ຕອນບ່າຍວັນທີ 19 ພະຈິກ 2021, ທີ່ກະຊວງແຜນການ ແລະ ການລົງທຶນໄດ້ຈັດກອງປະຊຸມພົບປະລະຫວ່າງ ລັດຖະບານ ສປປ ລາວ ຮ່ວມກັບ ຄະນະພັດທະນາ ແລະ ປະຕິຮູບແຫ່ງຊາດຈີນຂື້ນຜ່ານທາງລະບົບທາງໄກ, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ທ່ານ ເຫີ ລີ້ເຟິ່ງ, ຮອງປະທານສະພາ ທີ່ປຶກສາການເມືອງ, ປະທານຄະນະພັດທະນາ ແລະ ປະຕິ ຮູບແຫ່ງຊາດຈີນ, ໂດຍມີຮອງລັດຖະມົນຕີ, ບັນດາຫົວຫນ້າກົມທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ. ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບບັນດາເອກະສານ ທີ່ໄດ້ຕົກລົງຮ່ວມກັນໃນໄລຍະທີ່ຜ່ານມາເປັນຕົ້ນແມ່ນສັນຍາຮ່ວມ ກັນຊຸກຍູ້ການສ້າງຫນຶ່ງແລວຫນຶ່ງເສັ້ນທາງ, ຂອບການຮ່ວມມືພັດທະນາແລວທາງເສດຖະກິດ ລາວ-ຈີນ ( 2019-2030),ສັນຍາຊຸກຍູ້ໂຄງການສໍາຄັນໃນຂອບຄວາມອາດສາມາດໃນການຜະລິດ ແລະ ການລົງທຶນ ເປັນຕົ້ນສອງຝ່າຍ ລາວ – ຈີນ ໄດ້ຕົກລົງເປັນເອກະພາບກັນກໍານົດບາງວຽກງານທີ່ຕ້ອງໄດ້ເອົາໃຈໃສ່ສືບຕໍ່ ຜັນຂະຫຍາຍໃຫ້ເປັນຈິງເຊັ່ນ: ຊຸກຍູ້ຂອບການຮ່ວມມືພັດທະນາແລວທາງເສດຖະກິດ ລາວ-ຈີນ, ຊຸກຍູ້ ໂຄງການຮ່ວມມືຂອບຄວາມອາດສາມາດການຜະລິດ ແລະ ການລົງທຶນ ຊຸດທີ 3 ໃຫ້ເກີດຜົນເປັນຈິງເຊິ່ງລວມມີ 32 ໂຄງການ ແລະ ຊຸກຍູ້ການຮ່ວມມືແລກປ່ຽນດ້ານວິຊາການ ລະຫວ່າງສອງຂະ ແຫນງການ ນໍາອີກ.
ໂອກາດນີ້ ທ່ານ ສອນໄຊ ສີພັນດອນ ຍັງໄດ້ລາຍງານ ສະພາບການພັດທະນາເສດຖະກິດ -ສັງຄົມ ຂອງ ສປປ ລາວ ໂດຍຫຍໍ້ ແລະ ໃຫ້ຮູ້ວ່າ: 5 ປີ ທີ່ຜ່ານມາເສດຖະກິດ ສປປ ລາວ ເຕີບໂຕຢູ່ໃນລະດັບ 5,8% .ທ່ານຍັງໄດ້ນໍາສະ ເໜີ ຝ່າຍຈີນສືບຕໍ່ສະຫນັບສະໜູນໂຄງການລົງທຶນພື້ນຖານໂຄງລ່າງຂະຫນາດໃຫຍ່ເຊັ່ນ: ທາງດ່ວນ ໃນຮູບແບບ BOT ແລະ ໂຄງການ PPP ແລະ ການລົງທຶນ ອື່ນໆ ໃຫ້ຫລາຍຂຶ້ນເຖິງແມ່ນວ່າການລະບາດໂຄວິດ – 19 ໄດ້ເຮັດໃຫ້ສະພາບເສດຖະກິດ, ການຄ້າ ແລະ ການລົງທຶນ ມີທ່າອ່ຽງຫຼຸດລົງກໍ່ຕາມ, ແຕ່ການຮ່ວມມື ລາວ-ຈີນ ໂດຍສະເພາະໂຄງການຂະຫນາດໃຫຍ່ແມ່ນຍັງສາມາດສືບຕໍ່ຈັດຕັ້ງປະ ຕິບັດໄດ້ເປັນຢ່າງດີ.
ສອງຝ່າຍ ຍັງໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈການສ້າງຕັ້ງຄະນະປະສານງານຮ່ວມເພື່ອຈັດຕັ້ງປະຕິບັດ ຂອບການຮ່ວມມືແລວທາງເສດຖະກິດ ລາວ – ຈີນ ແລະ ສັນຍາວ່າດ້ວຍ “ການຢືນຢັນພ້ອມທັງຮ່ວມກັນຊຸກຍູ້ໂຄງການຮ່ວມມືຈຸດສຸມໃນຂອບຄວາມອາດສາມາດການຜະລິດ ແລະ ລົງທຶນ” ຊຸດ ທີ 3 ລະຫວ່າງ ກະຊວງແຜນການ ແລະ ການລົງທຶນ ສປປ ລາວ ກັບ ຄະນະພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ.