ກອງປະຊຸມ ສະຫຼຸບວຽກງານໄອຍາການ ປະຊາຊົນ ແລະ ວຽກງານອະໄພຍະໂທດ ປະຈຳປີ 2019

by | Aug 13, 2020 | ການເຄື່ອນໄຫວ | 0 comments

ໃນວັນທີ 4 ກຸມພາ 2020 ທີຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ແຜນການ ແລະການລົງທຶນ, ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານໄອຍະການປະຊາຊົນ ແລະວຽກງານອະໄພຍະໂທດປະຈຳປີ 2019.

ກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາການເຄື່ອນໄຫວຮອບດ້ານຂອງອົງການໄອຍະການປະຊາຊົນ ປະຈຳປີ 2019 ແລະພ້ອມກັນຄົ້ນຄ້ວາ ແລະຮັບຮອງເອົາທິດທາງແຜນການ, ຄາດໝາຍສູ້ຊົນ ແລະວຽກງານຈຸດສຸມ ສຳລັບ ປີ 2020, ພ້ອມກັນນັ້ນກໍ່ເຜີຍແຜ່ເຊື່ອມຊືມນິຕິກຳ ຈຳນວນໜຶ່ງເຊັ່ນ: ມະຕິກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ VIII; ຄໍາແນະນໍາ ລະຫວ່າງກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນ ແລະສານປະຊາຊົນ ເລກທີ 186 ລົງວັນທີ 27 ມັງກອນ 2020 ກ່ຽວກັບການດຳເນີນຄະດີຂັ້ນການກະກຽມໃນສະຖານະການການຄ້າມະນຸດ; ແລະ ຄຳແນະນຳຮ່ວມເລກທີ 14 ກ່ຽວກັບ ການເອົາພະນັກງານໄອຍະການໄປປະຈຳຢູ່ຄ້າຍຄຸມຂັງ ແລະຄ້າຍກັກຂັງ. ຜູ້ແທນກອງຊຸມໄດ້ປະກອບຄຳເຫັນຕໍ່ບົດສະຫຼຸບທີ່ຜ່ານມາ ກໍ່ຄືທິດທາງແຜນການ ປີ 2020 ຢ່າງກົງໄປກົງມາ ແລະພ້ອມຄົ້ນຄ້ວາເປັນເອກະພາບກັນໃນການຂະຫຍາຍ 3 ນິຕິກຳທີ່ໄດ້ເຜີຍແຜ່ກອງປະຊຸມຄັ້ງນີ້.