ໃນວັນທີ 22 ມິຖຸນາ 2022, ທີກະຊວງແຜນການ ແລະ ການລົງທຶນ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ລແະ ການລົງທຶນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຊີວ ແລັງ ຊູອອກ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດຝຣັ່ງ ປະຈຳ ສປປ ລາວ
ໂອກາດນີ້, ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກໍ່ໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ການປະຕິບັດໜ້າທີ່ຂອງ ທ່ານ ເອກອັກຄະລັດຖະທູດ ທີ່ຈະສຶບຕໍ່ຜັນຂະຫຍາຍ ແລະ ສົ່ງເສີມທິດທາງການຮ່ວມມືຊ່ວຍເຫຼືອ ຂອງສອງ ປະເທດ ລາວ-ຝຣັ່ງ ໂດຍສະເພາະແມ່ນການສົ່ງເສີມການຜະລິດກາເຟ ຢູ່ ສປປ ລາວ ແລະ ການພັດທະນາໃນເຂດຊົນນະບົດ.