ໃນຕອນເຊົ້າວັນທີ 21 ມັງກອນ 2022, ທີ່ສະໂມສອນໃຫຍ່ກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ແລະ ວັນຊາດສາທາລະນະລັດກູບາ ຄົບຮອບ 63 ປີ, ໂດຍໃຫ້ກຽດການເປັນປະທ່ານຮ່ວມຂອງທ່ານ ນາງ ຄຳຈັນ ວົງແສນບູນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກັບ ທ່ານ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ, ພ້ອມດຽວກັນນີ້ກໍຍັງມີບັນດາສະຫາຍຄະນະພັກປະຈຳ, ຄະນະບໍລິຫານງານພັກ, ຮອງລັດຖະມົນຕີ, ທຽບເທົ່າຮອງລັດຖະມົນຕີ, ບັນດາທ່ານຫົວໜ້າກົມ, ຫົວໜ້າຫ້ອງການ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ສະມາຊິກພັກສົມບູນ-ສຳຮອງ ທັງໝົດພາຍໃນກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມທັງໝົດ 320 ກວ່າສະຫາຍ.
ທ່ານ ພົນຕີ ວໍລະສານ ວິລັດດາວົງ ໄດ້ໃຫ້ກຽດປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອງ 73 ປີທ່ານ ໄດ້ຍົກໃຫ້ເຫັນວັນແຫ່ງໄຊຊະນະອົນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ເປັນພັນໆປີຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະໄດ້ເປັນເຈົ້າການຂອງປະເທດຊາດຢ່າງແທ້ຈິງ, ກອງທັບປະຊາຊົນລາວຍາມໃດກໍ່ຮັກສາມູນເຊື້ອອັນດີງາມ ມີປະຊາທິປະໄຕ ແລະ ມີລະບຽບວິໄນ, ແມ່ນກຳລັງດັນຂອງພາລະກິດປະຕິວັດຂອງປະເທດລາວ, ເສີມຂະຫຍາຍປະຊາທິປະໄຕ ແມ່ນຂະບວນວິວັດໝື່ງ ທີ່ຕິດພັນກັບການຂະຫຍາຍຕົວໃນທຸກດ້ານຂອງປະເທດຊາດ, ດັ່ງນັ້ນກອງທັບປະຊາຊົນລາວ ເວລາໄດ້ກໍ່ຍົງສູງ ແລະ ເປີດກວ້າງປະຊາທິປະໄຕ, ເຄົາລົບປະຕິບັດລະບຽບວິໄນເຂັ້ມງວດ, ປະຕິບັດສິດເປັນເຈົ້າຂອງປະຊາຊົນຢ່າງເຕັມສ່ວນ ແລະ ຄົບຖ້ວນ, ຕັ້ງໜ້າປົກປັກຮັກສາຄວາມເປັນເອກະລາດອະທິປະໄຕຂອງຊາດ ແລະ ລະບອບ ປະຊາທິປະໄຕ ປະຊາຊົນໄວ້ໄດ້ຢ່າງໝັ້ນຄົງ. ສົມກັບຄຳເວົ້າຂອງປະທານ ໄກສອນ ພົມວິຫານ ເວົ້າວ່າ ເວລາໃດກອງທັບກໍ່ນຳໜ້າທຸກວຽກງານ, ເດັດດ່ຽວໜຽນແໜ້ນຜ່ານຜ່າອຸປະສັກ, ສຳເລັດທຸກໜ້າທີ່, ຕີເອົາຊະນະສັດຕູທຸກໂຕ, ສົມແລ້ວເປັນກຳລັງແກ່ນສານທີ່ເຂັ້ມແຂງ ຂອງການປະຕິວັດເປັນເຄື່ອງມືອັນຄົມແຫຼມຂອງພັກ (ນຳ້ໃຈວັນທີ 20 ມັງກອນໝັ້ນຍືນ).
ທ່ານ ນາງ ຄຳຈັນ ວົງແສນບູນ ກໍໄດ້ໃຫ້ກຽດປາຖະກະຖາວັນຊາດສາທາລະນະລັດກູບາ ຄົບຮອບ 63 ປີ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດ ແຫ່ງການຕໍ່ສູ້ກູ້ຊາດ ນັບແຕ່ປະເທດຊາດໄດ້ຮັບການປົດປ່ວຍ ພັກ ແລະ ລັດຖະບານກູບາ ໄດ້ອອກແຮງເຕົ້າໂຮມກຳລັງຄວາມສາມັກຄີເປັນປືກແຜ່ນໃນທົ່ວປວງຊົນ ເພື່ອພາລະກິດແຫ່ງການປົກປັກຮັກສາປະເທດຊາດ, ປະເທດລາວ ແລະ ກູບາຢູ່ຫາງໄກກັນຄົນລະຊີກໂລກ ແຕ່ການພົວພັນຮ່ວມມື ລະຫວ່າງສອງ ພັກ-ລັດ ແລະ ປະຊາຊົນລາວ-ກູບາ ແມ່ນມີມູນເຊື່ອອັນດີງາມມາແຕ່ດົນນານ, ມິດຕະພາບຖານສະຫາຍອ້າຍນ້ອງທີ່ສະໜິດສະໜົມ ແລະ ເປັນການຮ່ວມມືຮອບດ້ານສອງຝ່າຍໄດ້ຮັບການສະໜັບສະໜູນຊ່ວຍເຫຼືອອັນລຳຄ່າ ແລະ ຈິງໃຈຕໍ່ພາລະກິດການຕໍ່ສູ້ປົດປ່ວຍຊາດຂອງປະຊາຊົນລາວໃນເມື່ອກ່ອນກໍຄືກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປະຈຸບັນ, ສອງຝ່າຍໄດ້ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນທຸເວທີສາກົນ, ລາວ-ກູບາ ໄດ້ສາ້ງສາຍພົວພັນການທູດນຳກັນຕັ້ງແຕ່ວັນທີ 4 ພະຈິກ 1974 ແລະ ໄດ້ຍົກຖານະຈາກສຳນັກງານຜູ້ຕ່າງໜ້າແນວລາວຮັກຊາດ ເປັນສະຖານທູດລາວປະຈຳນະຄອນຫຼວງລາຮາວານແຕ່ປີ 1965 ເປັນຕົ້ນມາ.