ຄະນະນໍາ ກຜທ ອວຍພອນວັນຊາດຫວຽດນາມຄົບຮອບ 75 ປີ

by | Sep 5, 2020 | ການເຄື່ອນໄຫວ | 0 comments

ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ທັງເປັນ ປະທານຄະນະກໍາມະການຮ່ວມມືລາວ-ຫວຽດນາມ ພ້ອມດ້ວຍຄະນະນຳ ກຜທ ໄດ້ເຂົ້າອວຍພອນວັນຊາດຫວຽດນາມຄົບຮອບ 75 ປີ (2 ກັນຍາ 1945- 2 ກັນຍາ 2020) ທີ່ ສະຖານທູດຫວຽດນາມປະຈໍາ ສປປ ລາວ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຫງວຽນ ບ່າ ຮຸງ, ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ. ທ່ານ ສອນໄຊ ສີພັນດອນ ໄດ້ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ ສສ ຫວຽດນາມ ຍາດມາໄດ້ ພ້ອມທັງ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ເປັນຢ່າງດີຕະຫລອດມາ ທັງໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໄລຍະການປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ, ແລະ  ສົ່ງຄໍາອວຍພອນ ໂດຍຜ່ານ ທ່ານເອກອັກຄະລັດສະທູດ ຫງວຽນ ບ່າຮຸງ ໄປຍັງບັນດາການນໍາພັກ-ລັດ ຫວຽດນາມ ກໍຄື ສະຫາຍລັດຖະມົນຕີ ຫງວຽນ ຈິ້ຢຸງ ປະທານຄະນະກໍາມະການຮ່ວມມື ຫວຽດນາມ-ລາວ ພ້ອມດ້ວຍອ້າຍນ້ອງພະນັກງານ ຂະແໜງແຜນການ ແລະ ການລົງທຶນຫວຽດນາມ ຈົ່ງຍາດໄດ້ໄຊຊະນະຍິ່ງໃຫຍ່ກວ່າເກົ່າ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫລອດກາລະນານ.