ໃນ ວັນທີ 1 ກັນຍາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ສ້າງຂະບວນການບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ເຊິ່ງມີ ພະນັກງານລັດຖະກອນຈາກພາຍໃນກະຊວງເຂົ້້າຮ່ວມ ທັງໝົດ 22 ທ່ານ.
ໃນການສ້າງຂະບວວນການບໍລິຈາກເລືອດໃນຄັ້ງນີ້ ແມ່ນ ເພຶ່ອຊ່ວຍເຫຼືອສັງຄົມ ກໍຄືຄົນເຈັບທີ່ນອນປີ່ນປົວຢູ່ໃນໂຮງໝໍໃນຂອບເຂດທົ່ວປະເທດ ເພາະວ່າໃນປັດຈຸບັນເຫັນໄດ້ວ່າມີການຕ້ອງການເລືອດເປັນຈຳນວນຫຼາຍ ເນຶ່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ 19, ພະຍາດໄຂ້ຍຸງ ການຜ່າຕັດ ແລະ ພະຍາດເລືອດຊ່ຳເຮື້ອຕ່າໆ ເຊິ່ງການບໍລິຈາກເລືອດແມ່ນສາມາດ ໄດ້ຮັບເລືອດຕົວຈິງຈຳນວນ 17 ຖົງ.