ກົມກວດກາ

ກົມກວດກາ

ກົມກວດກາ ຂຽນເປັນອັກສອນຫຍໍ້ວ່າ “ກກ ຂຽນເປັນພາສາອັງກິດວ່າ “Department of Inspection”ໂດຍມີຊື່ຫຍໍ້ວ່າ”DOI” ເເມ່ນໂຄງປະກອບກົງຈັກການຈັດຕັ້ງໜຶ່ງ ຂອງກະຊວງແຜນການ ແລະ ການລົງທຶນ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະນຳກະຊວງແຜນການ ແລະ ການລົງທຶນ ໃນການຕິດຕາມ, ກວດກາກ່ຽວກັບ ການປະຕິບັດ ນະໂຍບາຍ, ກົດໝາຍ, ລະບຽບ, ແຜນການ, ແຜນງານ ແລະ ວິຊາສະເພາະ ພື່ອດໍາເນີນການກວດກາພັກ, ກວດກາລັດ, ຕ້ານການສໍ້ລາດບັງຫຼວງ ແລະ ຄົ້ນຄ້ວາຄໍາຮ້ອງ ແລະຄໍາສະເໜີຂອງບຸກຄົນ, ນິຕິບຸກຄົນ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນ ໃນຂອບເຂດສິດ, ໜ້າທີ ແລະ ຄວາມຮັບຜິດຊອບຂອງກະຊວງແຜນການ ແລະການລົງທຶນ

ກົມກວດກາ ກະຊວງແຜນການ ແລະການລົງທຶນ ເຄຶ່ອນໄຫວວຽກງານວິຊາສະເພາະ ກວດກາ ພາຍການຊີ້ນຳຂອງອົງການກວດກາແຫ່ງລັດ ຕາມລະບຽບກົດໝາຍ;

ໂຄງຮ່າງການຈັດຕັ້ງ

ໂຄງຮ່າງການຈັດຕັ້ງຂອງກົມກວດກາປະກອບມີ 4 ພະແນກ:

  1. ພະແນກ ກວດກາພັກ;
  2. ພະແນກ ກວດກາລັດ;
  3. ພະແນກ ຕ້ານການສໍ້ລາດບັງຫຼວງ;
  4. ພະແນກ, ຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີ;

 

ຂໍ້ມູນຕິດຕໍ່

ເບີໂທ: 021 252610

ເບີແຟັກ: 021 252610