ໃນວັນທີ 17 ພະຈິກ 2021 ທີ່ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມໂຕະມົນລະ ດັບສູງ ຄັ້ງທີ 13 ໃນ ສປປ ລາວ ທາງອອນລາຍ ພາຍໃຕ້ຫົວຂໍ້: “ເພີ່ມທະວີການເປັນຄູ່ຮ່ວມເພື່ອ ຍົກສູງປະສິດທິຜົນ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແນ່ໃສ່ເລັ່ງລັດການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນໄລຍະຟື້ນຟູຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19”, ໂດຍການໃຫ້ກຽດເຂົ້າຮ່ວມ ກ່າວເປີດກອງປະຊຸມຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ, ກອງປະຊຸມດັ່ງກ່າວພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ຊາຣາ ເຊເກນເນັສ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ມີບັນດາພາສ່ວນກ່ຽວ ຂ້ອງ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.ກອງປະຊຸຸມໂຕະມົນ ແມ່ນເວທີປືກສາຫາລື ແລະ ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ ໃນແຕ່ລະໄລຍະ ລະຫວ່າງ ລັດຖະບານ ແລະ ຄູ່ຮ່ວມພັດທະນາ.
ໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມໂຕະ ມົນລະດັບສູງໃນປີນີ້ ແມ່ນຜົນຂອງຄວາມພະຍາຍາມຮ່ວມກັນລະຫວ່າງລັດຖະບານ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ທີ່ໄດ້ມີສ່ວນຮ່ວມເຂົ້າໃນການໂອ້ລົມ ແລະ ການປຶກສາຫາລື ກ່ຽວກັບບັນຫາການພັດທະນາຂອງ ສປປ ລາວ. ດ້ວຍເຫດນີ້, ຂ້າພະເຈົ້າຈຶ່ງຫວັງທີ່ຈະໄດ້ເຫັນຄວາມມຸ້ງໝັ້ນ ຈາກທາງຄູ່ຮ່ວມພັດທະນາທັງພາຍໃນ ແລະ ຕ່າງປະເທດ ເພື່ອສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ໂດຍສະເພາະ ການຈັດຕັ້ງປະຕິບັດວາລະແຫ່ງຊາດໄລຍະ 2021-2023 ວ່າດ້ວຍການຫລຸດຜ່ອນຜົນກະທົບທາງດ້ານເສດຖະກິດ ແລະ ການເງິນ ພ້ອມທັງການສະກັດກັ້ນການຄ້າຂາຍຢາເສບຕິດ; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9; ການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ພາຍໃນປີ 2026 ແລະ ການບັນລຸເປົ້າໝາຍພາຍໃຕ້ ວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ທ່ານ ກ່າວເນັ້ນຕື່ມວ່າ ລັດຖະບານຈະສືບຕໍ່ ເອົາໃຈໃສ່ການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການລະບາດຂອງພະຍາດໄຂ້ຫວັດສາຍພັນໃໝ່ ໂຄວິດ-19. ສໍາລັບ ສປປ ລາວ ມີເປົ້າໝາຍສັກວັກຊິນໃຫ້ພົນລະເມືອງລາວຢ່າງໜ້ອຍໃຫ້ໄດ້ 50% ພາຍໃນປີ 2021 ນີ້ ແລະ ສະເໜີໃຫ້ບັນດາຄູ່ຮ່ວມພັດທະນາ ສືບຕໍ່ຊ່ວຍເຫລືອວັກຊິນຕ້ານພະຍາດໂຄວິດ-19.
ພ້ອມນີ້, ທ່ານ ອາຄີມ ສະໄຕເນີ (Achim Steiner) ຮອງປະທານກຸ່ມການພັດທະນາແບບຍືນຍົງ, ຜູ້ບໍລິຫານອົງການ UNDP ໄດ້ມີຄຳເຫັນຜ່ານການບັນທຶກພາບ ແລະ ສຽງວ່າ: ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ແມ່ນກາລະໂອກາດຂອງ ສປປ ລາວ ໃນການບັນລຸການຫລຸດພົ້ນຢ່າງຫລ່ຽນໄຫລ ຂອບວຽກການຟື້ນຟູເພື່ອສ້າງຄືນໃໝ່ໃຫ້ດີກວ່າເກົ່າ ຈາກຜົນກະທົບຂອງພະ ຍາດໂຄວິດ-19 ນັ້ນຈະຕ້ອງແມ່ນພາກສ່ວນໜຶ່ງຂອງແຜນການ 5 ປີ ດັ່ງກ່າວ. ນີ້ແມ່ນສິ່ງທີ່ສຳຄັນ ຍ້ອນການແຜ່ລະບາດ ໄດ້ເຮັດໃຫ້ຄວາມບໍ່ສະເໝີພາບທີ່ມີຢູ່ແລ້ວຮ້າຍແຮງຂຶ້ນກວ່າເກົ່າ, ເຊິ່ງຜູ້ທີ່ມີຄວາມອ່ອນໄຫວສູງສຸດ ແມ່ນຜູ້ທີ່ໄດ້ຮັບຜົນກະທົບທີ່ຮຸນແຮງທີ່ສຸດ. ທ່ານ ກ່າວຕື່ມວ່າ: ການພັດທະ ນາບໍ່ແມ່ນການໃຫ້ທຶນ ຫລື ວິຊາການແຕ່ຢ່າງດຽວ, ແຕ່ຕ້ອງໄດ້ຄໍານຶງເຖິງຫລັກການ ການສ້າງ ແລະ ການລົງທຶນຮ່ວມກັນ ແລະ ດ້ວຍເຫດນີ້, ໜ່ວຍງານທັງໝົດຂອງອົງການສະຫະປະຊາຊາດ ແມ່ນພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫລືອ ສປປ ລາວ ໃນການບັນລຸວາລະ 2030.