ທ່ານ ຄໍາເຜີຍ ແກ້ວກິນນາລີ ເປັນປະທານກອງປະຊຸມປຶກສາຫາລືກ່ຽວກັບ ຮ່າງ ຍຸດທະສາດການຮ່ວມມື ລາວ-ຫວຽດນາມ ໄລຍະ 2021-2030 ແລະ ສັນຍາຮ່ວມມື ລາວ-ຫວຽດນາມ ໄລຍະ 2021-2025

by | Oct 7, 2020 | ການເຄື່ອນໄຫວ | 0 comments

ໃນຕອນບ່າຍວັນທີ 06 ຕຸລາ 2020 ໄດ້ຈັດກອງປະຊຸມປະກອບຄຳເຫັນຕໍ່ຮ່າງເອກະສານ ຍຸດທະສາດການຮ່ວມມື ລາວ-ຫວຽດນາມ ໄລຍະ 2021-2030 ແລະ ສັນຍາຮ່ວມມື ໄລຍະ 2021-2025 ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຜີຍ ແກ້ວກິນນາລີ, ຮອງປະທານ ຜູ້ປະຈຳການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ເຊິ່ງມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການອ້ອມຂ້າງສູນກາງເຂົ້າຮ່ວມ.

ກອງປະຊຸມໄດ້ມອບໃຫ້ບັນດາກະຊວງ, ຂະແໜງການກັບໄປລາຍງານການນຳຂອງຕົນ ເພື່ອປະກອບຄຳເຫັນເປັນລາຍລັກອັກສອນຕໍ່ ບັນດາຮ່າງເອກະສານ ແລ້ວສົ່ງກັບຄືນໃຫ້ ຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ປັບປຸງເອກະສານ, ຈາກນັ້ນ ສອງຄະນະກຳມະການຮ່ວມມືສອງປະເທດ ຈະສືບຕໍ່ພົບປະກັນຢູ່ສະຖານທີ່ໃດໜຶ່ງທີ່ເໝາະສົມ ເພື່ອປຶກສາຫາລືເປັນເອກະພາບຕໍ່ 02 ຮ່າງເອກະສານດັ່ງກ່າວ ເປັນຄັ້ງທີ 2 ກ່ອນຈະນຳລາຍງານການນຳຂັ້ນສູງຂອງສອງປະເທດ ມີຄຳເຫັນຊີ້ນຳ ແລະ ສູ້ຊົນສຳເລັດຮ່າງເອກະສານສະບັບສຸດທ້າຍ ເພື່ອລົງນາມໃນກອງປະຊຸມ ຄັ້ງທີ 43 ຂອງສອງລັດຖະບານ ໃນທ້າຍປີ 2020.