ກອງປະຊຸມ ສະຫຼຸບວຽກງານແຜນການ-ການລົງທຶນທົ່ວປະເທດປະຈຳປີ 2022 ໄດ້ຈັດຂຶ້ນ ເລີ່ມແຕ່ 8 ໂມງເຊົ້າ ຂອງ ວັນທີ 17-18 ມັງກອນ 2023, ມີທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ ຈາກບັນດາກະຊວງ ແລະ ອົງການທຽບເທ່ົາກະຊວງ, ເຈົ້າແຂວງ, ຮອງເຈົ້າແຂວງ ແລະ ນະຄອນຫຼວງວຽງຈັນ, ບັນດາຫົວໜ້າກົມ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ທັງໝົດຈຳນວນ 285 ທ່ານ ຍິງ 95 ທ່ານ ໃນນັ້ນຈາກສູນກາງ 175 ທ່ານ ແລະ ທ້ອງຖິ່ນ 110 ທ່ານ. ກອງປະຊຸມ ດຳເນີນດ້ວຍບັນຍາກາດອັນຟົດຟື້ນ ເຊີ່ງບັນດາຜູ້ແທນ ຈາກສູນກາງ ແລະ ທ້ອງຖິ່ນ ໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ຂໍ້ສະເໜີ ຢ່າງກົງໄປກົງມາ ດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ເປັນປະໂຫຍດ ໃຫ້ວຽກງານຂະ ແໜງແຜນການ ແລະການລົງທຶນ ໄດ້ຮັບການປັບປຸງ ແລະ ສອດຄ່ອງແທດເໝາະກັບການຈັດຕັ້ງປະຕິບັດດວຽກງານ ໃນເງື່ອນໄຂໃໝ່. ພ້ອມດຽວກັນ, ກອງປະຊຸມໃນຄັ້ງນີ້ ຈະໄດ້ຮັບຟັງການໂອ້ລົມຈາກ ທ່ານນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ເພື່ອເປັນທິດຊີ້ນໍາ ໃນການປະຕິບັດໜ້າທີວຽກງານຂອງຂະແໜງແຜນການ ແລະການລົງທຶນ ໃຫ້ມີຜົນສຳເລັດ ດັ່ງຄຳຂວັນທີວ່າ (ສ້າງການຫັນປ່ຽນ ຢ່າງແຂງແຮງ ວຽກງານແຜນການ ແລະການລົງທຶນ ໃນເງື່ອນ ໄຂໃໝ່). ກອງປະຊຸມໄດ້ລົງເລິກເນື້ອໃນວຽກງານດັ່ງລຸ່ມນີ້:
- ໄດ້ສະຫລຸບຕີລາຄາ ການຕັ້ງປະຕິບັດວຽກງານຂອງຂະແໜງແຜນການ ແລະ ການລົງທຶນ ປະຈຳປີ 2022 ແລະ ຜ່ານທິດທາງແຜນການປີ 2023 ຕິດພັນກັບການຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໄລຍະ 2021-2023 ເຊິ່ງສາມາດຕີລາຄາໂດຍສັງເຂບ ກ່ຽວກັບຜົນສໍາເລັດທີ່ພົ້ນເດັ່ນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ຈຳນວນໜຶ່ງ ເຊິ່ງຜູ້ແທນກອງປະຊຸມໄດ້ລົງເລິກ ປະກອບຄຳເຫັນບາງຈຸດສຳຄັນດ່ັງນີ້:
- ການປັບປຸງກົງຈັກການຈັດຕັ້ງ ຕິດພັນການປັບປຸງພາລະບົດບາດຂະແໜງ ແຜນການ ແລະການລົງທຶນແຂວງ, ນະຄອນຫຼວງວຽງຈັນ, ເມືອງ, ນະຄອນ ໂດຍຍົກໃຫ້ເຫັນຂໍ້ສະດວກ ແລະ ຫຍຸ້ງຍາກທັງໄດ້ຍົກໃຫ້ເຫັນດ້ານດີ ຜົນງານ, ຈຸດອອນ, ການຈັດຕັ້ງປະຕິບັດໜ້າທີ ຂອງວຽກງານແຜນການ ແລະ ການລົງທຶນຢູ່ແຂວງ, ນະຄອນຫຼວງວຽງຈັນ ແລະ ຫ້ອງການແຜນການ ແລະ ການລົງທຶນເມືອງ, ນະຄອນ ມີຂໍ້ສະດວກ ແລະມີຄວາມຫຍຸ້ງຍາກຄືແນວໃດ?
- ວຽກຈຸດສຸມ ແລະ ວິທີການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈຳປີ 2023 ຕິດພັນກັບການຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໄລຍະ 2021-2023 ໃນທ້ອງຖິ່ນຈະສຸມໃສ່ ແລະ ມີກົນໄກການຈັດຕັ້ງປະຕິບັດແນວໃດ, ການຄຸ້ມຄອງແຜນງົບປະມານແຫ່ງຊາດ, ກົນໄກຄຸ້ມຄອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນເງິນຕາຕ່າງປະເທດ, ກົນໄກການສົ່ງເສີ່ມການຜະລິດເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ແລະ ການກຳນົດບັນຊີສິນຄ້າທົດແທນການນຳເຂົ້າ
- ນອກຈາກນັ້ນ, ກອງປະຊຸມຍັງໄດ້ຍົກບັນຫາເຈາະຈິ້ມຈໍານວນໜຶ່ງທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດວຽກງານໜ້າທີການເມືອງຂອງທົ່ວ ຂະແໜງແຜນການ ແລະ ການລົງທຶນ ກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຍົກໃຫ້ເຫັນມາດຕະການ ແລະ ວິທີແກ້ໄຂ ເພື່ອໃຫ້ປີ 2023 ພວກເຮົາສາມາດຍາດໄດ້ຜົນງານ ແລະ ໄດ້ຮັບຜົນສຳເລັດດີກວ່າເກົ່າ.
- ສະເໜີ ຮ່າງ ດໍາລັດຂອງທ່ານນາຍົກ ແລະ ຮ່າງບົດແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2023 ກ້າວໄປສູ່ການຮັບຮອງ.
ໃນໂອກາດນີ້ ທ່ານ ນາຍົກລັດຖະມົນຕີຍັງໄດ້ເນັ້ນໜັກ ແລະ ສະເໜີໃຫ້ຂະແໜງແຜນການ-ການລົງທຶນ ແລະ ຂະແໜງການກ່ຽວຂ້ອງ ຕ້ອງສຸມໃສ່ວຽກງານສຳຄັນຈຳນວນໜື່ງດັ່ງນີ້:
- ບັນດາສະຫາຍສະມາຊິກພັກ ແລະ ພະນັກງານ ຕ້ອງເດັດຂາດ ເພີ່ມຄວາມເປັນເຈົ້າການ, ຄວາມຮັບຜິດຊອບ ພາຍໃຕ້ຄໍາຂວັນ” ສ້າງການຫັນປ່ຽນຢ່າງແຂງແຮງ ວຽກງານແຜນການ ແລະ ການລົງ ທຶນໃນ ເງື່ອນໄຂໃຫມ່” ຕ້ອງບຸກທະລຸທາງດ້ານຈິນຕະນາການ, ຄິດໃຫມ່, ລຸກໃຫມ່, ສ້າງການຫັນປ່ຽນ ໃນການເຮັດວຽກໃຫ້ວ່ອງໄວຂື້ນ, ມີປະສິດທິພາບຂື້ນ, ເຂົ້າໃຈສະພາບການປ່ຽນແປງທີ່ເກີດ ຂື້ນໃນແຕ່ລະໄລຍະ ຢ່າງພາວະວິໄສ ແລະ ແກ້ໄຂໃຫ້ທັນ ໂດຍອີງໃສ່ 3 ຫຼັກການທີ່ກໍານົດໃນວາລະແຫ່ງຊາດຄື: ເດັດດ່ຽວ-ເຂັ້ມງວດ, ໂປ່ງໃສ ແລະ ເປັນມືອາຊີບ ຄືການສ້າງຄວາມເປັນນັກວິຊາການ, ສ້າງຄວາມເປັນຊ່ຽວຊານໃຫ້ແກ່ອົງກອນ ແລະ ຕົນເອງ;
- ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ສ້າງ ແລະ ພັດທະນາບຸກຄະລາກອນ ຂອງຂະແໜງແຜນການ ແລະການລົງທຶນ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄວາມເປັນເຈົ້າການ, ມີຈັນຍາບັນ, ຮັກວິຊາຊີບ, ອົດທົນເສຍສະຫຼະ ແລະ ປະຕິບັດວິໄນ ທາງດ້ານແຜນການ-ການເງິນຢ່າງເຄັ່ງຄັດ, ຍົກສູງສະຕິຄວາມຮັບຜິດຊອບຫນ້າທີ່ການເມືອງ ທີ່ໄດ້ຮັບມອບຫມາຍ ແລະ ຖືເອົາຜົນປະໂຫຍດຂອງປະເທດຊາດເປັນກົກ ເພື່ອລົບລ້າງປະກົດການຫຍໍ້ທໍ້ໃຫ້ຂາດໂຕ. ພ້ອມນີ້, ຕ້ອງປັບປຸງ ແລະ ເຮັດໃຫ້ກົງຈັກກະທັດຮັດ, ບຸກຄົນຫນື່ງເຮັດໄດ້ຫຼາຍຫນ້າວຽກ. ສ້າງກົງຈັກໃຫ້ມີລັກສະນະສົ່ງເສີມໃຫ້ພະນັກງານມີຫົວຄິດປະດິດສ້າງ, ມີແນວຄິດກ້າວຫນ້າ, ແຂ່ງຂັນກັນສ້າງຜົນງານຢ່າງຖືກຕ້ອງ ປະກອບສ່ວນເຂົ້າໃນຂະບວນການຮັກຊາດ ແລະ ການພັດທະນາຢ່າງຟົດຟື້ນ.
- ຂະແໜງແຜນການ ແລະການລົງທຶນ ເປັນຂະແໜງການມະຫາພາກ ທີ່ຕີຈັງຫວະ ແລະຕິດຕາມ ການປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆ ໃຫ້ລັດຖະບານ ຮ່ວມຂະແໜງການຕ່າງໆ. ດັ່ງນັ້ນ, ຈະເຮັດແນວໃດເພື່ອໃຫ້ເສດຖະກິດຂອງປະເທດຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຄຸນນະພາບ, ຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂ ແລະມີການສ້າງວຽກເຮັດງານທຳ. ສີ່ງໜື່ງທີ່ເປັນປັດໃຈຕັດສິນ ແມ່ນຕ້ອງມີລະບົບສະຖິຕິທີ່ເຂັ້ມແຂງ ແລະລົງເຖິງຮາກຖານ, ມີການຄົ້ນຄ້ວາວິໄຈຢ່າງໜັກແໜ້ນ ສາມາດສະເໜີແນະນະໂຍບາຍຕ່າງໆ ໃຫ້ແກ່ການນຳຢ່າງທັນການ, ຕ້ອງສ້າງກົນໄກໃນການປະສານງານ ລະຫວ່າງພາກສ່ວນຕ່າງໆ ຕັ້ງແຕ່ຫົວທີໃຫ້ມີຄວາມໂລ່ງລ່ຽນ, ສະດວກ, ວ່ອງໄວ ແລະມີປະສິດທິຜົນສູງ; ມີຄວາມເຂົ້າໃຈໃນບົດບາດ-ພາລະໜ້າທີ່ຂອງແຕ່ລະພາກສ່ວນ ທັງສູນກາງ ແລະທ້ອງຖີ່ນ.
- ສືບຕໍ່ເປັນເຈົ້າໃນການປະສານ ແລະ ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ເປັນຮູບປະທໍາ, ນໍາໃຊ້ທຸກນະໂຍບາຍ ແລະ ມາດຕະການແກ້ໄຂ ແລະ ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະເຖຍລະພາບໂດຍພື້ນຖານ, ແກ້ໄຂຄວາມກົດດັນດ້ານເສດຖະກິດໃຫ້ຜ່ອນເບົາລົງເທື່ອລະກ້າວ; ຕ້ອງປະສານສົມທົບກັນຢ່າງກົມກຽວທັງໃນຂະແໜງການເອງ, ຂະແໜງການດ້ວຍກັນ ແລະຂະແໜງການກັບທ້ອງຖິ່ນໃຫ້ມີປະສິດທິຜົນສູງຂື້ນ.
- ປັບປຸງການສ້າງແຜນໃນໄລຍະໃຫມ່ ເລີ່ມຈາກແຜນປີ 2023 ແລະ ປີຕໍ່ໆໄປ ຕ້ອງຕິດແທດກັບຕົວຈິງ ແລະ ມີວິທະຍາສາດຫຼາຍຂຶ້ນ, ປະຕິຮູບລະບົບການລົງທຶນຂອງລັດໃຫ້ມີການຫັນປ່ຽນໃໝ່ຢ່າງແທ້ຈີງ ໂດຍສະເພາະການຈັດບູລິມະສິດ ແລະສຸມໃສ່ໂຄງການທີ່ຈຳເປັນ ແລະຮີບດ່ວນ, ມີປະສິດທິຜົນ ແລະເຫັນຜົນໄວດ້ານເສດຖະກິດທີ່ແທ້ຈິງ ຄຽງຄູ່ກັບການຈຳກັດໂຄງການທີ່ບໍ່ມີປະສິດທິຜົນ ເພື່ອບໍ່ໃຫ້ສ້າງໜື້ສະສົມເພີ້ມຂື້ນຕື່ມ, ພ້ອມນັ້ນ ກໍ່ຕ້ອງໄດ້ກວດກາຄືນໂຄງການລົງທຶນຂອງລັດທີ່ຍັງບໍ່ທັນໄດ້ປະຕິບັດ, ບໍ່ມີຄວາມຄືບໜ້າ, ບໍ່ມີປະສິດທິຜົນ, ແກ່ຍາວເວລາຈັບຈອງໂຄງການ ແລະເນື້ອທີ່, ຖ້າບໍ່ມີຄວາມຄືບໜ້າໃຫ້ສະເໜີໂຈະຊົ່ວຄາວ ຫຼືຖາວອນ.
- ສືບຕໍ່ຄົ້ນຄວ້າ ວິທີການຊໍາລະຫນີ້ສິນທີ່ຍັງເຫຼືອດ້ວຍຮູບແບບຕ່າງໆ ໃນຂອບເພດານງົບປະມານທີ່ມີໃນແຕ່ລະປີ ແລະ ບໍ່ກະທົບຕໍ່ສະພາບຄ່ອງໃນການດໍາເນີນທຸລະກິດ. ເຂັ້ມງວດໃນການປະຕິບັດກົດ ຫມາຍລົງທຶນຂອງລັດເລກທີ 72/ສພຊ ແລະ ຄໍາແນະນໍາຕ່າງໆທີ່ກ່ຽວຂ້ອງ.
- ສຸມໃສ່ປັບປຸງວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຢ່າງແຂງແຮງເລິກເຊີ່ງ, ແກ້ໄຂຂອດຂັ້ນການບໍລິການປະຕູດຽວໃຫ້ໄດ້ໄວ, ຮັດກຸມ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບການ; ເພີ່ມທະວີການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ ແລະ 03/ນຍ ຢ່າງເຂັ້ມງວດ ເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດພາຍໃນປະເທດໃຫ້ດີຂື້ນ, ບຸກທະລຸໃນການນໍາໃຊ້ເຄື່ອງມືທັນສະໄຫມເຂົ້າໃນການສະເຫນີຂໍລົງທຶນ, ຄົ້ນຄວ້າຕໍ່ການສະເຫນີຈົນຮອດຂອດການແຈ້ງຜົນການຄົ້ນຄວ້າຢ່າງເປັນລະບົບ.
- ສືບຕໍ່ຄຸ້ມຄອງ ແລະ ສົ່ງເສີມເຂດເສດຖະກິດພິເສດ ໃຫ້ກາຍເປັນກໍາລັງແຮງແທ້ຈິງໃຫ້ການພັດທະນາ ເສດຖະກິດ-ສັງຄົມ: ພັດທະນາເຂດເສດຖະກິດພິເສດຕ້ອງໃຫ້ມີຈຸດສຸມ, ມີການບໍລິຫານ ແລະ ຄຸ້ມຄອງເຂດໃຫ້ຮັດກຸມຕາມສັນຍາ, ລະບຽບ ແລະກົດຫມາຍຢ່າງເຄັ່ງຄັດ. ການບໍລິການຂອງພາກລັດ ຢູ່ພາຍໃນເຂດເສດຖະກິດພິເສດ ກໍຕ້ອງເຮັດແບບປະຕູດຽວ ແລະ ຄົບຊຸດ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍຄວາມສະດວກໃຫ້ແກ່ຜູ້ລົງທຶນ. ຮຽກຮ້ອງໃຫ້ບັນດາທ້ອງຖິ່ນທີ່ມີເຂດເສດຖະກິດພິເສດຕ້ອງລົງຕິດຕາມ, ກວດກາຢ່າງໃກ້ຊິດໃນການຄຸ້ມຄອງບໍລິຫານໃຫ້ເຂົ້າສູ່ລະບຽບ, ມີຄວາມສະຫງົບ ແລະ ເອົາການບໍລິການທີ່ມີຄວາມວ່ອງໄວ, ສະດວກ ເພື່ອດຶງດູດການລົງທຶນເຂົ້າໃນເຂດແຕ່ລະແຫ່ງ.
- ວຽກຮ່ວມມືກັບສາກົນ, ຮ່ວມມືລາວ-ຫວຽດນາມ ແລະ ຮ່ວມມືລາວ-ຈີນ ແມ່ນສືບຕໍ່ຊຸກຍູ້ ເສີມຂະຫຍາຍ, ຂົນຂວາຍການຊ່ວຍເຫຼືອທາງດ້ານວິຊາການ ແລະ ທຶນຮອນ ເຂົ້າມາໃນຂະບວນການພັດທະນາ ຕ້ອງມີຈຸດສຸມ, ມີການເລືອກເຟັ້ນ ແລະ ເປັນລະບົບ; ຫັນເອົາທຶນຈາກການຊ່ວຍເຫຼືອທາງການເພື່ອການພັດທະນາ ໄປສູ່ການພັດທະນາຄົນ, ສ້າງຂີດຄວາມສາມາດໃຫ້ພະນັກງານກາຍເປັນຊ່ຽວຊານ, ນໍາໃຊ້ການຊ່ວຍເຫຼືອເຂົ້າໃນການພັດທະນາໂຄ່ງລ່າງພື້ນຖານທີ່ຈໍາເປັນແທ້ໆ. ສະເພາະ ການຮ່ວມມືກັບ ສສ ຫວຽດນາມ ແລະ ສປຈີນ ນັ້ນ ຕ້ອງຖືເປັນວຽກບູລິມະສິດເພື່ອສ້າງໃຫ້ໄດ້ ຄວາມໄວ້ເນື້ອເຊື່ອໃຈ, ຫມາກຜົນຕົວຈິງ. ເປັນເຈົ້າການຊຸກຍູ້ໃຫ້ບັນດາຂະແຫນງການທີ່ກ່ຽວຂ້ອງເລັ່ງຜັນຂະຫຍາຍເນື້ອໃນຖະແຫຼງການຮ່ວມລະຫວ່າງລາວ-ຈີນ, ລາວ-ຫວຽດນາມ ໃນການສ້າງແຜນແມ່ບົດຮ່ວມກັນ. ພວກເຮົາເອງຕ້ອງເປັນເຈົ້າການປັບປຸງ ປ່ຽນແປງປະຕິຮູບໃນແບບແຜນການເຮັດວຽກໃຫ້ວ່ອງໄວ, ມີຄຸນນະພາບ, ມີແນວຄິດບຸກທະລຸອັນໃ ຫມ່ ແລະ ຈິງໃຈໃນວຽກງານການຮ່ວມມື.
- ໃຫ້ເອົາໃຈໃສ່ແຕ່ຫົວທີວຽກງານປະເມີນຜົນໂຄງການໃນແຕ່ລະໄລຍະ (ເຊິ່ງມີ 4 ໄລຍະຂອງການ ປະເມີນ) ຕ້ອງປະຕິບັດໃຫ້ໄດ້, ເລັ່ງໃສ່ວຽກງານຕິດຕາມ-ກວດກາເປັນປົກກະຕິ ເມື່ອເຫັນແລ້ວກໍ່ ຕ້ອງມີການວາງມາດຕະການແກ້ໄຂ ຖ້າເກີດບັນຫາ, ຖ້າປະຕິບັດໄດ້ດີກໍ່ຕ້ອງມີການຍ້ອງຍໍຊົມເຊີຍ;
- ວຽກບໍລິການ, ການປະສານງານໃຫ້ມີຄວາມໂລ່ງລ່ຽນ, ວ່ອງໄວ ແມ່ນບູລິມະສິດຫຼັກໃນທຸກຫນ້າ ວຽກລວມທັງການຫັນກົງຈັກໃຫ້ກະທັດຮັດ ແຕ່ມີຄຸນນະພາບນັ້ນແມ່ນວຽກທີ່ຕັດສິນທຸກການ ປະຕິບັດຫນ້າທີ່ວຽກງານໃຫ້ມີຜົນສໍາເລັດ, ການເລືອກເຟັ້ນບຸກຄົນທີ່ໂດດເດັ່ນທາງດ້ານຄວາມຮູ້- ຄວາມສາມາດ ແລະ ມີຄຸນສົມບັດສິນທໍາປະຕິວັດທີ່ຫນັກແຫນ້ນແມ່ນຫນ້າທີ່ຂອງຄະນະນໍາຂະແຫນງ ແຜນການ ແລະ ການລົງທຶນຕ້ອງໄດ້ລົງເລິກຄົ້ນຄວ້າແທ້.
ພ້ອມນີ້ຍັງໄດ້ຮຽກຮ້ອງມາຍັງຄະ ນະພັກ, ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງຂະແຫນງແຜນການ-ການລົງທຶນ ແລະ ທຸກຂະແຫນງການສືບຕໍ່ຍົກສູງຄວາມຮັບຜິດຊອບຫນ້າທີ່ການເມືອງຂອງຕົນແທ້ໆໃນພາລະກິດພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ມີຄວາມເຂັ້ມແຂງ ແລະ ຫນັກແຫນ້ນ, ມີຈິດໃຈຮັກຊາດ, ເສຍສະຫລະເພື່ອ ສ່ວນລວມ, ຊື່ສັດບໍລິສຸດ, ພ້ອມກັນຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆ ຢ່າງຈິງຈັງຄືກັນກັບນັກຮົບປະຕິວັດໃນສະຫນາມຮົບຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ສະຫນາມຮົບແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ທີ່ປະເທດເຮົາກໍາລັງປະເຊີນຢູ່ໃນປະຈຸບັນ ທີ່ມີຄວາມສ່ຽງຫຼາຍປະການ ແລະ ຖືເປັນບາດລ້ຽວທີ່ເຮົາຕ້ອງໄດ້ສຸມກໍາລັງແຮງ ແລະ ມັນສະຫມອງ ເຂົ້າໃນການສຶກສາ-ຄົ້ນຄວ້າ, ລົງເລິກວິໄຈບັນຫາໃຫ້ລະອຽດໃຫ້ຮູ້ສາເຫດຕົ້ນຕໍແທ້ຈິງ ແລະ ຈະແຈ້ງເພື່ອຮ່ວມຈິດຮ່ວມໃຈ ສາມັກຄີ ເປັນ ນໍ້າຫນຶ່ງໃຈດຽວກັນ ເຮັດໃຫ້ບັນດາຄາດຫມາຍຕ່າງໆ ບັນລຸໄດ້ຜົນສໍາເລັດໃຫມ່ ຢ່າງເປັນຮູບປະທໍາ.