ໃນວັນທີ 22 ມັງກອນ 2022 ນີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ນາຍ ແລະ ພົນທະຫານ ຢູ່ກອງພັນໃຫຍ່ 497. ເນຶ່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 73 ປີ, (20/1/1949-20/1/2022) ໂດຍໃຫ້ການຕ້ອນ ຈາກການນໍາແຂວງວຽງຈັນ, ເມືອງ, ກົມ 497, ຄະນະພັກ -ຄະນະບັນຊາ, ນາຍ ແລະ ພົນທະຫານ ກອງພັນໃຫຍ່ 497 ເຂົ້າຮ່ວມ.
ທ່ານ ສອນໄຊ ສີພັນດອນ ໄດ້ເຂົ້າພົບປະ ກັບການນຳຂອງ ກອງພັນໃຫຍ່497 ແລະ ໄດ້ຮັບຟັງການ ລາຍງານໂດຍຫຍໍ້ ຈາກສະຫາຍ ພັນເອກ ຄໍາສຸກ ໄຊມວນສິນ ເລຂາຄະນະພັກຫົວໜ້າການທະຫານກອງພັນໃຫຍ່ 497 ກ່ຽວກັບສະພາບຈຸດພິເສດ, ທີ່ຕັ້ງ, ພາ ລະບົດບາດ ແລະ ໜ້າທີ່ການ ເມືອງ ຂອງກົມກອງ, ລວມທັງຜົນງານທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ໂດຍເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າ ທີ່ການເມືອງໃນໄລຍະໃໝ່ ໃນການປັບປຸງກໍ່ສ້າງກຳລັງປະກອບອາວຸດໃຫ້ເຕີບໃຫຍ່ເຂັ້ມແຂງ ເປັນກ້າວໆນັ້ນ, ຈຸດພິເສດກອງພັນໃຫຍ່ຕີພິເສດ 497 ພວກເຮົາ ແມ່ນເຫຼົ່າຮົບຕີພິເສດ, ການຈັດຕັ້ງປະກອບແບບກະທັດຮັດ, ເບົາບາງແຕກຕ່າງກັບເຫຼົ່າຮົບອື່ນ, ວິທີຕີແມ່ນ ເອົາໜ້ອຍ ຕີຫຼາຍ, ເອົາຄຸນນະພາບຊະນະປະລິມານ, ຕີຖືກເປົ້າໝາຍຈຸດໜັກ, ຕີໄວດັບສູນກຽ້ງ ປະສານສົມທົບແໜ້ນກັບການປະຕິບັດ5 ຫຼັກການ: ຕີນຮອດ, ມືເຖີງ, ຫູຝັງ, ດັງດົມກິ່ນ,ຕາເຫັນ ແລະ ໄດ້ສຳພັດກັບຕົວຈິງ. ກອງພັນໃຫຍ່ 497 ພວກເຮົາ ມີພາລະບົດບາດເປັນເສນາ ທິການໃຫ້ແກ່ກະຊວງ ປ້ອງກັນປະເທດ ລົງກໍ່ສ້າງຮາກຖານການເມືອງປະຊາຊົນປະຕິບັດວຽກງານ 3 ສ້າງ, 4 ເນື້ອໃນ, 4 ຄາດໝາຍ, ກຽມພ້ອມສູ້ຮົບ ເຄື່ອນໄຫວສູ້ຮົບ, ແກ້ໄຂເຂດເກາະຫ້ອຍ ພ້ອມທັງເຮັດໜ້າທີ່ ການເມືອງ ໃຫ້ສະ ພາບຂອບເຂດກົມກອງຮັບຜິດ ຊອບມີຄວາມສະຫງົບໂດຍພື້ນ ຖານ.
ໃນໂອກາດດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນໂອ້ລົມ, ຕໍ່ຄະນະພັກ -ຄະນະບັນຊາ, ນາຍ ແລະ ພົນທະຫານ ກອງພັນໃຫຍ່ 497 ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຫຼາຍດ້ານທີ່ກົມກອງ ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ແລະ ເພື່ອອີງໃສ່ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງກອງທັບໃນໄລຍະໃໝ່, ສະຫາຍໄດ້ຮຽກຮ້ອງໃຫ້ຄະນະພັກ- ຄະ ນະບັນຊາແຕ່ລະຂັ້ນຕະຫຼອດຮອດພະນັກງານ-ນັກຮົບ ທົ່ວກອງພັນໃຫຍ່ 497 ສືບຕໍ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ເປັນຫຼັກແຫຼ່ງໃນການຈັດ ຕັ້ງປະຕິບັດວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ຕິດພັນກັບການສ້າງບ້ານ ແລະ ກຸ່ມບ້ານພັດທະນາ, ໄປພ້ອມກັນນີ້ ກໍຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃຫ້ສອດຄ່ອງກັບວຽກງານ, ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ, ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ສືບຕໍ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ແລະ ພ້ອມກັນເອົາໃຈໃສ່ປະຕິບັດທຸກຄາດໝາຍສູ້ຊົນທີ່ວາງໄວ້ໃຫ້ສຳເລັດ ແລະ ສຸມໃສ່ສ້າງພະລາທິການກັບທີ່ເພື່ອຮັບປະກັນກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ແລະ ໃນໂອກາດລົງເຄຶ່ອງໄຫວຢ້ຽມຢາມໃນຄັ້ງນີ້ທ່ານ ຮອງນາຍົກລັດຖະມົນຕີຍັງໄດ້ມອບສິ່ງຂອງ ແລະ ເງິນສົດ ຈໍານວນໜຶ່ງ ເພື່ອເປັນການປະກອບສ່ວນນຳໃຊ້ເຂົ້າໃນວຽກງານຂອງກອງພັນໃຫຍ່ 497.