ກົມປະເມີນຜົນ

ກົມປະເມີນຜົນ

ກົມປະເມີນຜົນ ເຊິ່ງຂຽນຊື່ຫຍໍ້ວ່າ ”ກປຜເປັນພາສາອັງກິດ Department of Evaluation ”DOE” ແມ່ນໂຄງປະກອບກົງຈັກການຈັດຕັ້ງໜຶ່ງ ຂອງ ກະຊວງ ແຜນການ ແລະ ການລົງທຶນ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ ກະຊວງ ແຜນການ ແລະ ການລົງທຶນ ໃນການຄຸ້ມຄອງ, ຕິດຕາມ, ຄົ້ນຄວ້າ, ວິເຄາະ, ວິໃຈ, ປະເມີນ ແລະ ປະເມີນຜົນໂຄງການລົງທຶນຂອງລັດ, ໂຄງການສົມທົບທຶນໃນການຊ່ວຍເຫຼືອທາງການເພື່ອພັດທະນາ, ໂຄງການຟື້ນຟູໄພພິບັດ ແນ່ໃສ່ຮັບປະກັນການຳໃຊ້ ແລະ ຈັດສັນງົບປະມານການລົງທຶນຂອງລັດເຂົ້າສູ່ໂຄງການ, ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາຂະແໜງຂັ້ນສູນກາງ ແລະ ທ້ອງຖິ່ນໃນວຽກງານປະເມີນຜົນໂຄງການ.

ໂຄງຮ່າງການຈັດຕັ້ງ

  1. ໂຄງຮ່າງການຈັດຕັ້ງກົມປະເມີນຜົນ ກະຊວງແຜນການ ແລະ ການລົງທຶນ
    1. ພະແນກ ສັງລວມ ແລະ ຂໍ້ມູນຂ່າວສານການປະເມີນ
    2. ພະແນກ ປະເມີນຜົນໂຄງການສົ່ງເສີມວິຊາການ
    3. ພະແນກ ປະເມີນຜົນໂຄງການຄົມມະນາຄົມ
    4. ພະແນກ ປະເມີນຜົນໂຄງການເຄຫາ-ຜັງເມືອງ
    5. ພະແນກ ປະເມີນຜົນໂຄງການຊົນລະປະທານ ແລະໂຍທາທາງນ້ຳ
    6. ພະແນກ ປະເມີນຜົນໂຄງການໄຟຟ້າ ແລະນ້ຳປະປາ

     

ຂໍ້ມູນຕິດຕໍ່

ເບີໂທ: 021 216564

ເບີແຟັກ: 021 216564