ກອງປະຊຸມໄດ້ຈັດຂື້ນໃນວັນທີ 6-8 ກໍລະກົດ 2022, ທີ່ກະຊວງແຜນການ ແລະ ການລົງທຶນ, ໂດຍການເປັນປະທານຂອງທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍວິທະຍາກອນ ແລະ ນັກສຳມະນາກອນຈາກກົມອ້ອມຂ້າງເຂົ້າຮ່ວມ.
ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງ ຜທ ໄດ້ກ່າວວ່າ:ຊຸດຝຶກອົບຮົມແມ່ນໄດ້ດຳເນີນມາຕັ້ງແຕ່ວັນທີ 6-8 ກໍລະກົດ ເຊິງຕະຫຼອດໄລຍະ 3ວັນທີ ຜ່ານມາ ນັກສໍາມະນາກອງທັງໝົດທີ່ເຂົ້າຮ່ວມແມ່ນໄດ້ຮັບຟັງກສຍສະເໜີຄວາມຮູ້ພື້ນຖານຄວາມສະເໝີພາບ ຍິງ-ຊາຍ ແແຜນດຳເນີນງານໃນປີ 2021-2025 ແລະ ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ ພ້ອມນັ້ນໄດ້ແບ່ງກຸ່ມສົນນາ ແລະ ນຳສະເໜີຂອງການຄົ້ນຄ້ວາຂອງແຕ່ລະກຸ່ມສັງເກດເຫັນວ່າບັນດາທ່ານສາມາດເຂົ້າໃນການຄວາມຮູ້ພື້ນຖານຄວາມສະເໝີພາບຍິງຊາຍ ແຜນດຳເນີນງານແຫ່ງຊາດ ແລະ ແມ່-ເດັກ 5ປີ 2021-2025 ແລະ ກົດໝາຍວາດ້ວຍສະເໜີພາຍ ຍິງ-ຊາຍ ຫຼາຍຂື້ນ ແລະ ສາມາດນຳເອົາຄວາມຮູ້ດັ່ງກາ່ວໄປຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ.
ຈຸດປະສົງໃນການຝືກອົບຮົມແມ່ນເພື່ອໃຫ້ເຂົ້າໃຈແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ-ຊາຍ 5ປີ ຄັ້ງທີ V ປີ 2021-2025, ເຊີງອິງຕາມດຳລັດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 579/ນຍ ວ່າດ້ວຍການຮັບຮອງເອົາ ແລະ ປະກາດໃຊ້ແຜນດຳເນີນງານແຫ່ງຊາດເພື່ອຄວາມສະເໜີພາບ ຍິງ-ຊາຍ ຄັ້ງທີ V ປີ 2021-2025 ພ້ອມນີ້ຍັງມີບົດນະນໍການຈັດຕັ້ງຜັນຂະຫຍາຍແຜນດໍາເນີນງານແຫ່ງຊາດ 5ປີ ຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະທິການແຫ່ງຊາດເພື່ອຄວາມກ້າວໜ້າແມ່ຍິງ ຂອງແມ່ -ເດັກ ສະບັບເລກທີ 207/ຄສກມດ, ໃນນັ້ນປະກອບມີ 4 ແຜນງານທີສໍາຄັນຄື: ການໂຄສະນາເຜີຍແຜ່ປູກຈິດສໍານືກ, ການພັດທະນາ ລະບົບຖານຂໍ້ມູນຂ່າວສານ, ສົ່ງເສີມການສະເໝີພາບ ຍິງ-ຊາຍ, ການທົບທວນປັບປຸງສ້າງບັນດານະໂຍບາຍນິຕິກຳ ແລະ ການປະຕິບັດຕໍ່ສົນທິສັນຍາ ແລະ ຖະແຫຼງການຂອງສາກົນ ພາກພື້ນກ່ຽວກັບສິດທິຂອງແມ່ຍິງ ທີ ສປປ ລາວເປັນພາຄີ ແລະ ສ້າງຄວາມເຂັ້ມແຂງໃຫ້ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນທີຄຸ້ມຄອງວຽກງານ ຄວາມສະເໝີພາບຍິງຊາຍ.