ກົມນິຕິກຳ
ກົມນິຕິກໍາ (ຂຽນເປັນພາສາອັງກິດວ່າ Legal Affair Department) ມີພາລະບົດບາດເປັນເສນາທິການໃຫ້ແກ່ ກະຊວງແຜນການ ແລະການລົງທຶນ ໃນການປະສານສົມທົບຄົ້ນຄ້ວາ, ສ້າງ, ປັບປຸງ, ໂຄສະນາເຜີຍແຜ່, ຕິດຕາມ ແລະກວດກາຄວາມສອດຄ່ອງທາງດ້ານກົດໝາຍ ແລະນິຕິກໍາຕ່າງໆ ຂອງກະຊວງແຜນການ ແລະການລົງທຶນ, ເປັນເຈົ້າການໃນການຄົ້ນຄ້ວາຄໍາເຫັນທາງດ້ານວິຊາການກົດໝາຍກັບບັນດາກົມທີ່ກ່ຽວຂ້ອງ ຂອງກະຊວງແຜນການ ແລະການລົງທຶນ;
ໂຄງຮ່າງການຈັດຕັ້ງ
ໂຄງຮ່າງການຈັດຕັ້ງຂອງກົມນິຕິກຳ ປະກອບມີ 3 ພະແນກຄື:
- ພະແນກຕິດຕາມ, ກວດການິຕິກຳ;
- ພະແນກຄົ້ນຄ້ວາສັນຍາ ແລະ ນິຕິກຳ
- ພະແນກໂຄສະນາ ແລະ ເຜີຍແຜ່ນິຕິກຳ;

ຂໍ້ມູນຕິດຕໍ່
ເບີໂທ: 021 255431
ເບີແຟັກ: 021 255431