ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດປາຖະກະຖາວັນສ້າງຕັ້ງກອງທັບ ປະຊາຊົນລາວ 20 ມັງກອນ ຄົບຮອບ 74 ປີ (20/1/1949-20/1/2023) ຂຶ້ນໃນວັນທີ 27 ມັງກອນນີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ນາງ ຄໍາຈັນ ວົງແສນບູນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງ ຜທ, ມີບັນດາການນຳ, ພະນັກງານ-ລັດຖະກອນອ້ອມຂ້າງ ເຂົ້າຮ່ວມທັງໝົດ 275 ທ່ານ ຍົງ 113 ທ່ານ.
ທ່ານ ນາງ ຄໍາຈັນ ວົງແສນບູນ ໄດ້ເລົ່າຄືນວັນສ້າງຕັ້ງກອງທັບປະຊາຊົນລາວ ໃນແຕ່ລະໄລຍະຜ່ານມາ ຊຶ່ງວັນທີ 20 ມັງກອນ 1949 ແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວ ອັນເປັນວັນປະຫວັດສາດສໍາຄັນຂອງພັກ ຂອງຊາດ ຂອງກອງທັບ ແລະ ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ ທີ່ຜ່ານຜ່າຄວາມຫຍຸ້ງຍາກ ແລະ ເສຍສະຫຼະນາໆປະການຕໍ່ສູ້ເພື່ອປະເທດຊາດ, ເພື່ອປະຊາຊົນ,ຕີຊະນະສັດຕູທີ່ມາຮຸກຮານຈົນສາມາດປົດປ່ອຍປະເທດຊາດ ແລະ ສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຈົນມາເຖິງປັດຈຸບັນ. ການຈັດຕັ້ງປາຖະກະຖາຄັ້ງນີ້ ເພື່ອເຮັດໃຫ້ ສະມາຊິກພັກ ແລະ ພະນັກງານໃນຂົງເຂດ ກະຊວງແຜນການ ແລະ ການລົງທຶນ ຮັບຮູ້ເຖິງຄຸນສົມບັດສິນທຳປະຕິວັດ, ນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ນໍ້າໃຈອັນພິລາດອາດຫານບໍ່ຍອມຈຳນົນ, ຄວາມມີພິກໄຫວ, ຍຸດທະວິທີສະຫຼາດສ່ອງໃສຂອງພະນັກງານນັກຮົບຮຸ່ນກ່ອນ, ພ້ອມທັງສຶກສາຄົ້ນຄວ້າ ແລະ ຮໍ່າຮຽນເອົາຄຸນສົມບັດແບບຢ່າງອັນດີເດັ່ນໝູນໃຊ້ເຂົ້າໃນການຝຶກຝົນຫຼໍ່ຫຼອມກໍ່ສ້າງຕົນເອງໃຫ້ກາຍເປັນພະນັກງານທີ່ດີເດັ່ນຂອງພັກ ຂອງຊາດປະກອບສ່ວນເຂົ້າໃນການເຮັດໜ້າທີ່ການເມືອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງແນໃສ່ເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.
ໃນໂອກາດດັ່ງກ່າວຍັງໄດ້ເຜີຍແຜ່ເນື້ອໃນເອກະສານກອງປະຊຸມວຽກງານການ ເມືອງ-ແນວຄິດທົ່ວປະເທດຄັ້ງທີ V ເຊັ່ນ: ບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ໄລຍະແຕ່ປີ 2003-2022 ແລະ ທິດທາງຮອດປີ 2025, ບົດໂອ້ລົມຊີ້ນໍາຂອງ ສະຫາຍເລຂາທິການໃຫຍ່ຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V, ມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ແລະ ເອກະສານຕັ້ງໜ້າຜັນຂະຫຍາຍມະຕິດັ່ງກ່າວ ເຂົ້າໃນຊີວິດສັງຄົມຕົວຈິງ, ພ້ອມນັ້ນ ຍັງໄດ້ປາຖະກະຖາວັນຊາດ ສາທາລະນະລັດ ກູບາ ຄົບຮອບ 64 ປີຕື່ມອີກ.