ໃນ ວັນທີ 13 ທັນວາ 2022, ທີ່ກະຊວງ ແຜນການ ແລະການລົງທຶນ, ນະຄອນຫຼວງວຽງຈັນ, ໄດ້ຈັດພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈ(MOU)ສືກສາຄວາມເປັນໄປໄດ້ໂຄງການແຫຼ່ງທ່ອງທ່ຽວຄົບວົງຈອນຢູ່ເຂດບ້ານນາໄຊ, ບ້ານມ່ວງຄຳ ແລະ ບ້ານສະນົກ, ເມືອງຈອມເພັດ ແຂວງຫຼວງພະບາງ ໃນເນື້ອທີ່ປະມານ 363 ເຮັກຕາ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ໂອເຊຍໂນ ຈຳກັດຜູ້ດຽວ.
ໃນພິທີເຊັນສັນຍາຄັ້ງນີ້ເປັນກຽດເຂົ້າຮ່ວມໂດຍທ່ານ ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອວທ່ຽວ, ທ່ານ ນ ສີລິພອນ ສຸພັນທອງ ຮອງເຈົ້າແຂວງ ແຂວງຫຼວງພະບາງ, ທ່ານ ສາຍສະໝອນ ສາລີວົງ ເຈົ້າເມືອງຈອມເພັດ,ທ່ານ ຄອນຄຳ ອິນທະວົງ ປະທານບໍລິສັດ ໂອເຊຍໂນ ຈຳກັດຜູ້ດຽວ, ທ່ານຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຫຼວງພະບາງ ແລະ ບໍລິສັດໂອເຊຍໂນ ຈຳກັດຜູ້ດຽວ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ. ການລົງນາມໃນພິທີເຊັນສັນຍາຄັ້ງນີ້ ເພື່ອປະຕິບັດຕາມໃບມອບສິດຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 218/ນຍ, ລົງວັນທີ 17 ທັນວາ 2021 ທີ່ມອບສິດໃຫ້ ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາ ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວເຊັນໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທືນ ແລະ ເຊັນເປັນພະຍານໂດຍ ທ່ານ ນ ແພງຈັນ ແພງເມຶອງ ຫົວໜ້າກົມແຜນການແລະການຮ່ວມມື ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ບຸນເພັງ ວິລະວົງສາ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຫຼວງພະບາງ ແລະ ຕາງໜ້າໃຫ້ ບໍລິສັດເຊັນໂດຍ ທ່ານ ຄອນຄຳ ອິນທະວົງ ປະທານບໍລິສັດໂອເຊຍໂນ ຈຳກັດຜູ້ດຽວ, ເຊັນເປັນພະຍານໂດຍ ທ່ານ ສາຍສະໝອນ ຄົມທະວົງ ປະທານທີ່ປຶກສາບໍລິສັດໂອເຊຍໂນ ຈຳກັດຜູ້ດຽວ ແລະ ທ່ານ ຮຸ່ງຫຼ້າ ແສງເມືອງ ທີ່ປຶກສາບໍລິສັດໂອເຊຍໂນ ຈຳກັດຜູ້ດຽວ, ນອກນັ້ນທາງບໍລິສັດໂອເຊຍໂນ ຈຳກັດຜູ້ດຽວ ຍັງໄດ້ມອບເງີນຊຸກຍູ້ ເພຶ້ອພັດທະນາແຂວງຫຼວງພະບາງ ຈາກບໍລິສັດໂອເຊຍໂນ ຈຳກັດຜູ້ດຽວ ມູນຄ່າ 100.000.000 ກີບ ໂດຍໃຫ້ກຽດຮັບໂດຍ ທ່ານ ນ ສີລິພອນ ສຸພັນທອງ ຮອງເຈົ້າແຂວງ ແຂວງຫຼວງພະບາງ.