ໃນວັນທີ 09 ມິຖຸນາ 2022, ເວລາ 08:30 ໂມງ ຢູ່ທີ່ເມືອງວັງວຽງ, ແຂວງວຽງຈັນ ກົມຮ່ວມມືສາກົນໄດ້ຈັດກອງເຜີຍແຜ່ບັນດານິຕິກຳທີ່ຕິດພັນກັບວຽກງານຮ່ວມມືສາກົນ ໂດຍການເປັນປະທານຂອງທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນຜູ້ຊີ້ນໍາວຽກ ງານຮ່ວມມືສາກົນ ,ກອງປະຊຸມໄດ້ຈັດ ໃນຮູບແບບເຊິ່ງໜ້າ ແລະ ວີດີໂອທາງໄກ ໂດຍມີບັນດາຂະແໜງການເຂົ້າຮ່ວມແບບເຊິ່ງໜ້າ ຈຳນວນ 80 ທ່ານ ຍິງ 30 ທ່ານ ແລະ ຄູ່ຮ່ວມພັດທະນາເຂົ້າ ຮ່ວມຜ່ານລະບົບ ວີດີໂອທາງໄກ ຈຳນວນ 30 ທ່ານ.
ຈຸດປະສົງກອງປະຊຸມຄັ້ງນີ້ເພື່ອໃຫ້ບັນດາກະຊວງ, ຂະແໜງການ ແລະ ຄູ່ຮ່ວມພັດທະນາໄດ້ເຂົ້າໃຈລະບຽບການຄຸ້ມຄອງທຶນ ຊ່ວຍເຫຼືອທາງການເພື່ອການພັດທະນາ(ຊກພ), ຍຸດທະສາດການລະດົມ ແລະ ຄຸ້ມຄອງທຶນ ຊ່ວຍເຫຼືອທາງການເພື່ອການພັດທະນາ(ຊກພ) ຮອດປີ 2030 ລວມທັງ ວິທີການລາຍງານຜົນການຈັດຕັ້ງປະຕິບັດທຶນຊ່ວຍເຫຼືອ ທາງການເພື່ອການພັດທະນາ(ຊກພ) ຜ່ານລະບົບ ODA-MIS.gov.la.
ອີງຕາມດໍາລັດວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ການຊ່ວຍເຫຼືອທາງການເພື່ອການພັດທະນາ ສະບັບ 357 /ລບ, ລົງວັນທີ 09 ຕຸລາ 2019 ກ່ຽວກັບຄວາມເປັນມາ,ໂຄງສ້າງ ແລະເນື້ອໃນ ໂດຍສະເພາະ ການຄຸ້ມຄອງ ແລະ ການນຳໃຊ້ການຊ່ວຍເຫຼືອລ້າ, ການຄຸ້ມຄອງ ແລະ ນຳໃຊ້ການກູ້ຢືນໃນເງື່ອນໄຂຜ່ອນຜັນ, ຄວາມຮັບຜິດຊອບ ຂອງອົງການ ລັດກ່ຽວກັບ ຊກພ, ຂໍ້ຫ້າມຕ່າງໆ, ການຄຸ້ມຄອງ ແລະ ກວດກາ,ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕ່່ຜູ້ລະເມີນ ແລະ ບົດບັນຍັດສຸດທ້າຍ. ຍຸດທະສາດ ການລະດົມ ທຶນຊ່ວຍເຫຼຶອເພື່ອການພັດທະນາ (ຊກພ) ສປປ ລາວ ຮອດປີ 2030 ເພື່ອລະດົມທຶນໃຫ້ ສປປ ລາວ ໃຫ້ສາມາດບັນລຸໄດ້ຕາມການພັດທະນາແບບຍືນຍົງ ຂອງແຜນພັດທະ ນາເສດຖະກິດສັງຄົມແຫ່ງຊາດຂອງ ສປປ ລາວ ໃນແຕ່ລະໄລຍະ. ແນະນຳການນຳໃຊ້ລະບົບຄຸ້ມຄອງ ແລະຕິດຕາມ ເອເລັກໂຕຣນິກ(ODA-MIS.GOV.LA) ເພື່ອຮັບປະກັນ ການລາຍງານຕົວເລກການເບີກຈ່າຍທີ່ຊັດເຈນ, ວ່ອງໄວ ແລະ ຫັນເປັນທັນສະໄໝ ສໍາລັບຂັ້ນສູນກາງ ແລະ ທ້ອງຖິ່ນ.