ທ່ານ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທ່ານ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ

Dec 11, 2024 | ການເຄື່ອນໄຫວ

ໃນວັນທີ 10 ທັນວາ 2024, ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ (ຜູ້ໃໝ່) ພ້ອມດ້ວຍຄະນະ, ເນື່ອງໃນໂອກາດທີ່ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສະຫະລັດອາເມລິກາ ປະຈຳ ສປປ ລາວ.