ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງກາສີ ແລະ ເມືອງວັງວຽງ ແຂວງວຽງຈັນ ໃນລະຫວ່າງ ວັນທີ 24-25 ກໍລະກົດ 2021 ເພື່ອຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຕ່າງໆ ເປັນຕົ້ນ ກວດກາພາກສະໜາມ ເຂດກຳນົດເນື້ອທີ່ສະເໜີ ຂໍສຳປະທານຂຸດຄົ້ນຫີນ-ຊາຍ ແລະ ແຮ່ຕິດພັນ ແລະ ເກັບຕົວຢ່າງແຮ່ທາດ ໄປວິໄຈຫາຄຸນນະພາບແຮ່ຄຳ ຂອງບໍລິສັດ ວຽງໄຊ ດວງປັນຍາ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ, ໂຄງການກໍສ້າງສະຖານີລົດໄຟ ລາວ-ຈີນ ຢຸ່ ເມືອງ ກາສີ ແລະ ເມືອງ ວັງວຽງ ເຊິ່ງທັງສອງສະຖານີ ສຳເລັດການກໍ່ສ້າງແລ້ວປະມານ 85% ໂດຍຄາດວ່າຈະໃຫ້ສຳເລັດໃນທ້າຍເດືອນສິງຫາ ຫຼື ຕົ້ນເດືອນກັນຍາ 2021 ນີ້. ທ່ານຮອງນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ບໍລິສັດຮັບເໝົາກໍ່ສ້າງ ໃຫ້ສືບຕໍ່ປະຕິບັດບັນດາໜ້າວຽກທີ່ຍັງເຫລືອໃຫ້ສຳເລັດການສ້າງສະຖານີລົດໄຟ ຕາມແຜນການທີ່ວາງໄວ້ ເພື່ອກຽມຄວາມພ້ອມກ່ອນການເປີດນຳໃຊ້ຢ່າງເປັນທາງການ. ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ພົບປະ ແລະ ເຮັດວຽກກັບບັນດາຜູ້ປະກອບການທຸລະກິດດ້ານການທ່ອງທ່ຽວ ຢູ່ເຂດເມືອງວັງວຽງ ເພື່ອຮັບຟັງຂໍ້ສະເໜີ ແລະ ໃຫ້ທິດຊີ້ນຳ ໃນການລົງທຶນ ແລະ ພັດທະນາແຫຼ່ງທ່ອງທ່ຽວ ແນ່ໃສ່ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ, ເປັນມິດກັບສິ່ງແວດລ້ອມ, ຕິດພັນກັບການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ມີຄວາມຍືນຍົງ.
Duputy Prime Minister Sonsay Siphandone made business visits to monitor the progress of investment projects in Vientiane Province