ໃນວັນທີ 31 ກໍລະກົດ 2021, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນ້ຳທາ ເພື່ອຊຸກຍູ້, ກວດກາ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກງານຮີບດ່ວນຈຳນວນໜຶ່ງ ການມາເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍຂອງພັກ ແລະ ລັດຖະບານ ທີ່ມີຕໍ່ທ້ອງຖິ່ນຕ່າງໆ ໂດຍສະເພາະແມ່ນແຂວງຫລວງນ້ຳທາ, ທັງເປັນການຊຸກຍູ້ອຳນາດການປົກຄອງທ້ອງຖິ່ນ ກໍຄືພະນັກງານ ແລະ ປະຊາຊົນບັນດາເຜົ່າ ໃຫ້ເປັນເຈົ້າການໃນການປະກອບສ່ວນເຂົ້າໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້. ທ່ານ ຄຳໄຫລ ສີປະເສີດ ເຈົ້າແຂວງ ແຂວງຫລວງນ້ຳທາ ກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຕ່າງໆ ເຊັ່ນ: ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19, ການອໍານວຍຄວາມສະດວກ ແລະ ແກ້ໄຂບັນຫາສິ່ງກິດຂວາງ ຂອງໂຄງການທາງລົດໄຟ ລາວ-ຈີນ, ການແກ້ໄຂບັນຫາການຂົນສົ່ງສິນຄ້າຜ່ານດ່ານບໍ່ເຕ່ນ-ບໍ່ຫານ, ການເຮັດຮົ້ວຕາມຊາຍແດນລາວ-ຈີນ ຂອບເຂດບໍ່ເຕ່ນ-ບໍ່ຫານ, ການກຳນົດຂອບເຂດທາງຫລວງແຫ່ງຊາດ ແລະ ດ່ານສາກົນ ກັບຂອບເຂດເສດຖະກິດ, ການພັດທະນາປິ່ນອ້ອມ (ສະຖານີສິນຄ້າທ່າບົກ) ຢູ່ເຂດສະຖານີລົດໄຟນາເຕີຍ, ການແກ້ໄຂຜົນກະທົບຈາກໄພທໍາມະຊາດ, ລວມທັງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໂດຍສັງເຂບ.
ທ່ານ ສອນໄຊ ສີພັນດອນ ໂດຍຕາງໜ້າໃຫ້ຄະນະພັກ, ຄະນະນຳ ໄດ້ສະແດງຄວາມຊົມເຊີຍ ມາຍັງຄະນະນຳແຂວງຫລວງນ້ຳທາ ກໍຄືບັນດາເມືອງ ແລະ ທຸກຂະແໜງການ ທີ່ໄດ້ພ້ອມກັນເອົາໃຈໃສ່ ແລະ ຜ່ານຜາຂໍ້ຫຍຸ້ງຍາກຕ່າງໆ ແລະ ໄດ້ຊີ້ນຳໃຫ້ແຂວງ ເສີມຂະຫຍາຍຈຸດດີ, ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ເອົາຊະນະສິ່ງທ້າທາຍຕ່າງໆ, ຄະນະດັ່ງກ່າວ ໄດ້ລົງຢ້ຽມຢາມເຂດພັດທະນາຊາຍແດນດ່ານບໍ່ເຕ່ນ, ໂຄງການກໍ່ສ້າງສະຖານນີໂດຍສານບໍ່ເຕ່ນ, ສະຖານີນາເຕີຍ, ສະຖານີນາໝໍ້, ສະຖານີເມືອງໄຊ ແລະ ໂຄງການກໍ່ສ້າງບ້ານຈັດສັນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເພື່ອຊຸກຍູ້ຂະບວນການການກໍ່ສ້າງ ແລະ ພັດທະນາດັ່ງກ່າວ ໃຫ້ສຳເລັດຕາມແຜນການທີ່ວາງໄວ້.
ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບເງິນ ຈຳນວນ 130 ລ້ານກີບ ໃຫ້ແຂວງຫລວງນ້ຳທາ ເຊິ່ງໃຫ້ກຽດຕາງໜ້າຮັບໂດຍ ທ່ານ ຄຳໄຫລ ສີປະເສີດ ເພື່ອເປັນທຶນປະກອບສ່ວນນຳໃຊ້ເຂົ້າໃນການແກ້ໄຂວຽກງານຈຳເປັນ ແລະ ຮີບດ່ວນຕ່າງໆ.