ໃນວັນທີ 12 ພະຈິກ 2020, ຊາວໜຸ່ມກະຊວງແຜນການ ແລະ ການລົງທຶນ ໄດ້ເຂົ້າຮ່ວມພິທີເປີດ ພິທີເປີດການແຂ່ງຂັນກິລາບານເຕະ ຊິງຂັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຫົວໜ້າອະນຸກຳມະການກະກຽມສະເຫຼີມສະຫຼອງວັນສຳຄັນຂອງພັກ ຂອງຊາດ ປະຈໍາປີ 2020 ທີ່ສະໂມສອນລ້ານຊ້າງ ອິນທຣາ ເອຟຊີ ເຊິ່ງມີຂະບວນຂອງນັກກິລາຈາກຫຼາຍພາກສ່ວນເຂົ້າຮ່ວມ. ຄະນະບໍລິຫານງານ ຊາວໜຸ່ມ ກຜທ ໄດ້ສົ່ງທີມເຕະບານຊາຍ ເຂົ້າຮ່ວມແຂ່ງຂັນດັ່ງກ່າວ ເພື່ອສ້າງຂະບວນການຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ອົງຄະນະພັກ ກະຊວງ ແຜນການ ແລະ ການລົງທຶນ ຄັ້ງທີ IV ແລະ ຂໍານັບກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.
MPI’s Youth Union participated in the Vice President of Lao P.D.R Soccer Championship 2020