ກອງປະຊຸມ ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມໄລຍະ ຜ່ານມາ ແລະ ແຜນວຽກໃນຕໍ່ໜ້າ ຂອງ 4 ເມືອງເປົ້າໝາຍ ທີ່ມີແຜນຈະຫຼຸດພົ້ນ ອອກຈາກຄວາມທຸກຍາກ

by | May 16, 2022 | ການເຄື່ອນໄຫວ | 0 comments

ໃນວັນທີ 28 ເມສາ 2022, ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມໄລຍະຜ່ານມາ   ແລະ ແຜນວຽກໃນຕໍ່ໜ້າ ຂອງ 4 ເມືອງເປົ້າໝາຍ ທີ່ມີແຜນຈະຫຼຸດພົ້ນອອກຈາກຄວາມທຸກຍາກ ຄື: ເມືອງຊ່ອນ, ແຂວງຫົວພັນ; ເມືອງ ທ່າໂທມ, ແຂວງ ໄຊສົມບູນ; ເມືອງ ຄູນຄໍາ, ແຂວງ ຄໍາມ່ວນ ແລະ ເມືອງ ນອງ, ແຂວງສະຫວັນນະເຂດ ໂດຍຜ່ານລະບົບອອນລາຍທາງໄກ ກອງປະຊຸມຄັ້ງນີ້ໄດ້ຮັບກຽດເປັນປະທານຮ່ວມໂດຍທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້, ພ້ອມກັນນັ້ນ ກໍ່ໄດ້ມີບັນດາທ່ານຕາງໜ້າຈາກກະຊວງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະຜາ່ນມາ, ພອ້ມທັງສອ່ງແສງໃຫ້ເຫັນເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງ ແລະ ແຜນວຽກໃນຕໍ່ໜ້າ ຂອງ 04 ເມືອງເປົ້າໝາຍຫຼຸດພົ້ນອອກຈາກຄວາມທຸກຍາກ.

ກອງປະຊຸມໄດ້ໃຫ້ຮູ້ວ່າ ໄລຍະຜ່ານມາ ລັດຖະບານ ຂອງ ສປປ ລາວ ໄດ້ຖືເອົາວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າທີ່ອາໃສຢູ່ເຂດຫ່າງໄກຊອກຫລີກ ເປັນວຽກງານບູລິມະສິດ ຊຶ່ງສະແດງອອກຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີ ຄັ້ງທີ IX ໂດຍໄດ້ກໍານົດເປົ້າໝາຍ, ວຽກງານຈຸດສຸມ ລະອຽດໃນເປົ້າໝາຍທີ 3, ແຜນວຽກຈຸດສຸມທີ 1 ແລະ 2 ຂອງແຜນດັ່ງກ່າວ. ນອກຈາກນັ້ນ, ລັດຖະບານຍັງໄດ້ສຸມງົບປະມານທີ່ມີຈຳກັດເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະຜ່ານມາ ຄື: ປີ 2016 ຈຳນວນ 145 ຕື້ກີບ; ປີ 2017 ຈໍານວນ 186 ຕື້ກີ; ປີ 2018 ຈໍານວນ 172 ຕື້ກີບ; ປີ 2019 ຈໍານວນ 112 ຕື້ກີບ; ປີ 2020 ຈໍານວນ 120 ຄື້ກີບ; ປີ 2021 ຈໍານວນ 124 ຕື້ກີບ; ແລະ ປີ 2022 ຈໍານວນ 136 ຕື້ກີບ.

ນອກຈາກນັ້ນ, ກອງປະຊຸມຍັງໃຫ້ຊາບວ່າ ຜ່ານການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ 4 ເມືອງເປົ້າໝາຍ ໄລຍະຜ່ານມາເຫັນວ່າໄດ້ຮັບຜົນສໍາເລັດຫລາຍຢ່າງ ສິ່ງດັ່ງກ່າວໄດ້ເຮັດໃຫ້ຊີວິການເປັນຢູ່ທາງດ້ານ ວັດຖຸ ແລະ ຈິດໃຈ ຂອງປະຊາຊົນລາວບັນດາເຜົ່າທີ່ອາໃສຢູ່ 4 ເມືອງດັ່ງກ່າວ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ ປະກອບສ່ວນໃນການຈັດຕັ້ງຜັນຂະຫຍາຍບັນດາເອກະສານສໍາຄັນຂອງພັກ ແລະ ລັດຖະບານ ກໍ່ຄືການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສ້າງປັດໃຈພື້ນຖານສຳຄັນໃນການນໍາພາປະເທດຊາດກ້າວຂື້ນສູ່ເປົ້າໝາຍສັງຄົມນິຍົມຢ່າງໜັກແໜ້ນ. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ຮ່ວມກັນປຶກສາຫາລື ແຜນວຽກໃນຕໍ່ໜ້າ ຊຶ່ງຄາດວ່າ ຈະເຮັດໃຫ້ 04 ເປົ້າໝາຍດັ່ງກ່າວຫຼຸດພົ້ນອອກຈາກຄວາມທຸກຍາກ ໃນອານາຄົດອັນໃກ້ໆນີ້.