ທ່ານ ປອ. ກິແກ້ວ ຈັນທະບູຣີ, ຮອງ ລມຕ ກຜທ ພ້ອມດ້ວຍ ຄະນະ ໄດ້ລົງຢ້ຽມຢາມ ໂຄງການ ທີ່ໄດ້ຮັບການສະ ໜັບສະໜູນຈາກອົງການ UNICEF ທີ່ ແຂວງສະຫວັນນະເຂດ ໃນໄລຍະວັນທີ 7-8 ກັນຍາ 2020. ໃນໂອກາດດັ່ງກ່າວ, ຄະນະໄດ້ເຂົ້າຢ້ຽມຂໍານັບ ທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງ ແຂວງ ສະຫວັນນະເຂດ ເພື່ອສະເໜີຈຸດປະສົງຂອງການລົງເຮັດວຽກໃນຄັ້ງນີ້, ແນະນຳ ຜູ້ຕາງໜ້າອົງການ ຢູນິເຊັບ ຄົນໃໝ່ ແລະລາຍງານ ສະພາບການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການຢູນິເຊັບ ສົກປີ 2017-2021 ແລະ ການຊ່ວຍເຫຼືອຕໍ່ແຂວງສະຫວັນນະເຂດ. ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ມີຄຳເຫັນວ່າ: “ເຖິງແມ່ນວ່າທາງເເຂວງ ໄດ້ມີຄວາມຄືບໜ້າໃນ ວຽກງານ ການປັບປຸງ ດ້ານການພັດທະນາ ເເລະ ສຸຂະພາບຂອງເດັກ ໃນຊຸມປີທີ່ຜ່ານມາ ແຕ່ເເຂວງສະຫວັນນະເຂດ ຍັງຕອ້ງໄດ້ສືບຕໍ່ການຜັນຂະຫຍາຍວຽກງານດ້ານນີ້ເພີ່ມເຕີມ ເພາະວ່າ ສອງສ່ວນສາມຂອງເດັກອາຍຸຕ່ຳກວ່າ 18 ປີ ຍັງປະສົບກັບຄວາມຂາດແຄນໃນດ້ານສະຫວັດດີພາບ; ດັ່ງນັ້ນຈຶ່ງຫວັງວ່າ ທາງອົງການຢູນີເຊັບ ເເລະ ຄູ່ຮ່ວມງານ ຈະສືບຕໍ່ໃຫ້ການສະຫນັບສະຫນູນຊ່ວຍເຫຼືອ ເພື່ອປັບປຸງຊີວິດການເປັນຢູ່ໃຫ້ເເກ່ເດັກນ້ອຍລາວ ແລະ ຜົນກະທົບຈາກການເເຜ່ລະະບາດຂອງພະຍາດ COVID-19 ຕໍ່ເສດຖະກິດນັ້ນ ກໍເປັນອີກປັດໃຈໜຶ່ງ ທີ່ຊີ້ໃຫ້ເຫັນເຖິງຄວາມສຳຄັນໃນການປົກປ້ອງງົບປະມານສໍາລັບການສຶກສາ”.