ໃນຕອນເຊົ້າຂອງ ວັນທີ 22 ທັນວາ 2021 ທີ່ຫ້ອງປະຊຸມ ກະຊວງແຜນການ ແລະ ການລົງທຶນໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ III ປະຈໍາປີ 2021 ຜ່ານລະບົບປະສົມປະສານລະຫວ່າງແບບປົກກະຕິ ແລະ ແບບທາງໄກ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານ ຄຕຟງ. ພ້ອມນີ້, ກໍມີບັນດາສະມາຊິກຄະນະກໍາມະການເເຫ່ງຊາດ, ກອງເລຂາ ແລະ ພະນັກງານຂອງກະຊວງກ່ຽວຂ້ອງເຂົ້າຮ່ວມໃນກອງປະຊຸມ ຈຳນວນ 80 ກວ່າທ່ານ.
ກອງປະຊຸມໄດ້ມີການປຶກສາຫາລືຫຼາຍບັນຫາເຊັ່ນ: ສະພາບລວມການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໂດຍສະເພາະແມ່ນຄວາມຄືບໜ້າການປະເມີນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍຮອບທີ 2 ຂອງ ສປປ ລາວ ຈາກ APG. ພ້ອມດຽວກັນ ກອງປະຊຸມຍັງໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄຕຟງ ຄັ້ງຜ່ານມາ ກ່ຽວກັບການກະກຽມການປະເມີນຮອບດ້ານຂອງ ສປປ ລາວ ທາງດ້ານວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຄະນະກຳມະການໄດ້ຮັບຮອງເອົາແຜນວຽກບູລິມະສິດຂອງ 04 ພາກສ່ວນ (1. ວຽກງານຄຸ້ມຄອງ; 2. ວຽກງານການດໍາເນີນຄະດີ; 3. ວຽກງານນິຕິກຳ ແລະ ກົນໄກ ແລະ 4. ວຽກງານເຜີຍແຜ່ ແລະ ເຊື່ອມຊືມ).
ສປປ ລາວ ໄດ້ສຳເລັດການນຳສົ່ງບົດລາຍງານດ້ານນິນິກຳ ຮອບທີ 2 ແລະ ບົດລາຍງານດ້ານປະສິດທິຜົນ ຮອບທີ 1 ພ້ອມທັງ ບັນດາ ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ຫຼາຍກວ່າ 200 ສະບັບ ໃຫ້ທີມປະເມີນ. ປະຈຸບັນ ສປປ ລາວ ພວມຢູ່ໃນຂັ້ນຕອນການຄົ້ນຄວ້າຕອບຄຳຖາມເຈາະຈີ້ມ ຈາກຄະນະປະເມີນສາກົນຕໍ່ກັບບົດລາຍງານດ້ານປະສິດທິຜົນ ທີ ສປປ ລາວ ສົ່ງໃຫ້ໃນຮອບທຳອິດ, ສ່ວນການລົງມາກວດກາຕົວຈິງຂອງສາກົນ ແມ່ນຄາດຄະເນ ຈະຂຶ້ນໃນຕົ້ນປີ 2022 ທີ່ຈະມາເຖິງນີ້.
ໃນໄລຍະການປະເມີນ ສປປ ລາວ ຍັງຕ້ອງໄດ້ສືບເລັ່ງສ້າງ ແລະ ປັບປຸງນິຕິກໍາຈໍານວນໜື່ງທີ່ຕິດພັນກັບພາກສ່ວນຄຸ້ມຄອງ ກໍ່ຄືຫົວໜ່ວຍທີ່ມີໜ້າທີ່ລາຍງານ, ການກະທຳຜິດຕົ້ນທີ່ຕິດພັນກັບການຟອກເງິນຈຳນວນໜຶ່ງ ແລະ ສືບຕໍ່ຄົ້ນຄວ້າສ້າງແຜນຍຸດທະສາດແຫ່ງຊາດວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ປີ 2021-2025 ເພື່ອໃຫ້ ສປປ ລາວ ເປັນບ່ອນອີງ ໃນການຊີ້ແຈງຕໍ່ສາກົນ ເພື່ອຮັບປະກັນບໍ່ໃຫ້ ສປປ ລາວ ຕົກຢູ່ໃນບັນຊີການຕິດຕາມຂອງສາກົນກ່ຽວກັບວຽກງານ AML/CFT ແລະ ຮັບປະກັນໄດ້ກັບວຽກງານ AML/CFT ຂອງ ສປປ ລາວ ໃຫ້ເປັນລະບົບ ແລະ ຍັບເຂົ້າໃກ້ມາດຖານສາກົນກົນເທື່ອລະກ້າວ.