ກົມຮ່ວມມືສາກົນ

ກົມຮ່ວມມືສາກົນ

ກົມຮ່ວມມືສາກົນ ມີຊື່ຫຍໍ້ເປັນພາສາລາວວ່າ: “ກຮມແລະ ຂຽນເປັນພາສາອັງກິດວ່າ: Department of International Cooperation  ໂດຍມີຊື່ຫຍໍ້ວ່າ: ”DIC” ແມ່ນໂຄງປະກອບໜຶ່ງໃນກົງຈັກ ຂອງກະຊວງ ແຜນການ ແລະ ການລົງທຶນ, ມີພາລະບົດບາດເປັນເສານາທິການໃຫ້ແກ່ ກະຊວງ ແຜນການ ແລະ ການລົງທຶນ ໃນການຄົ້ນຄວ້າ ແລະ ນຳສະເໜີແຜນຍຸດທະສາດການຮ່ວມມືກັບຕ່າງປະເທດ, ລະດົມຂົນຂວາຍແຫຼ່ງທຶນການຊ່ວຍເຫຼອທາງການ ເພື່ອພັດທະນາ ແລະ ສ້າງຄວາມເຂັ້ມແຂງວຽກງານຮ່ວມມືສາກົນຂັ້ນສູນກາງ, ທ້ອງຖິ່ນ, ເປັນໃຈກາງປະສານງານໃນການສັງລວມ, ສ້າວ ແລະ ນຳສະເໜີແຜນງານ, ໂຄງການຮ່ວມືເພື່ອພັດທະນາ ເພື່ອອະນຸມັດລະດົມ ແລະ ຂົນຂວາຍແຫຼ່ງທຶນ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດ, ຄຸ້ມຄອງ, ຊຸກຍູ້, ຕິດຕາມ, ກວດາກາ ແລະ ປະເມີນການນຳໃຊ້ການຊ່ວຍເຫຼືອທາງການເພື່ອການພັດທະນາ ໃນຂອບເຂດທົ່ວປະເທດ ຕາມຫຼັກການຜ່ານປະຕູດຽວ

ໂຄງຮ່າງການຈັດຕັ້ງ

 

ໂຄງຮ່າງການຈັດຕັ້ງກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ

  1. ພະແນກ ຄົ້ນຄວ້າສັງລວມ
  2. ພະແນກ ຄຸ້ມຄອງການຊ່ວຍເຫຼືອ ເພື່ອການພັດທະນາ
  3. ພະແນກ ອາຊີ-ປາຊີຟິກ ແລະອາຝຣິກກາ
  4. ພະແນກ ເອີຣົບ-ອາເມລິກາ
  5. ພະແນກ ອົງການຈັດຕັ້ງສາກົນ
  6. ພະແນກ ສະຖາບັນການເງິນສາກົນ
  7. ພະແນກເຊຶ່ອມໂຍງພາກພື້ນ ແລະ ສາກົນ

 

ຂໍ້ມູນຕິດຕໍ່

ເບີໂທ: 021 218274

ເບີແຟັກ: 021 218274