ໃນວັນທີ 26 ກັນຍາ 2022, ທີ່ກະຊວງແຜນການ ແລະ ການລົງທຶນ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ໄດ້ຕ້ອນຮັບບັນດາທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ຈະໄປຮັບສານຕາຕັ້ງ ແລະ ກຽມໄປປະຈຳຢູ່ຕ່າງປະເທດໃນຄັ້ງນີ້ປະກອບມີ: ທ່ານ ສົງການ ຫຼວງມຸນິນທອນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສ.ເກົາຫຼີ, ທ່ານ ບຸນມີ ວັນນະນີ ເອກອັກຄະລັດຖະທູດ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສ.ອິນເດຍ, ທ່ານ ໄມບົວ ໄຊຍະວົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ.ເຢຍລະມັນ ແລະ ທ່ານ ສອນໄຊ ວັນນະໄຊ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ປະເທດ ຟິລິບປິນ.
ໃນໂອກາດນີ້, ທ່ານ ຄຳເຈນ ວົງໂພສີ ໄດ້ສະແດງຄວາມຍິນດີຕໍ່ບັນດາທ່ານທູດລາວທີຈະໄປປະຕິບັດໜ້າທີເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດໃນຄັ້ງນີ້, ເຊື່ອໝັ້ນວ່າທ່ານທູດທີ່ຖືກມອບໝາຍຈາກ ພັກ-ລັດ ໄປປະຕິບັດໜ້າທີ່ສຳຄັນໃນຄັ້ງນີ້, ໃນການເຮັດໜ້າທີ່ການເມືອງຂອງພັກຂອງປະເທດຊາດ ແລະ ນຳເອົາບົດຮຽນ ບວກກັບປະສົບການຂອງຕົນ ເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືກັບຕ່າງປະເທດໃຫ້ເກີດຜົນປະໂຫຍກສູງສຸດ.
ໂອກາດນີ້, ບັນດາທ່ານ ທູດ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ທິດຊີ້ນຳ ແລະ ຈະໄດ້ນຳເອົາໄປຈັດຕັ້ງປະຕິບັດໜ້າໃນຄັ້ງນີ້ໃຫ້ດີທີ່ສຸດ.