ໃນຕອນເຊົ້າວັນທີ 09 ພຶດສະພາ 2022, ຢູ່ທີ່ ກະຊວງແຜນການ ແລະ ການລົງທຶນ, ເພື່ອຕອບສະ ໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່, ເຊິ່ງມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາໜ່ວຍພັກ ໃຫ້ມີຄວາມສາມາດນຳພາ-ຊີ້ນຳ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງໃຫ້ເຂົ້າສູ່ລວງເລິກ ແລະໄດ້ຮັບຜົນສໍາເລັດ. ສະນັ້ນ, ກະຊວງແຜນການ ແລະ ການລົງທຶນ ໄດ້ເປີດຊຸດຝຶກອົບຮົມ ວຽກງານກໍ່ສ້າງພັກ-ພະນັກງານ ຊຸດທີ IV ຂຶ້ນຢ່າງເປັນທາງການ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ. ໃນຊຸດຝືກອົບຮົມຄັ້ງມີບັນດາເລຂາ, ຮອງເລຂາ, ຄະນະໜ່ວຍພັກ ແລະ ຜູ້ຊ່ວຍວຽກໜ່ວຍພັກ ຂອງຫ້ອງການ, ບັນດາກົມ ແລະ ທຽບເທົ່າກົມ ພາຍໃນກະຊວງ ແຜນການ ແລະ ການລົງທຶນ ເຂົ້າຮ່ວມທັງໝົດ 48 ສະຫາຍ, ຍິງ 19 ສະຫາຍ. ມີນັກວິທະຍາກອນ ຈາກ ສະຖາບັນການເມືອງ-ການປົກຄອງ ໃຫ້ກຽດບັນຍາຍເອກະສານສຳຄັນໃນຄັ້ງນີ້.
ຜູ້ເຂົ້າຮ່ວມຝຶກອົບຮົມຈະໄດ້ເຊື່ອມຊຶມເອກະສານສຳຄັນຕ່າງໆດັ່ງລຸ່ມນີ້:
- ແນວຄິດໄກສອນ ພົມວິຫານ ກ່ຽວກັບການກໍ່ສ້າງພັກ
- ຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກ
- ວຽກງານຄຸ້ມຄອງ-ປ້ອງກັນພັກ
- ວຽກງານຂະຫຍາຍພັກ
- ຍົກສູງຄຸນະພາບການດໍາເນີນຊີວິດ ຂອງໜ່ວຍພັກ
- ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ
- ວຽກງານພະນັກງານຂອງພັກ
- ຍົກສູງຄຸນນະພາບຖັນແຖວສະມາຊິກພັກ.
- ວຽກງານ ຂອງຄະນະພັກຮາກຖານ
- ກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ
ຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ດໍາເນີນໄປ 5 ວັນ ແລະ ໄດ້ປິດລົງໃນຕອນບ່າຍ ຂອງວັນທີ 13 ພຶດສະພາ 2022 ພາຍໃນການເປັນປະທານ ຂອງ ສະຫາຍ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ແລະ ໃຫ້ກຽດມອບໃບຢັ້ງຢືນ ໃຫ້ນັກສໍາມະນາກອນ ທັງໝົດ 48 ສະຫາຍ.