ທ່ານ ສອນໄຊ ສີພັນດອນ ເປັນປະທານພິທີປະກາດການຈັດຕັ້ງຂັ້ນຄະນະກົມ ພາຍໃນ ກະຊວງແຜນການ ແລະ ການລົງທຶນ

by | Feb 4, 2022 | ການເຄື່ອນໄຫວ | 0 comments

ໃນຕອນເຊົ້າວັນທີ 03 ກຸມພາ 2022, ຢູ່ທີ່ ສະໂມສອນໃຫຍ່ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີປະກາດການສັບຊ້ອນ, ແຕ່ງຕັ້ງ ພະນັກງານການນຳ  ແລະ ພະນັກງານຂັ້ນຄະນະກົມພາຍໃນຂອງກະຊວງແຜນການ ແລະ ການລົງທຶນຂື້ນ, ໃຫ້ກຽດເປັນປະທານ ໂດຍທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງ, ເລຂາພັກ ກະຊວງ ຜທ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ຜທ ພ້ອມດຽວກັນນີ້ກໍ່ຍັງມີບັນດາທ່ານ ຄະນະພັກປະຈຳຄະນະບໍລິຫານງານພັກກະຊວງ,ບັນດາເລຂາໜ່ວຍພັກ, ຄະນະພັກ ແລະ ຫົວໜ້າພະແນກຂອງບັນດາກົມກໍ່ໄດ້ເຂົ້າຮ່ວມ.

ພິທີດັ່ງກ່າວໄດ້ປະກາດລາຍຊື່ຜູ້ທີໄດ້ຮັບການແຕ່ງຕັ້ງ ແລະ ຊັບຊ້ອນດັ່ງນີ້:

  • ບົ່ງຕົວແຕ່ງຕັ້ງ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ເປັນກຳມະການປະຈໍາພັກກະຊວງ ຜທ.
  • ຍົກຍ້າຍ ທ່ານ ນາງ ພອນສະຫຼີ ສຸກສະຫວັດ ເປັນກຳມະການປະຈໍາພັກກະຊວງ ຜທ.
  • ແຕ່ງຕັ້ງ ທ່ານ ປອ ວຽງຊັນ ຈັນທາ ເປັນຫົວໜ້າຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດນາມ.
  • ແຕ່ງຕັ້ງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ເປັນຫົວໜ້າຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ.
  • ແຕ່ງຕັ້ງ ທ່ານ ໄພເລີດ ພົນບູລົມ ເປັນຫົວໜ້າກົມແຜນການ ກະຊວງ ຜທ.
  • ແຕ່ງຕັ້ງ ທ່ານ ຟອງສະມຸດ ຄໍາວານວົງສາ ເປັນຫົວໜ້າຫ້ອງການ ສູນສະຖິຕິແຫ່ງຊາດ, ກະຊວງ ຜທ.
  • ແຕ່ງຕັ້ງ ທ່ານ ສອນປະເສີດ ດາລາວົງ ເປັນຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງ ຜທ.
  • ແຕ່ງຕັ້ງ ທ່ານ ປອ ສິດທິຣົດ ຣາຊະພົນ ເປັນຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ, ກະຊວງ ຜທ
  • ແຕ່ງຕັ້ງ ທ່ານ ບຸນມີ ວິໄລຈິດ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງ ຜທ.
  • ແຕ່ງຕັ້ງ ທ່ານ ປອ ວັນທະນາ ນໍລິນທາ ເປັນວ່າການຫົວໜ້າຫ້ອງການ, ກະຊວງ ຜທ.
  • ສັບຊ້ອນ ແລະ ແຕ່ງຕັ້ງ ທ່ານ ນາງ ພອນທິບ ພານິພົງ ເປັນຮອງຫົວໜ້າຫ້ອງການ, ກະຊວງ ຜທ.
  • ແຕ່ງຕັ້ງ ທ່ານ ປອ ໂຄສະດາ ວົງຊະນະ ເປັນຮອງຫົວໜ້າກົມ ແລະ ເປັນເລຂາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ຜທ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມໃນພິທີວ່າການປັບປຸງກົງຈັກການຈັດຕັ້ງ ຖືເປັນເລື່ອງປົກກະຕິຂອງພັກ-ລັດເຮົາ ຊຶ່ງຈະຕ້ອງໄດ້ມີການປັບປຸງໄປຕາມສະພາບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ຕົວຈິງໃນແຕ່ລະໄລຍະ ແລະ ທັງເປັນການປຸກລະດົມໃຫ້ຖັນແຖວພະນັກງານໄດ້ສືບຕໍ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນດໍາລົງຊີວິດ, ແບບແຜນວິທີນໍາພາປະຕິບັດວຽກງານ ເອົາໃຈໃສ່ຍົກລະດັບຄວາມຮູ້ໃຫ້ມີລະດັບອັນແນ່ນອນ ເພື່ອໃຫ້ມີຄວາມສາມາດປະຕິບັດໜ້າທີ່ວິຊາສະເພາະ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້ນັບມື້ນັບສູງຂຶ້ນ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກຂັ້ນເທິງສູງຍິ່ງຂຶ້ນ ຊຶ່ງບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງລ້ວນແຕ່ເປັນຜູ້ທີ່ ພັກ-ລັດ ໄດ້ມອບຄວາມ       ໄວ້ວາງໃຈ ແລະ ຄວາມເຊື່ອໝັ້ນສູງ ຊຶ່ງໜ້າທີ່ວຽກງານໃນຕໍ່ໜ້າຍິ່ງຈະໜັກໜ່ວງ, ກວ້າງຂວາງ ແລະ ຕ້ອງມີຄວາມຮັບຜິດຊອບສູງຂຶ້ນເປັນທະວີຄູນ. ສະນັ້ນ, ຂໍໃຫ້ບັນດາສະຫາຍສືບຕໍ່ເພີ່ມທະວີຄວາມບຸກໜ້າບືນຕົວ, ຫ້າວຫັນ ແລະ ມີຄວາມເສຍສະຫຼະອົດທົນຫຼາຍກວ່າເກົ່າ ເພື່ອເຮັດໜ້າທີ່ເປັນເສນາທິການທີ່ເກັ່ງ, ເລິກເຊິ່ງ ວຽກງານແຜນພັດທະນາເສດຖະກິດ-ສັງຄົມ, ແຜນພັດທະນາແມ່ຍິງ ແລະ ວຽກງານເສດຖະກິດມະຫາພາກ.