ໃນວັນທີ 21 ກຸມພາ 2025 ກະຊວງ ແຜນການ ແລະ ການລົງທຶນ ໄດ້ຈັດພິທີປາຖະກະຖາ ເນື່ອງໃນວັນສ້າງຕັ້ງພັກ ປປລ ຄົບຮອບ 70 ປີ ແລະ ມູນເຊື້ອ ການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງແຜນການ ແລະ ການລົງທຶນ ຄົບຮອບ 49 ປີ ຂຶ້ນ ທີ່ສະໂມສອນຂອງກະຊວງແຜນການ ແລະ ການລົງທຶນ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ເພັດ ພົມພິພັກ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີ ກະຊວງ ຜທ ຊຶ່ງມີບັນດາສະຫາຍຄະນະບໍລິຫານງານພັກ, ຄະນະນໍາກະຊວງ ແລະ ບັນດາສະຫາຍພະນັກງານ-ສະມາຊິກພັກ ພາຍໃນກະຊວງ ເຂົ້າຮ່ວມ, ເຊິ່ງຈຸດປະສົງ ເພື່ອທົບທວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ໂດຍພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 70 ປີ (22 ມີນາ 1955 – 22 ມີນາ 2025) ແລະ ມູນເຊື້ອປະຫວັດສາດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງແຜນການ ແລະ ການລົງທຶນ ຕະຫຼອດໄລຍະ 49 ປີ (20 ກຸມພາ 1976 – 20 ກຸມພາ 2025),
ທ່ານ ປອ ເພັດ ພົມພິພັກ ໄດ້ປາຖະກະຖາ ວັນສ້າງຕັ້ງພັກປະຂາຊົນປະຕິວັດລາວ ໂດຍກ່າວໃຫ້ຮູ້ເຖິງຂະບວນວິວັດແຫ່ງການກຳເນີດຂອງ ພັກປະຊາຊົຍປະຕິວັດລາວ ຊຶ່ງເປັນພັກທີ່ເປັນຕົວແທນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານທີ່ແທ້ຈິງ, ເປັນພັກທີ່ຖືເອົາການຮັບໃຊ້ຊາດ ຮັບໃຊ້ປະຊາຊົນ ເປັນທິດນໍາພື້ນຖານໃນການເຄື່ອນໄຫວຂອງຕົນ; ພ້ອມດຽວກັນ, ກໍກ່າວໃຫ້ເຫັນ ເຖິງຜົນງານ 70 ປີ ແຫ່ງການຊີ້ນໍາ-ນໍາພາຂອງ ພັກປະຊາຊົນປະຕິວັດລາວ ໃນແຕ່ໄລຍະ ນັບແຕ່ການນໍາພາເຮັດການປະຕິວັດຊາດປະຊາທິປະໄຕ, ການນໍາພາປົກປັກຮັກສາລະບອບໃໝ່ ແລະ ສ້າງພື້ນຖານເສດຖະກິດ-ສັງຄົມ, ການນໍາພາພັດທະນາປະເທດຕາມແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການໂດຍນຳເອົາ ເນື້ອໃນຂອງຜົນຂອງ ກອງປະຊຸມໃຫຍ່ ຄັ້ງທີ V ຫາ ຄັ້ງທີ XI ຂອງພັກ ມາສືບຕໍ່ນໍາພາຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ ດ້ວຍການກວດກາ, ສະຫຼຸບຕີລາຄາ, ຖອດຖອນບົດຮຽນຈາກພຶດຕິກຳຕົວຈິງ ໃນແຕ່ລະໄລຍະ ຢ່າງເປັນລະບົບ, ຕໍ່ເນື່ອງ ທັງປັບປຸງຍົກລະດັບເປັນກ້າວໆ ເຮັດໃຫ້ແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ ນັບມື້ນັບບໍລິບູນຂຶ້ນເລື້ອຍໆ.
ນອກນັ້ນໃນ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີກະຊວງ ຜທ ໄດ້ປາຖະກະຖາ ເວົ້າເຖິງ ມູນເຊື້ອປະຫວັດສາດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງແຜນການ ແລະ ການລົງທຶນ ຕະຫຼອດໄລຍະ 49 ປີ ໂດຍໃຫ້ຮູ້ເຖິງສະພາບແວດລ້ອມ ທີ່ພາໃຫ້ມີການສ້າງຕັ້ງກະຊວງ ຜທ; ໂດຍສະເພາະນັບແຕ່ປີ 1965 ເປັນຕົ້ນມາ ຮອດປີ 1975 ທ່າມກາງການຕໍ່ສູ້ອັນທໍລະຫົດອົດທົນ ແລະ ລະອິດລະອ້ຽວ, ພິລະອາດຫານ ຊຶ່ງ ພັກປະຊາຊົນປະຕິວັດລາວ ກໍຄືແນວລາວຮັກຊາດ ກໍໄດ້ສ້າງຕັ້ງກຸ່ມວຽກເສດຖະກິດ ໂດຍມີວຽກແຜນການຂຶ້ນກັບ ແລະ ໄລຍະການເຕີບໃຫຍ່ຂະຫຍາຍຂອງກະຊວງມາເຖິງປັດຈຸບັນ. ຕະຫຼອດໄລຍະ 49 ປີຜ່ານມາ, ການປະຕິບັດໜ້າທີ່ຂອງຂະແໜງແຜນການ ແລະ ການລົງທຶນ ໃນເງື່ອນໄຂທີ່ປະເທດພວກເຮົາ ໄດ້ປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ອັນເນື່ອງຈາກໄດ້ຮັບຜົນກະທົບທັງທາງກົງ ແລະ ທາງອ້ອມຂອງການຜັນແປສະພາບການຂອງໂລກ-ພາກພື້ນ ແລະ ສະພາບຄວາມຫຍຸ້ງຍາກຕ່າງໆຂອງພາຍໃນປະເທດ ແຕ່ພາຍໃຕ້ການຊີ້ນໍາຂອງສູນກາງພັກ, ລັດຖະບານ, ການສະໜັບສະໜູນຊ່ວຍເຫຼືອຂອງຂະແໜງການ, ອົງການ ແລະ ທ້ອງຖິ່ນຕ່າງໆ ລວມທັງເພື່ອນມິດສາກົນ ບວກກັບຄວາມພະຍາຍາມສູງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້ຢ່າງເປັນເຈົ້າການ, ໃນແຕ່ລະສະໄໝ ໄດ້ເຮັດໃຫ້ວຽກງານແຜນການ ແລະ ການລົງທຶນ ໄດ້ຮັບການປັບປຸງ, ພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ທັງປະລິມານ ແລະ ຄຸນນະພາບ, ສາມາດປະຕິບັດບົດບາດເປັນເສນາທິການທີ່ເຂັ້ມແຂງ ໃຫ້ແກ່ລັດຖະບານໃນແຕ່ລະໄລຍະ



