ກະຊວງແຜນການ ແລະ ການລົງທຶນ ຈັດພິທີປະກາດພະນັກງານການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ

by | Aug 4, 2021 | ການເຄື່ອນໄຫວ | 0 comments

ໃນວັນທີ 9 ກໍລະກົດ 2021 ຢູ່ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ມີພິທີປະກາດພະນັກງານການນໍາຂັ້ນສູງຂອງກະຊວງອອກພັກການ-ຮັບອຸດໜູນບໍານານ ເຊິ່ງເປັນກຽດເຂົ້າຮ່ວມໃນພິທີມີ ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ແລະ ກະຊວງພາຍໃນ, ມີບັນດາຄະນະປະຈໍາພັກ, ຄະນະບໍລິຫານງານພັກ ແລະ ພະນັກງານຫຼັກແຫ່ງຂັ້ນຫົວໜ້າພະແນກ  ພາຍໃນກະຊວງທີ່ຂຶ້ນກັບກະຊວງ ພ້ອມດ້ວຍພະນັກງານທັງໝົດຂອງຫ້ອງການຄະນະກໍາມະການຮ່ວມມືລາວ-ຫວຽດນາມ, ຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ  ແລະ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ສີອຳພອນ ຈັນລາຕີ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນອ່ານດໍາລັດວ່າດ້ວຍການອະນຸມັດໃຫ້ ພະນັກງານການນໍາຂັ້ນສູງຂອງກະຊວງອອກພັກການ-ຮັບອຸດໜູນບໍານານ ຈໍານວນ 3 ສະຫາຍຄື:

  • ສະຫາຍ ຄໍາເຜີຍ ແກ້ວກິນນາລີ ຮອງປະທານຄະນະກໍາມະການຮ່ວມມືລາວ-ຫວຽດນາມ
  • ສະຫາຍ ແຄນທອງ ສີສຸວົງ ຮອງປະທານຄະນະກໍາມະການຮ່ວມມືລາວ-ຈີນ.
  • ສະຫາຍ ຈໍາປາ ຄໍາສຸກໃສ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດ.

ຫຼັງຈາກນັ້ນ, ສະຫາຍ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານພັກກະຊວງແຜນການ ແລະ ການລົງທຶນ ໃຫ້ກຽດໂອ້ລົມ ເຊິ່ງໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນຂອງບັນດາສະຫາຍ ໃນຕະຫຼອດໄລຍະການປະກອບສ່ວນວຽກງານຂອງພັກ ແລະ ລັດໃນໄລຍະຫຼາຍສິບປີຜ່ານມາ ແລະ ຮຽກຮ້ອງໃຫ້ພະນັກງານ-ສະມາຊິກພັກທີ່ໄດ້ເຂົ້າຮ່ວມພິທີໄດ້ເອົາໃຈໃສ່ຮໍ່າຮຽນເອົາບົດຮຽນ, ປະສົບການ ແລະ ແບບແຜນການນໍາພາ-ຊີ້ນໍາ ທີ່ພາໃຫ້ມີຜົນສໍາເລັດຕໍ່ໜ້າທີ່ວຽກງານ ຂອງທັງສາມສະຫາຍ ເພື່ອນໍາໃຊ້ເຂົ້າໃນການສືບຕໍ່ປະຕິບັດໜ້າທີ່ວຽກງານ ໂດຍສະເພາະໃນຂົງເຂດວຽກງານການຮ່ວມມື ລາວ-ຫວຽດນາມ ແລະ ການຮ່ວມມື ລາວ-ຈີນ ແລະ ການພັດທະນາເຂດເສດຖະກິດພິເສດ ໃຫ້ມີຜົນສໍາເລັດສູງຍິ່ງໆຂຶ້ນໄປ.

ະຫາຍ ສອນໄຊ ສີພັນດອນ ຍັງໄດ້ຕາງໜ້າໃຫ້ຄະນະບໍລິຫານງານພັກກະຊວງແຜນການ ແລະ ການລົງທຶນ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຕໍ່ການທຸ່ມເທເຫື່ອແຮງ, ສະຕິປັນຍາໃນການປະຕິບັດໜ້າທີ່ການເມືອງຂອງ 3ສະຫາຍ ຈົນມີຜົນສໍາເລັດຢ່າງຈົບງາມ ໂດຍການມອບຂອງທີ່ລະນຶກໃຫ້ແກ່ 3 ສະຫາຍ.

MPI hold a farewell ceremony for three of our senior government officials who enter their retirement.