ກົມແຜນການ
ກົມແຜນການ (ຂຽນເປັນພາສາອັງກິດວ່າ Department of Planning) ມີພາລະບົດບາດເປັນເສນາທິການໃຫ້ກະຊວງໃນການຜັນຂະຫຍາຍແນວທາງ, ຍຸດທະສາດ, ນະໂຍບາຍຂອງພັກ ແລະລັດຖະບານ ໃຫ້ກາຍເປັນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະແຜນການລົງທຶນຂອງລັດ ໃນແຕ່ລະໄລຍະ; ເປັນເຈົ້າການປະສານສົມທົບ ກັບຂະແໜງການຂັ້ນສູນກາງ ແລະທ້ອງຖີ່ນໃນການຊຸກຍູ້, ຕິດຕາມ, ຄຸ້ມຄອງ ແລະສະຫຼຸບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນການລົງທຶນຂອງລັດ ຢ່າງມີປະສິດທິຜົນ;
ໂຄງຮ່າງການຈັດຕັ້ງ
ໂຄງຮ່າງການຈັດຕັ້ງກົມແຜນການ ກະຊວງແຜນການ ແລະ ການລົງທຶນ
- ພະແນກ ສັງລວມ ແລະ ນິຕິກຳ
- ພະແນກ ວາງແຜນເສດຖະກິດມະຫາພາກ
- ພະແນກ ວາງແຜນພັດທະນາຂົງເຂດເສດຖະກິດ-ສັງຄົມ
- ພະແນກ ວາງແຜນການລົງທຶນຂອງລັດ
- ພະແນກ ຄຸ້ມຄອງການລົງທຶນຂອງລັດ
- ພະແນກ ວາງແຜນແກ້ໄຂໜີ້ສີນ ແລະ ໄພພິບັດ
- ພະແນກ ວາງແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ

ຂໍ້ມູນຕິດຕໍ່
ເບີໂທ: 021 216752
ເບີແຟັກ: 021 216752