປະຊຸມຍັງໄດ້ປຶກສາຫາລື, ຖອດຖອນບົດຮຽນ ແລະ ຂໍ້ຄົງຂ້າງເພື່ອສືບຕໍ່ປະຕິບັດໜ້າວຽກຈຸດສຸມໃນປີ 2021 ໃຫ້ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ  ປະທານຄະນະກຳມະການອະໄພຍະໂທດລະດັບຊາດ ໄດ້ກ່າວຊົມເຊີຍ ແລະ ຕີລາຄາສູງຕໍ່ ຄະນະກຳມະການອະໄພຍະໂທດທຸກຂັ້ນ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ມີຄວາມຮັບຜິດຊອບສູງໃນການປະຕິບັດລັດຖະບັນຍັດຂອງປະທານປະເທດ       ວ່າດ້ວຍການໃຫ້ອະໄພຍະໂທດ ທີ່ໄດ້ເປັນເຈົ້າການໃນການຄົ້ນຄວ້າ, ກວດກາຄວາມຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນັກໂທດທີ່ມີຄວາມກ້າວໜ້າ.

ຜ່ານການສະເໜີຄະນະກຳມະການອະໄພຍະໂທດລະດັບຊາດ ໄດ້ຕົກລົງເຫັນດີໃຫ້ອະໄພຍະໂທດແກ່ນັກໂທດທັງໝົດ 1,791 ຄົນ, ຍິງ 280 ຄົນ ໃນນັ້ນ ມີຊາວຕ່າງປະເທດ 34 ຄົນ. ນອກຈາກນັ້ນ ຍັງໄດ້ພິຈາລະນາຕົກລົງໃຫ້ອະໄພຍະໂທດປ່ອຍຕົວກ່ອນກຳນົດໃຫ້ນັກໂທດ ໄລຍະປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ລວມມີ 970 ຄົນ, ຍິງ 135 ຄົນ ແລະ ມີຊາວຕ່າງປະເທດ 17 ຄົນ.