ໃນວັນທີ 07 ມີນາ 2023 ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີສະເຫຼີມສະຫຼອງ ວັນແມ່ຍິງສາກົນ ວັນທີ 08 ມີນາ ຄົບຮອບ 113 ປີ ໂດຍໃຫ້ກຽດເປັນ ປະທານຂອງ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນ. ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ຜູ້ຊີ້ນໍາວຽກງານສາມອົງການຈັດຕັ້ງມະຫາຊົນ, ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ປະທານສະຫະພັນແມ່ຍິງ ກະຊວງແຜນການ ແລະ ການລົງທຶນ, ທ່ານຜູ້ຕ່າງໜ້າຈາກສາມອົງການຈັດຕັ້ງມະຫາຊົນ, ທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ຕະຫຼອດຮອດພະນັກງານ-ລັດຖະກອນ ແລະ ສະມາຊິກສະຫະພັນແມ່ຍິງອ້ອມຂ້າງ ກະຊວງ ຜທ ເຂົ້າຮ່ວມທັງໝົດ 200 ຄົນ, ຍິງ 150 ກວ່າຄົນ.
ຈຸດປະສົງຂອງການຈັດພິທີມື້ນີ້ ແມ່ນເພື່ອ ຫວນຄືນ ປະຫວັດການເຄື່ອນໄຫວ ຂອງຂະບວນການ ແມ່ຍິງທົ່ວໂລກ ເພື່ອຕໍ່ສູ້ທວງເອົາສິດຜົນປະໂຫຽດອັນເປັນທໍາ ມາສູ່ແມ່ຍິງ, ປຸກລະດົມຈິດໃຈ ຂອງ ສະມາຊິກແມ່ຍິງ ສະຫະພັນແມ່ຍິງ ເຂົ້າຮ່ວມຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນພັດທະນາແມ່ຍິງລາວ ຕິດພັນກັບ ຂະບວນການເຄື່ອນໄຫວ ຂອງເອື້ອຍນ້ອງແມ່ຍິງ ໃນການຈັດຕັ້ງປະຕິບັດສົນທິສັນຍາ, ຖະແຫຼງການ ແລະ ເປົ້າໝາຍເພື່ອການພັດທະນາແບບຍືນຍົງ (SDGs 2030); ນອກນັ້ນ ກອງປະຊຸມໃນຄັ້ງນີ້ ຍັງໄດ້ຮັບຟັງ ການປາຖະກະຖາຫວນຄືນມູນເຊື້ອວັນ ທີ 08 ມີນາ ຄົບຮອບ 113 ປີ ໂດຍໄດ້ຮັບກຽດຈາກ ທ່ານ ນ. ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ຜູ້ຊີ້ນໍາວຽກງານສາມອົງການຈັດຕັ້ງມະຫາຊົນ, ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃນໄລຍະ 01 ປີຜ່ານມາ ແລະ ແຜນວຽກໃນຕໍ່ໜ້າ ຂອງສະຫະພັນແມ່ຍິງ ກະຊວງ ຜທ ໂດຍທ່ານ ນາງ ສາຍໝອນຄຳ ມັງໜໍ່ເມກ ຮອງປະທານສະຫະພັນແມ່ຍິງ ກະຊວງ ຜທ ແລະການນຳສະເໜີຄວາມໝາຍຄວາມສຳຄັນ ຂອງບົດບາດຍິງ-ຊາຍ ໃນສັງຄົມ ໂດຍ ທ່ານ ປອ ກາບມະນີວັນ ພູໄຊ ຊ່ຽວຊານໂຄສະນາເສີມສ້າງຄວາມເຂັ້ມແຂງຂອງຂໍ້ມູນສະຖິຕິບົດບາດຍິງ-ຊາຍ ແລະ ສະຖິຕິສັງຄົມອື່ນໆ. ຫຼັງຈາກນັ້ນ ກໍຍັງໄດ້ມີການສົນທະນາແລກປ່ຽນຄຳຄິດຄຳເຫັນກ່ຽວກັບຄວາມສຳຄັນບົດບາດຍິງ-ຊາຍໃນສັງຄົມ ໂດຍມີຕົວແທນຈາກສາມອົງການຈັດຕັ້ງມະຫາຊົນ ຈຳນວນ 05 ທ່ານ.
ພາຍຫຼັງສຳເລັດກອງປະຊຸມແລ້ວ ເອື້ອຍນ້ອງສະຫະພັນແມ່ຍິງ ກະຊວງ ຜທ ກໍ່ໄດ້ຈັດກິດຈະກຳ, ຂາຍຜະລິດຕະພັນຫັດຖະກຳ, ເຄື່ອງອຸປະໂພກ ແລະ ບໍລິໂພກ ຢູ່ ສະໂມສອນ ກະຊວງ ຜທ