ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ

by | Jan 27, 2022 | ການເຄື່ອນໄຫວ | 0 comments

 

ໃນຕອນເຊົ້າ ວັນອັງຄານທີ 25 ມັງກອນ 2022, ທີ່ ຫ້ອງປະຊຸມທາງໄກຊັ້ນ 3 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດ ກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ IV ເຊິ່ງ ໄດ້ຮັບກຽດເປັນປະທານໂດຍ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທັງເປັນຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ (ຄອຄສ) ພ້ອມດ້ວຍແຂກທີ່ຖືກເຊີນ ຂັ້ນຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຕົວແທນຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ບັນດາກົມອ້ອມຂ້າງ ແລະ ບັນດາພະແນກກ່ຽວຂ້ອງ ທີ່ເປັນສະມາຊິກຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ແລະ ທ້ອງຖິ່ນ.

ຈຸດປະສົງກອງປະຊຸມ ແມ່ນຜ່ານຮ່າງບົດລາຍງານ ການຈັດຕັ້ງປະຕິບັດວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ປະຈໍາປີ 2021 ແລະ ແຜນການປີ 2022, ເປີດເວທີໃຫ້ບັນດາສະມາຊິກຂອງ ຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ຂະແໜງການທີ່ກ່ຽວຂ້ອງ ທັງຢູ່ຂັ້ນສູນກາງ ແລະ ຂັ້ນແຂວງ ປະກອບຄຳຄິດຄຳເຫັນ ຕໍ່ກັບຮ່າງບົດລາຍງານດັ່ງກ່າວ.

ທ່ານ ປອ ຄໍາແພງ ໄຊສົມແພງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຮອງຫົວໜ້າ ຄອຄສ ໄດ້ລາຍງານຕໍ່ກອງປະຊຸມວ່າ: ເນື່ອງຈາກສະຖານະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແຕ່ປີ 2019 ເຖິງປະຈຸບັນ ແມ່ນຍັງບໍ່ມີທ່າທີຈະຫຼຸດຜ່ອນລົງ ທັງພາຍໃນປະເທດ ແລະ ສະພາບຂອງທົ່ວໂລກ. ເຖິງຈະມີຄວາມຫຍຸ້ງຍາກຫຼາຍປານກໍ່ຕາມ ຜ່ານການຈັດຕັ້ງປະຕິບັດວຽກອໍານວຍຄວາມສະດວກທາງດ້ານການຄ້າ ປະຈໍາປີ 2021 ເຫັນໄດ້ເຖິງຄວາມເອົາໃຈໃສ່ ແລະ ເປັນຫ່ວງເປັນໃຍຂອງການນໍາພັກ-ລັດ ແລະ ຄວາມຫ້າວຫັນໃນໜ້າທີ່ການງານຂອງທຸກພາກສ່ວນ ຈິ່ງເຮັດໃຫ້ການປັງປຸງ ແລະ ແກ້ໄຂບັນຫາຕ່າງໆ ແມ່ນໄດ້ຮັບຜົນສໍາເລັດໃນລະດັບດີສົມຄວນ ເປັນຕົ້ນແມ່ນ: ການສ້າງ ແລະ ປັບປຸງ ບັນດານິຕິກໍາ ທີ່ຕິດພັນກັບຫຼາຍຂະແໜງການ ອັນໃດຍັງບໍ່ສອດຄ່ອງ ຫຼື ທວງດຶງ ການຂະຫຍາຍຕົວຂອງເສດຖະກິດ-ການຄ້າ ແມ່ນແກ້ໄຂໄດ້ຢ່າງທ່ວງທັນ ເຊິ່ງໃນຈໍານວນ 51 ມາດຕະການ ປີ 2021 ປັບປຸງສໍາເລັດຕື່ມ 09 ມາດຕະການ, ຍັງກໍາລັງດໍາເນີນການ 28 ມາດຕະການ, ບໍ່ຄືບໜ້າເລີຍ 05 ມາດຕະການ. ຍົກລະດັບການ ບໍລິການໃຫ້ມີ ຄວາມສະດວກວ່ອງໄວ, ກະທັດຮັດ ແລະ ມີຄວາມໂປ່ງໃສ ຂອງບັນດາຂະແໜງການປະຈໍາດ່ານ ໂດຍໃຫ້ເຈົ້າໜ້າທີ່ ປະຈໍາດ່ານ: 1) ນໍາໃຊ້ລະບົບບໍລິຫານຄວາມສ່ຽງໃນການກວດປ່ອຍສິ້ນຄ້າ, 2) ສ້າງກົນໄກປະສານງານກວດປ່ອຍສີນຄ້າ, 3) ຊຸກຍູ້ສົ່ງເສີມໃຫ້ມີການຂົນສົ່ງຜ່ານທາງລົດໄຟລາວ-ຈີນ ເພື່ອຫຼຸດຜ່ອນຄວາມແອອັດໃນການຂົນສົ່ງທາງລົດ (ສໍາລັບສິນຄ້າສົ່ງອອກໄປຈີນ).

ທ່ານ ປອ ຄໍາແພງ ໄຊສົມແພງໄດ້ກ່າວເພິ່ມວ່າ: ປະຈຸບັນ ເຖິງວ່າ ມີຫຼາຍນິຕິກໍາ ແມ່ນໄດ້ຮັບການສ້າງ ແລະ ປັບປຸງແລ້ວ ແຕ່ ການຈັດຕັ້ງ ປະຕິບັດຕົວຈິງ ແມ່ນຍັງບໍ່ສອດຄ່ອງ ແລະ ບໍ່ເຂັ້ມງວດຕາມທີໄດ້ກໍານົດໄວ້ໃນລະບຽບກົດໝາຍ ເຊັ່ນວ່າ: ບັນດາ ໜ່ວຍງານປະຈໍາດ່ານ ແລະ ການເກັບຄ່າທໍານຽມ ຍັງບໍ່ສອດຄ່ອງກັບດໍາລັດ 558/ລບ, ການກວດກາການເຄື່ອນຍ້າຍສິນຄ້າພາຍໃນປະເທດ ແລະ ການອອກໃຍຢັ້ງຢືນການເຄື່ອນຍ້າຍສິນຄ້າ ຍັງປະຕິບັດບໍ່ຖືກຕາມເນື້ອໃນຈິດໃຈຂອງ ຄໍາສັ່ງ 12/ນຍ. ການປັບປຸງນິຕິກໍາເຖິງປະຕິບັດສໍາເລັດໄປແລ້ວສ່ວນໜຶ່ງ ແຕ່ມີຄວາມລ່າຊ້າຫຼາຍ ເພາະຍັງ 33 ມາດຕະການ ຄວນໄດ້ຮັບການປັບປຸງໃຫ້ສໍາເລັດໃນປີຕໍ່ມາ. ທ່ານ ຮຽກຮ້ອງ ໃຫ້ທຸກຂະແໜງການທັງສູນກາງ ແລະ ຂັ້ນແຂງ ທີ່ມີສ່ວນກ່ຽວຂ້ອງ ທຸມເທ່ເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ຄົ້ນຄວ້າ ຫາແນວທາງແກ້ໄຂ ຈຸດທີ່ເປັນບັນຫາຄ້າງຄາ ແລະ ຊໍ້າເຫື້ອມາຫຼາຍປີ ແຕ່ຍັງແກ້ບໍ່ຕົກ ເຊັ່ນວ່າ: ອອກໃບຢັ້ງຢືນ ຫຼື ໃບອະນຸຍາດໃຊ້ເວລາດົນ, ຄ່າທໍານຽມສູງ ແລະ ຫຼາຍຂັ້ນຕອນ. ນອກນັ້ນ, ຍັງປະກົດມີບັນຫາການກວດກາຕາມເສັ້ນທາງ, ການເລືອກປະຕິບັດ ຊັ່ງນໍ້າໜັກລົດບັນທຸກ….

ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ປຶກສາຫາລື ແລະ ມີຄໍາເຫັນ ກ່ຽວກັບ 5 ເນື້ອໃນຈຸດສຸມ ຄື: 1) ການກວດກາ ແລະ ເກັບຄ່າທໍານຽມ ຢູ່ດ່ານສາກົນເປົ້າໝາຍ ທີ່ຕິດພັນກັບການນໍາເຂົ້າ-ສົ່ງອອກ ສິນຄ້າ ຂອງບັນດາໜ່ວຍງານທີ່ກ່ຽວຂ້ອງທີ່ປະຈໍາຢູ່ດ່ານ ໃນໄລຍະຜ່ານມາ ແມ່ນຄວນຈັດຕັ້ງປະຕິບັດ ໃຫ້ສອດຄ່ອງ ກັບເນື້ອໃນທີກໍານົດໄວ້ໃນດໍາລັດ 558/ລບ; 2) ຢາກໃຫ້ມີຄວາມຊັດເຈນຕື່ມກ່ຽວກັບການແບ່ງຄວາມຮັບຜິດຊອບ, ການປັບປຸງຂັ້ນຕອນ, ເວລາ ແລະ ເອກະສານ ໃນການອອກອະນຸຍາດເຄື່ອນຍ້າຍ ແລະ ສົ່ງອອກ ຜະລິດຕະພັນໄມ້ ແລະ ຖ່ານຂາວ ພາຍຫຼັງມີການມອບ-ຮັບວຽກງານຄຸ້ມຄອງໂຮງງານ ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະ ຊວງກະສິກໍາ ແລະ ປ່າໄມ້ ໃນເດືອນ ພະຈິກ 2021; 3) ຢາກໃຫ້ພິຈະລະນາຄົ້ນຄວ້າໃນລວງເລີກຕື່ມ ກ່ຽວກັບ ການເກັບອາກອນມູນຄ່າເພີ່ມ, ອາກອນກໍາໄລ, ອາກອນມອບເໝົາ ທີ່ຕິດພັນກັບການຂົນສົ່ງ, ນໍາເຂົ້າ-ສົ່ງອອກ ສິນຄ້າ ຂອງຫຼາຍແຂວງ ທີ່ເຫັນວ່າບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ວາງອອກ; 4) ຂະແໜງການກ່ຽວຂ້ອງຄວນກວດກາຄືນ ການຕັ້ງຈຸດ (ປ້ອມ) ກວດກາຕາມເສັ້ນທາງຂອງເຈົ້າໜ້າທີ່ຕໍາຫຼວດ ເພື່ອກວດກາສິນຄ້າ ແລະ ເອກະສານເຄື່ອນຍ້າຍສິນຄ້າ ຊຶ່ງມີຫາງສຽງຂອງຜູ້ປະກອບການ ທີ່ໄດ້ສ້າງຄວາມຫຍຸ້ງຍາກ ແລະ  ເພີ່ມຄ່າໃຊ້ຈ່າຍ ໃຫ້ແກ່ການເຄື່ອນຍ້າຍສິນຄ້າ ຢູ່ພາຍໃນປະເທດ; 5) ຄວນຄົ້ນຄວ້າຫາທິດທາງທີມີປະສິດຕິພາບຕື່ມ ໃນການສົ່ງອອກສິນຄ້າໄປ ສປ ຈີນ ຜ່ານດ່ານບໍ່ເຕ່ນ-ບໍ່ຫານ ເຊັ່ນ: ການເພີ່ມຄົນຂັບລົດຊຸດຂາວ, ການເພີ່ມເວລາເຮັດວຽກ ຂອງເຈົ້າໜ້າ ທີ່ຢູ່ດ່ານບໍ່ເຕ່ນ-ບໍ່ຫານ, ການເປີດດ່ານຊາຍແດນລາວ-ຈີນ ອື່ນ, ການຂະຫຍາຍກໍານົດເວລາໂກຕ້າສົ່ງອອກ ໄປ ສປ ຈີນ ພາຍໃຕ້ໂຄງການປູກພືດທົດແທນການປູກຝິ່ນ ແລະ ອື່ນໆ.

ຜ່ານການປຶກສາຫາລືຢ່າງກົງໄປກົງມາ ແລະ  ປະກອບຄໍາຄິດເຫັນ ຂອງຜູ້ເຂົ້າຮ່ວມກອງປະຊຸມ ຕໍ່ກັບຮ່າງບົດ ລາຍງານ ແລະ ຄໍາຖາມເຈາະຈິ້ມ ໂດຍລວມ ແມ່ນເຫັນດີເປັນເອກະພາບຕໍ່ກັບ ຮ່າງບົດລາຍງານ ແລະ ມີບາງຄໍາເຫັນ ຕໍ່ ກັບຄໍາຖາມເຈາະຈິ້ມ ແມ່ນສືບຕໍ່ ປັບປຸງ 35 ມາດຕະການ ໃຫ້ສໍາເລັດແຜນທີ່ກໍານົດໄວ້ ຕາມເນື້ອໃນຈິດໃຈຂອງຄໍາສັ່ງ 12/ນຍ ແລະ ສືບຕໍ່ເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດດໍາລັດ 558/ລບ. ຕອນທ້າຍຂອງກອງປະຊຸມ ທ່ານປະທານ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທັງສູນກາງແລະທ້ອງຖິ່ນ ໃນນາມຄະນະກໍາມະການຊີ້ນໍາລວມ ອໍານວຍ ຄວາມສະດວກທາງດ້ານການຄ້າຍົກສູງໜ້າທີ່ຄວາມຮັບຜິດຊອບຕໍ່ກັບພາລະບົດບາດຂອງຕົນຖືເອົາ ການປັບປຸງວຽກ ງານອໍານວຍຄວາມສະດວກທາງດ້ານການຄ້າໃຫ້ດີຂື້ນເປັນປັດໃຈໜຶ່ງໃນກາຜະດັນ ແລະ ກະຕຸ່ນ ເສດຖະກິດ-ການຄ້າ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວໄປເທື່ອລະກ້າວ.