ໃນລະຫວ່າງວັນທີ 19-20 ກັນຍາ 2020, ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ເຂົ້າຮ່ວມ ແລະ ເປັນປະທານ ກອງປະຊຸມສໍາມະນາ ກ່ຽວກັບ “ທັກສະການເປັນຜູ້ນຳທີ່ມີຄວາມຄິດສ້າງສັນ ໃນຍຸກສະໄໝອຸດສາຫະກຳ 4.0 (Creative Leadership)” ທີ່ ນະຄອນຫຼວງພະບາງ. ຈຸດປະສົງໃນການສຳມະນາໃນຄັ້ງນີ້ ແມ່ນເປັນການສ້າງຄວາມເຂັ້ມແຂງຈາກພາຍໃນ ດ້ວຍການຮຽນຮູ້ ແລະ ສ້າງຄວາມເຂົ້າໃຈ ກ່ຽວກັບການເປັນຜູ້ນໍາທີ່ມີຄວາມຄິດ-ຄວາມອ່ານທີ່ສ້າງສັນ, ການສ້າງມິດຕະພາບກັບຄົນອ້ອມຂ້າງ, ຮຽນຮູ້ການພົວພັນກັບໝູ່ເພື່ອນຄອບຄົວ, ການສະແດງອອກການປະພຶດທີ່ເໝາະສົມທີ່ມາຈາກຈິດສຳນຶກ ແນໃສ່ໃຫ້ກາຍເປັນຜູ້ນໍາທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກໝູ່ຄະນະ ຄຽງຄູ່ກັບການສ້າງຄວາມສຸກໃຫ້ແກ່ຕົນເອງ, ຄວາມຄິດບວກ ແລະ ເຂົ້າໃຈການເປັນຜູ້ນຳທີ່ສ້າງຄວາມສຸກໃຫ້ແກ່ຄົນອ້ອມຂ້າງ.