ໃນວັນທີ 30 ພະຈິກ 2021, ທີກະຊວງແຜນການ ແລະ ການລົງທຶນ, ນະຄອນຫຼວງວຽງຈັນ ໄດ້ຈັດຝືກອົບຮົມໃຫ້ແກ່ພະນັກງານ ທີມີແຜນລົງສ້າງຮາກຖານ ໄປຊ່ວຍວຽກຢູ່ແຂວງໄຊສົມບູນ, ໂດຍຕ່າງໜ້າໃຫ້ຄະນະນຳກະຊວງ ຜທ ໃນການເປັນປະທານຂອງ ທ່ານ ບິດ ບົວລິວັນ ຫົວໜ້າສູນຝຶກອົບຮົມພະນັກງານຄຸ້ມຄອງເສດຖະກິດ-ແຜນການ, ພ້ອມດຽວກັນນີ້ກໍ່ຍັງມີບັນດາທ່ານ ຫົວຫ້ອງການ, ຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພະນັກງານຫຼັກແຫຼງຈາກກະຊວງແຜນການ ແລະ ການລົງທຶນກໍ່ໄດ້ໃຫ້ກຽດເຂົ້າຮ່ວມ.
ປະທານກອງປະຊຸມໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຫ້ອງການ, ບັນດາກົມ ທີ່ໄດ້ຄັດເລືອກເອົາພະນັກງານ ທີ່ເປັນເປົ້າໝາຍກໍ່ສ້າງ, ສຶບທອດປ່ຽນແທນໃນຕໍ່ໜ້າລົງໄປກໍ່ສ້າງຮາກຖານ ແລະ ເປັນການສ້າງພະນັກງານໃຫ້ຕິດແທດກັບຂະນບວນການວຽກຕົວຈິງ, ຈຸດປະສົ່ງໃນການຈັດຝຶກອົບຮົມໃນຄັ້ງນີ້ກໍ່ເພື່ອກະກຽມຄວາມພ້ອມໃຫ້ແກ້ພະນັກງານຫຼັກແຫຼງ ຂອງກະຊວງແຜນການ ແລະ ການລົງທຶນ ກ່ອນຈະລົງໄປຊ່ວຍວຽກຢູ່ພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ໃນໄລຍະ 06 ເດືອນ, ໃນທ່າມກາງບັນຍາກາດທີ່ທົ່ວພັກ-ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ວຽກງານຕົວຈິງຂອງຕົນ ແລະຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ຄັ້ງທີ IX.
ຄະນະພັກ, ຄະນະນໍາກະຊວງແຜນການ ແລະການລົງທຶນ ເພິ່ນກໍ່ໄດ້ໃຫ້ຄວາມສໍາຄັນຕໍ່ກັບການຫັນເອົາພະນັກງານຢູ່ສູນກາງລົງໄປຊ່ວຍທ້ອງຖິ່ນ ຍ້ອນອິ່ງໃສ່ສະພາບປະຈຸບັນເຫັນວ່າຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານມີຫຼາຍຂຶ້ນ ແຕ່ຈໍານວນພະນັກງານທີ່ມີຄວາມຮູ້ຄວາມສາມາດຍັງບໍ່ພຽງພໍ. ສະນັ້ນ, ການຫັນເອົາພະນັກງານລົງໄປຊ່ວຍທ້ອງຖິ່ນກໍ່ເປັນວຽກງານໜຶ່ງທີ່ສໍາຄັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ ໃຫ້ບັນລຸຕາມເປົ້າໝາຍຂອງພັກ-ລັດ ວາງໄວ້.
ການຈັດຝຶກອົບຮົມໃນຄັ້ງນີ້, ຈະໄດ້ດຳເນີນໄປເປັນເວລາ 02 ວັນ, ມີພະນັກງານຫຼັກແຫຼງ ຈໍານວນ 10 ທ່ານ ຈາກ 08 ພາກສ່ວນ. ຂ້າພະເຈົ້າໃນນາມປະທານກອງປະຊຸມ ຊຸດຝຶກອົບຮົມໃນຄັ້ງນີ້ ຂໍຮຽກຮ້ອງມາຍັງບັນດາທ່ານ ທັງຫມົດຈົ່ງໄດ້ເອົາໃຈໃສ່ໃນການຕິດຕາມຮ່ຳຮຽນແລກປ່ຽນບົດຮຽນນຳວິທະຍາກອນທີ່ມາຈາກບັນດາຫ້ອງການ ແລະ ບັນດາກົມ.