ທ່ານ ປອ ກິແກ້ວ ຈັນທະບູຣີ ເປັນປະທານກອງປະຊຸມປຶກສາຫາລື ປະກອບຄຳເຫັນຕໍ່ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025)

by | Sep 23, 2020 | ການເຄື່ອນໄຫວ | 0 comments

ໃນວັນທີ 21 ກັນຍາ 2020 ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມປຶກສາຫາລື ປະກອບຄຳເຫັນຕໍ່ຮ່າງທີ່ 3 ຂອງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ໂດຍການເປັນປະທານຂອງ ທ່ານ ປອ ກິແກ້ວ ຈັນທະບູຣີ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ. ທ່ານ ກິແກ້ວ ຈັນທະບູຣີ ໄດ້ຮຽກຮ້ອງໃຫ້ທຸກຄົນເອົາໃຈໃສ່ປະກອບຄຳຄິດຄຳເຫັນຢ່າງເປັນວິທະຍາສາດ, ວິຊາການແບບກົງໄປກົງມາ ແລະ ຮັບປະກັນໃຫ້ໄດ້ເຖິງການຄົ້ນຄວ້າ ແລະ ກໍານົດເປົ້າໝາຍໃນການສ້າງແຜນງານໃນຄັ້ງນີ້ຈະໄດ້ຮັບໝາກຜົນ ແລະ ເປົ້າໝາຍທີ່ດີ ແລະ ສາມາດຈັດຕັ້ງປະຕິບັດໃຫ້ສອດຄ່ອງກົມກຽວເປັນເອກະພາບກັນໃນຂັ້ນຂະແໜງການ ແລະ ທ້ອງຖິ່ນ.