ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ທ່ານ ຢໍເຄິນ ຟລາສບາດ ຮອງລັດຖະມົນຕີ ກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ

by | Oct 3, 2022 | ການເຄື່ອນໄຫວ, ຂ່າວເດັ່ນ | 0 comments

ໃນລະຫວ່າງວັນທີ 29 ກັນຍາ ຫາ ວັນທີ 01 ຕຸລາ 2022,​ ທ່ານ ຢໍເຄິນ ຟລາສບາດ (Jochen Flasbarth), ຮອງລັດຖະມົນຕີກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ໃນການຢ້ຽມຢາມຄັ້ງນີ້, ທ່ານ ຮອງລັດຖະມົນຕີກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ ແຫ່ງ ສ. ເຢຍລະມັນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ການນໍາຈາກຂອງກະຊວງການຕ່າງປະເທດ, ພົບປະ ກະຊວງແຜນການ ແລະ ການລົງທຶນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງສຶກສາທິການ ແລະ ກິລາ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ. ນອກຈາກນີ້, ຄະນະຜູ້ແທນຍັງໄດ້ຢ້ຽມຢາມ ວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ ຊຽງດາ ແລະ ເດີນທາງໄປ ແຂວງຫຼວງພະບາງ ເພື່ອພົບປະກັບ ການນໍາຂອງແຂວງ ແລະ ຢ້ຽມຢາມ ແຜນງານການປົກປ້ອງ ແລະ ການນໍາໃຊ້ ລະບົບນິເວດ ແລະ ຊີວະນາໆພັນ ແບບຍືນຍົງໃນ ສປປ ລາວ (Protection and Sustainable Use of Forests and Diversity in Laos, ProFEB) ແລະ ໂຄງການຄຸ້ມຄອງການລົງທຶນ ໃນຂະແໜງກະສິກໍາແບບຍືນຍົງ (Responsible Governance of Investment in Land, RGIL) ຊຶ່ງໄດ້ຮັບການສະໜັບສະໜູນ ຈາກລັດຖະບານ ສ. ເຢຍລະມັນ ໂດຍຜ່ານ ອົງການຮ່ວມມືເພື່ອການພັດທະນາລາວ-ເຢຍລະມັນ (GIZ) ແລະ ທະນາຄານສິນເຊື່ອເພື່ອການພັດທະນາ ເຢຍລະມັນ KFW.

ເນື່ອງໃນໂອກາດຕ້ອນຮັບ ທ່ານ ຢໍເຄິນ ຟລາສບາດ, ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: “ລັດຖະບານ ສປປ ລາວ ຕີລາຄາສູງຕໍ່ການຮ່ວມມືສອງຝ່າຍ ລາວ-ເຢຍລະມັນ ທີ່ໄດ້ມີມູນເຊື້ອສາຍພົວພັນອັນດີງາມ, ແໜ້ນແຟ້ນ, ສະເໝີຕົ້ນ ສະເໝີປາຍ ນັບແຕ່ປີ 1963 ເປັນຕົ້ນມາ, ລັດຖະບານ ສ. ເຢຍລະມັນ ເປັນຄູ່ຮ່ວມພັດທະນາທີ່ໄດ້ຢູ່ຄຽງບ່າຄຽງໄຫຼ່ກັບລັດຖະບານ ສປປ ລາວ ເປັນເວລາດົນນານ. ທັງສອງຝ່າຍ ໄດ້ເປັນເອກະພາບກ່ຽວກັບແນວທາງຍຸດທະສາດການຮ່ວມມື ໃນຂອບເຂດ ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ຊຶ່ງສຸມໃສ່ການຫຼຸດຜ່ອນຄວາມທຸກຍາກ, ການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ (SDG) ແລະ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ.”ການຢ້ຽມຢາມຂອງ ທ່ານ ຢໍເຄີນ ຟລາສບາດ ໃນຄັ້ງນີ້ ເປັນການຢ້ຽມຢາມຄັ້ງທີ 2 ໃນຮອບ 4 ປີ ຂອງຄະນະຜູ້ແທນຂັ້ນສູງ ເຢຍລະມັນ ພາຍຫຼັງທີ່ ທ່ານ ນໍແບດ ບາດເລີ (Norbert Barthle), ເລຂາລັດຖະສະພາ, ຮອງລັດຖະມົນຕີ ກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ ແຫ່ງ ສສ ເຢຍລະມັນ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນປີ 2019.ນັບແຕ່ປີ 1963 ເປັນຕົ້ນມາ, ລັດຖະບານ ເຢຍລະມັນ ໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ສປປ ລາວ ລວມເປັນມູນຄ່າ ທັງໝົດ 512 ລ້ານເອີໂຣ, ໃນນັ້ນ ປະກອບມີ ການຊ່ວຍເຫຼືອ ດ້ານວິຊາການ (Technical Cooperation) ຊຶ່ງສະໜັບບສະໜູນຜ່ານອົງການ GIZ ແລະ ການຊ່ວຍເຫຼືອດ້ານການເງິນ (Financial Cooperation) ທີ່ສະໜັບສະໜູນຜ່ານທະນາຄານ KfW. ການຊ່ວຍເຫຼືອຂອງລັດຖະບານເຢຍລະມັນແມ່ນແນ່ໃສ່ 2 ຂົງເຂດບູລິມະສິດໃນການພັດທະນາ ສປປ ລາວ ຄື: ການພັດທະນາເສດຖະກິດແບບຍືນຍົງ ແລະ ການພັດທະນາ ເຂດຊົນນະບົດ.ນອກຈາກນີ້, ລັດຖະບານ ເຢຍລະມັນ ຍັງໄດ້ໃຫ້ການສະໜັບສະໜູນຜ່ານຂອບຫຼາຍຝ່າຍເປັນຕົ້ນ ແມ່ນການຮ່ວມມືໄລຍະຍາວ ຜ່ານສະຫະພາບເອີຣົບ ສາໍລັບປີ 2021-2025 ແລະ ອົງການຈັດຕັ້ງສາກົນອຶ່ນໆ.