ກົມແຜນການ
ກົມແຜນການ (ຂຽນເປັນພາສາອັງກິດວ່າ Department of Planning) ມີພາລະບົດບາດເປັນເສນາທິການໃຫ້ກະຊວງໃນການຜັນຂະຫຍາຍແນວທາງ, ຍຸດທະສາດ, ນະໂຍບາຍຂອງພັກ ແລະລັດຖະບານ ໃຫ້ກາຍເປັນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະແຜນການລົງທຶນຂອງລັດ ໃນແຕ່ລະໄລຍະ; ເປັນເຈົ້າການປະສານສົມທົບ ກັບຂະແໜງການຂັ້ນສູນກາງ ແລະທ້ອງຖີ່ນໃນການຊຸກຍູ້, ຕິດຕາມ, ຄຸ້ມຄອງ ແລະສະຫຼຸບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນການລົງທຶນຂອງລັດ ຢ່າງມີປະສິດທິຜົນ;
ໂຄງຮ່າງການຈັດຕັ້ງ
ໂຄງຮ່າງການຈັດຕັ້ງຂອງກົມແຜນການປະກອບມີ 7 ພະແນກຄື:
- ພະແນກສັງລວມ;
- ພະແນກຄົ້ນຄ້ວາແຜນພັດທະນາ;
- ພະແນກວາງແຜນຄຸ້ມຄອງເສດຖະກິດມະກາພາກ;
- ພະແນກວາງແຜນພັດທະນາຂົງເຂດເສດຖະກິດ;
- ພະແນກວາງແຜນພັດທະນາຂົງເຂດສັງຄົມ;
- ພະແນກວາງແຜນພັດທະນາເຂດແຄ້ວນ;
- ພະແນກວາງແຜນພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ;

ຂໍ້ມູນຕິດຕໍ່
ເບີໂທ: 021 216752
ເບີແຟັກ: 021 216752