ໃນວັນທີ 25 ກຸມພາ 2022, ເວລາ 11:00 ໂມງ, ທີ່ກະຊວງແຜນການ ແລະ ລົງທຶນ, ທ່ານ ຄໍາເຈນ ວົງໂພສີ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ໂຊໂນເມະ ທານະກະ ຜູ້ຕາງໜ້າທະນາຄານພັດທະນາອາຊີ (ເອດີບີ) ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ໃນໂອກາດນີ້, ທ່ານ ຄຳເຈນ ວົງໂພສີ ໄດ້ສະແດງຄວາມຍິນດີ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ນາງ ໂຊໂນເມະ ທານະກະ ຜູ້ຕາງໜ້າທະນາຄານພັດທະນາອາຊີ ປເອດີບີ) ປະຈຳ ສປປ ລາວ ທີ່ເຂົ້າມາຢ້ຽມຢາມໃນຄັ້ງນີ້ເຊິ່ງການພົບປະໃນຄັ້ງນີ້ກໍ່ເພື່ອຮັດແໜ້ນສາຍພົວພັນ ແລະ ການຮ່ວມມືໃນການປະສານງານທະນາຄານພັດທະນາອາຊີ ແລະ ກະຊວງແຜນການ ແລະ ການລົງທຶນ ໃນການຄຸ້ມຄອງ ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງການຕ່າງໆທີ່ທະນາຄານພັດທະນາອາຊີໃຫ້ການສະໜັບສະໜູນຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລວມທັງການຮ່ວມມືໃນຂອບແຜນງານການຮ່ວມມືອານຸພາກພື້ນແມ່ນໍ້າຂອງ, ການຄຸມຄອງຫຼັກສັບໃນແຜນງານຈັດຕັ້ງປະຕິບັດຄວາມຮູ້ຄວາມສາມາດ ແລະ ບັນດາໂຄງການທີ່ໄດ້ຮັບທຶນ, ໂດຍສະເພາະໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ພ້ອມນັ້ນທະນະຄານພັດທະນາອາຊິ ຍັງໄດ້ສະໜັບສະໜູນຄະນະປະຕິບັດງານກ່ຽວກັບການເຕີບໂຕສີຂຽວ.