ໃນວັນທີ່ 17 ຕຸລາ 2022, ທີ່ໂຮງແຮມຄຣາວພາຊາ ກະຊວງແຜນການ ແລະ ການລົງທຶນ ໄດ້ຮ່ວມກັບ ສະຖານທູດອັງກິດ ປະຈຳ ສປປ ລາວ ແລະ ສະຖາບັນການເຕີບໂຕສີຂຽວສາກົນຈັດກອງປະຊຸມເຜີຍແຜ່ຜົນຂອງບົດສຶກສາຄວາມເປັນໄປໄດ້ກ່ຽວກັບລະບົບການປ່ຽນຖ່າຍໝໍ້ໄຟ ສໍາລັບລົດໄຟຟ້າສອງລໍ້ຢູ່ໃນ ສປປ ລາວ ຂຶ້ນ. ໂດຍການເປັນປະທານຮ່ວມຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ຈອນ ເພຍສັນ ເອກອັກຄະລັກທະທູດ ອັງກິດ ປະຈຳ ສປປ ລາວ ແລະ ທ່ານ ໂຣວານ ເຟຼເຊີ ຫົວໜ້າສະຖາບັນການເຕີບໂຕສີຂຽວສາກົນ ປະຈຳ ສປປ ລາວ, ໂດຍມີຜູ້ເຂົ້້າຮ່ວມຈາກພາກລັດ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນທັງໝົດ 50 ທ່ານ.
ຈຸດປະສົງເພື່ອນໍາສະເໜີກ່ຽວກັບຄວາມເປັນໄປໄດ້ດ້ານການເງິນ ແລະ ສິ່ງແວດລ້ອມ ເຊິ່ງເປັນວຽກງານທີ່ສຳຄັນໃນການສະໜັບສະໜູນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ໂດຍສະເພາະ ການບັນລຸຄາດໝາຍສູ້ຊົນການນຳໃຊ້ພາຫະນະທີ່ນຳໃຊ້ໄຟຟ້າໃຫ້ໄດ້ຫຼາຍທີສຸດ,
ລະບົບປ່ຽນຖ່າຍແບັດເຕີລີໝາຍເຖິງການປ່ຽນຖ່າຍແບັດເຕີລີທີ່ໝົດໄຟແລ້ວ ກັບແບັດເຕີທີ່ສາກໄຟເຕັມຢູ່ຕາມສະຖານປ່ຽນຖ່າຍທີ່ສາມາດຮັບຮອງແບັດເຕີລີໄດ້ 6-10 ໜ່ວຍ ຕໍ່ໜຶ່ງສະຖານນີ ແລະ ການປ່ຽນຖ່າຍແມ່ນໃຊ້ເວລາບໍ່ຮອດ 1 ນາທີ. ພ້ອມກັນນີ້, ການນໍາໃຊ້ລົດຈັກດ້ວຍລະບົບປ່ຽນຖ່າຍແບັດເຕີລີກຳລັງໄດ້ຮັບຄວາມນິຍົມໃນຂອບເຂດທົ່ວໂລກ ເພື່ອເລັ່ງການນຳໃຊ້ພະລັງງານໄຟຟ້າໃຫ້ນັບມື້ນັບຫຼາຍຂຶ້ນ ດ້ວຍການສຶກສາຄົ້ນຄວ້າລະອຽດກ່ຽວກັບສິ່ງທ້າທາຍ ເປັນຕົ້ນເວລາໃນການສາກທີ່ດົນຈົນເກີນໄປ, ການເຊື່ອມໂຊມ, ການຈັດການສິ່ງເສດເຫຼືອແບັດເຕີລີ ແລະ ຕົ້ນທຶນ ໂດຍສະເພາະເມື່ອທຽບໃສ່ ສະກູດເຕີໄຟຟ້າ ທີ່ບໍ່ຈຳເປັນໃຊ້ແບັດເຕີລີ. ອີງຕາມຜົນຄົ້ນຄວ້າ ເຫັນວ່າ ສປປ ລາວ ມີທ່າແຮງໄດ້ປຽບດ້ານລາຄາພະລັງງານ ແລະ ມີຕົ້ນທຶນທີ່ຕ່ຳເມື່ອທຽບກັບພະລັງງານເຊື້ອໄຟ ຈຶ່ງເຫັນວ່າຄວນສົ່ງເສີມຂະແໜງການພາຫະນະທີ່ນຳໃຊ້ໄຟຟ້າ ເພື່ອສົ່ງເສີມການພັດທະນາທີ່ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ທັງເປັນການຫຼຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟ ກໍ່ຄືການສ້າງສະເຖຍລະພາບດ້ານເງິນຕາ ເຊິ່ງເປັນບູລິມະສິດຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ.
ຄະນະປະທານທັງ 3 ຄື: ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ຈອນ ເພຍສັນ ເອກອັກຄະລັກທະທູດ ອັງກິດ ປະຈຳ ສປປ ລາວ ແລະ ທ່ານ ໂຣວານ ເຟຼເຊີ ຫົວໜ້າສະຖາບັນການເຕີບໂຕສີຂຽວສາກົນ ປະຈຳ ສປປ ລາວ ໄດ້ເຫັນດີເປັນເອກະພາບວ່າ ຈຸດປະສົງສຳຄັນຂອງການເຮັດບົດຄົ້ນຄວ້ານີ້ແມ່ນເພື່ອ ຜັນຂະຫຍາຍບູລິມະສິດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 (2021-0225), ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ, ສົນທິສັນຍາປາຣີວ່າດ້ວຍການປ່ຽນແປງດິນຟ້າອາກາດ ແລະ ວາລະການພັດທະນາ 2030 ເຂົ້າສູ່ລະດັບແຜນ, ກິດຈະກຳ ແລະ ມາດຕະການ ແລະ ໄດ້ຍົກສູງບົດບາດພາກເອກະຊົນ ແລະ ຄູ່ຮ່ວມພັດທະນາໃນການເປັນຄູ່ຮ່ວມມືຫຼັກເພື່ອເຮັດໃຫ້ວຽກງານດັ່ງກ່າວກ້າວເຂົ້າສູ່ພາກປະຕິບັດຕົວຈິງ.ພ້ອມກັນນີ້້ ຄະນະປະທານຍັງຮຽກຮ້ອງໃຫ້ທຸກພາກສ່ວນນຳໃຊ້ຜົນປະໂຫຍດຂອງບົດຄົ້ນຄວ້າ ເພື່ອເປັນຂໍ້ມູນບ່ອນອີງສຳຄັນໃນການຕັດສິນໃຈ ແລະ ຊອກຫາທາງເລືອກອື່ນເພື່ອສົ່ງເສີມການນຳໃຊ້ລົດໄຟຟ້າໃນນັບມື້ນັບຫຼາຍຂຶ້ນ.